Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 4 ສະໄໝທີ VIII ທີ່ແຂວງອຸດົມໄຊ .....

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 22:08:17 ຈຳ​ນວນ​​ຢ້ຽມ​ຊົມ 1071 ຄັ້ງ

ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 4 ສະໄໝທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ມີນາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເປັນການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານຊາວໜຸ່ມທົ່ວປະເທດໃນໄລຍະຜ່ານມາ, ດ້ານດີ, ດ້ານອ່ອນ, ຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າ. ໃນກອງປະຊຸມ, ບັນດາຜູ້ແທນເຂົ້າໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 3 ສະໄໝທີ 8, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ (ຄຊປປ ລາວ), ບົດສຳຫຼວດການນຳພາລວມຂອງຂອງຄະນະບໍລິຫານງານ ສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວໃນ 1 ປີຜ່ານມາ, ພ້ອມນັ້ນກໍຈະໄດ້ທາບທາມ ແລະ ຮັບຮອງເອົາກຳມະການ ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ 8 ທີ່ວາງລົງ.

ໃນໂອກາດນີ້, ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ສະເໜີໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງອຸດົມໄຊ ໂດຍສະເພາະແມ່ນດ້ານທ່າແຮງ, ທີ່ຕັ້ງພູມສັນຖານ, ສະຖານທີ່ທ່ອງທ່ຽວ, ຖະໜົນຫົນທາງໃນການໄປ-ມາ ໄດ້ສະດວກສະບາຍ, ພ້ອມດຽວກັນ ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໂອ້ລົມ ຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ທີ່ຈະໄດ້ຄົ້ນຄວ້ານໍາສະເໜີບັນດາວຽກງານຕ່າງໆ ຊຶ່ງເປັນວຽກງານທີ່ສຳຄັນພື້ນຖານທີ່ພວກເຮົາຈະໄດ້ພ້ອມກັນຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພ້ອມກັນວາງທິດທາງແຜນການຈຸດສຸມທີ່ສຳຄັນເພື່ອແກ້ໄຂໃຫ້ໄດ້ຮັບດີກ່ວາເກົ່າ.

(ຂ່າວ: ແສງອາທິດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com