Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປາຖະກະຖາ “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ” .........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 08:29:38 ຈຳ​ນວນ​​ຢ້ຽມ​ຊົມ 1264 ຄັ້ງ

ໃນວັນທີ 21 ມີນາ ຜ່ານມາ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ (The Development of Regional and International Architecture)” , ໃຫ້ກຽດເປັນວິທະຍາກອນໂດຍ ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ ປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ເປັນກຽດເຂົ້າຮ່ວມຮັບຟັງ ປະກອບມີ: ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ມີຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາທ່ານອະດີດການນໍາຂັ້ນສູງ, ບັນດາທ່ານຮອງລັດຖະມົນຕີ, ຄະນະນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂັ້ນພະແນກຂອງກະຊວງການນຕ່າງປະເທດ, ຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງກ່ຽວຂ້ອງ ລວມຈໍານວນທັງໝົດ 300 ທ່ານ.

ຈຸດປະສົງຂອງການປາກະຖະຖາຄັ້ງນີ້ ແມ່ນເພື່ອຮັບຟັງທັດສະນະ, ຈຸດຢືນ, ສະຫຼຸບຕີລາຄາສະ ພາບການພາກພື້ນ ແລະ ສາກົນ ໃນປັດຈຸບັນ ທີ່ມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ທັງຍັງສົ່ງຜົນກະທົບໂດຍກົງຕໍ່ບັນຫາການເມືອງ, ເສດຖະກິດ ແລະ ການພົວພັນສາກົນ ກໍຄື ການກໍານົດທັດສະນະຈຸດຢືນຕ່າງໆ ຢ່າງຖືກຕ້ອງໃນການພົວພັນຮ່ວມມື ເພື່ອເປັນຂໍ້ສະເໜີແນະ, ກໍຄື ບົດຮຽນໃນການເຄື່ອນໄຫວວຽກງານການທູດຂອງຕົນ ໃນໄລຍະຜ່ານມາ ໃນການແກ້ໄຂບັນຫາສັນຕິພາບ ແລະ ຂໍ້ຂັດແຍ້ງສາກົນຕ່າງໆ.

ປັດຈຸບັນ, ສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນວຸ້ນວາຍ, ເປັນຕົ້ນແມ່ນການຊ່ວງຊີງອໍານາດ ລະຫວ່າງ ປະເທດມະຫາອໍານາດເກົ່າ ແລະ ໃໝ່ ຊຶ່ງໄດ້ສົ່ງຜົນສະ ທ້ອນໂດຍກົງຕໍ່ບັນຍາກາດການພົວພັນຮ່ວມມືຂອງພາກພື້ນ ແລະ ສາກົນ. ນອກນັ້ນ, ບັນຫາສົງຄາມຢູ່ອູແກຣນ, ບັນຫາຊ່ອງແຄບໄຕ້ຫວັນ, ບັນຫາແຫຼມເກົາຫຼີ, ສົງຄາມການຄ້າ, ວິກິດການທາງດ້ານເສດຖະ ກິດ, ໄພເງິນເຟີ້, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ, ບັນຫາໂຣກລະບາດ, ໄພທຳມະຊາດ ແລະ ອື່ນໆ ທີ່ບໍ່ພຽງແຕ່ໄດ້ກາຍເປັນສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ, ແຕ່ຍັງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຍັງເປັນອຸປະສັກກົດໜ່ວງ ຕໍ່ການພັດທະນາເສດຖະກິດພາກພື້ນ ແລະ ສາກົນ ກໍຄືການປ່ຽນແປງພູມສາດການເມືອງໂລກ ໃຫ້ມີຄວາມສະຫຼັບສັບຊ້ອນຂຶ້ນກວ່າເກົ່າ.

ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ ບໍ່ພຽງແຕ່ເປັນນັກການທູດມືອາຊີບທີ່ມີປະສົບການສູງ, ແຕ່ຍັງເປັນຜູ້ທີ່ມີບົດບາດສໍາຄັນໃນການເຄື່ອນໄຫວການຕ່າງປະເທດ ແລະ ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນຂົງເຂດວຽກງານການທູດ. ທ່ານໄດ້ຮັບໜ້າທີ່ສຳຄັນຫຼາຍໆຕຳແໜ່ງ ຊຶ່ງເປັນທັງອະດີດຮອງນາຍົກ ລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ອະດີດລັດຖະມົນຕີກະຊວງການເງິນ ແຫ່ງຣາຊະອານາຈັກໄທ, ອະດີດທີ່ປຶກສາດ້ານເສດຖະກິດ ແລະ ການຕ່າງປະເທດຂອງນາຍົກສະໄໝລັດຖະບານຂອງ ທ່ານ ສະວາລິດ ຢົງໃຈຍຸດ, ອະດີດປະທານສະຖາບັນເສດຖະກິດ-ສັງຄົມ ແລະ ອີກຫຼາຍຕໍາ ແໜ່ງທີ່ສໍາຄັນ. ປັດຈຸບັນ, ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ເປັນປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ເປັນນັກການທູດ-ການເມືອງ ອິດສະຫຼະ.

(ຂ່າວ: ກະຊວງການຕ່າງປະເທດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com