Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສາທາລະນະສຸກ ວາງແຜນຍຸດທະສາດ ເພື່ອບັນລຸຕົວຊີ້ບອກ ປີ 2023 .......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 22:18:06 ຈຳ​ນວນ​​ຢ້ຽມ​ຊົມ 2619 ຄັ້ງ

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ວຽກງານສາທາລະນະສຸກ ມີ 4 ຕົວຊີ້ບອກ ທີ່ຍັງບໍ່ທັນບັນລຸຄື: ນໍ້າໜັກຫຼຸດມາດຕະຖານ, ລວງສູງບໍ່ໄດ້ມາດຕະຖານ, ການສັກຢາປ້ອງກັນ ພະຍາດໄອໄກ່, ຄໍຕີບ, ບາດທະຍັກ, ອັກເສບຕັບຊະນິດບີ, ອັກເສບປອດ (ແພນຕ້າ 3) ບໍ່ບັນລຸ 95% ແລະ ການເກີດລູກຢູ່ສະຖານທີ່ບໍລິການຂອງແພດໝໍຍັງບໍ່ບັນລຸ 82%, ສະນັ້ນ ເພື່ອບັນລຸຕົວຊີ້ບອກດັ່ງກ່າວ ໃນປີ 2023 ສາທາລະນະສຸກ ຈຶ່ງໄດ້ມີແຜນການຍຸດທະສາດເຊື່ອມສານຮ່ວມກັນກັບບັນດາຫຼາຍຂະແໜງການກ່ຽວຂ້ອງ.

ວຽກງານທີ່ຕ້ອງໄດ້ປະຕິບັດຄື: ວຽກງານໂພຊະນາການ ຕ້ອງມີສ່ວນຮ່ວມກັບຫຼາຍໆຂະ ແໜງການ ເປັນຕົ້ນການຊອກຫາອາຫານທີ່ມີຫຼາກຫຼາຍໝວດໝູ່ ໂດຍມີພາກສ່ວນກະສິກໍາເຂົ້າມາມີສ່ວນຮ່ວມເພື່ອໃຫ້ຄົວເຮືອນມີຊີ້ນ, ມີປາ, ມີຜັກກິນ; ວຽກງານຂະແໜງສຶກສາກໍຕ້ອງໄດ້ປ່ຽນແປງພຶດຕິກຳໃຫ້ນັກຮຽນພາຍໃນໂຮງຮຽນໃຫ້ເຂົາເຈົ້າໄດ້ຮັບປະທານອາຫານກາງເວັນທີ່ມີຫຼາກຫຼາຍໝວດໝູ່ເຊັ່ນກັນ. ພ້ອມກັນນັ້ນ, ຕ້ອງໄດ້ສ້າງພຶດຕິກຳນິໄສອັນດີ ໃນການປະຕິບັດສຸຂະອະນາໄມເຊັ່ນ: ໂຮງຮຽນຕ້ອງມີວິດຖ່າຍ, ມີນໍ້າໃຊ້ສະອາດ, ເພື່ອສ້າງເປັນພຶດຕິກຳທີ່ດີໃຫ້ເຂົາເຈົ້າໄດ້ນຳໄປໃຊ້ ແລະ ນໍາໄປລະດົມຄົນຢູ່ໃນເຮືອນຂອງຕົນໄດ້ມີສຸຂະພາບທີ່ດີ. ໃນນັ້ນ, ກະຊວງແຜນການ ແລະ ການລົງທຶນຕ້ອງໄດ້ລະດົມທຶນ, ການຈັດສັນອາຫານ, ງົບປະມານເພື່ອຕອບສະໜອງໃຫ້ແຕ່ລະພາກສ່ວນໄດ້ເຂົ້າມາມີສ່ວນຮ່ວມ. ສະນັ້ນ, ຄະນະກຳມະການໃນວຽກງານດັ່ງກ່າວຖືວ່າໄດ້ໃຫ້ຄຳໝັ້ນສັນຍາຮ່ວມກັນໃນກອງປະຊຸມວຽກງານໂພຊະນາການທົ່ວປະເທດໃນເດືອນຜ່ານມາ.

ທ່ານ ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ສຳລັບ ຕົວຊີ້ວັດຂອງການສັກຢາ ແລະ ການຝາກທ້ອງ ແລະ ເກີດລູກນຳແພດໝໍ ໄດ້ເລັ່ງໃສ່ຍຸດທະສາດສຸຂະພາບຈະເລີນພັນຂອງແມ່, ເດັກນ້ອຍ, ເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ ເພື່ອໄປຈັດຕັ້ງປະຕິບັດຢູ່ໃນຂະບວນການຂອງແຕ່ລະກົມກອງ, ໂຮງໝໍ ໂດຍໄດ້ເຊື່ອມສານເຂົ້າຫາກັນ ໃນໂຄງການ 5 ດີ, 1 ພໍໃຈ ຂອງກົມປິ່ນປົວ ຕ້ອງໄດ້ປັບປຸງການບໍລິການແນໃສ່ເຮັດໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍລິການໂດຍເອົາຄົນເປັນຈຸດໃຈກາງ, ເມື່ອມີແມ່ ຫຼື ມີລູກເຂົ້າມາໃຊ້ບໍລິການໂຮງໝໍ ການເຊື່ອມສານເຂົ້າຫາກັນຕ້ອງໃຫ້ມັນເດັ່ນ, ຄົບວົງຈອນໃຫ້ໄດ້. ໃນນັ້ນຢູ່ຊຸມຊົນຕ້ອງໄດ້ສ້າງ ອາສາສະໝັກແພດບ້ານ (ອສບ) ໃຫ້ເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນເພື່ອເຮັດໃຫ້ວຽກງານດັ່ງກ່າວສາມາດຖືກກັ່ນກອງຢູ່ໃນຂັ້ນຮາກຖານ ແລະ ຫຼຸດພົ່ນອອກຈາກການມີແມ່ສ່ຽງໄພ. ພ້ອມນີ້, ໂຮງໝໍນ້ອຍ ກັບ ອສບ ຈະຕ້ອງມີການປະສານງານກັນ ໃນການເກັບກໍ້າເປົ້າໝາຍ ແລະ ເຮັດການກັ່ນກອງແມ່ຍິງຖືພາໃຫ້ໄດ້ໂດຍແນະນໍາຂະເຈົ້າໃຫ້ເຂົ້າມາເຖິງການບໍລິການຝາກທ້ອງ, ເກີດລູກຢູ່ໃນສະຖານທີບໍລິການ ຖ້າເຮັດໄດ້ກໍຈະເຮັດໃຫ້ອັດຕາການການຝາກທ້ອງ, ການເກີດລູກ ຢູ່ສະຖານທີ່ ບໍລິການ ຫຼື ໂຮງໝໍເພີ່ມຂຶ້ນ.

ທ່ານ ພອນປະເສີດ ອຸນາພົມ ກ່າວຕື່ມວ່າ: ປັດຈຸບັນ ມີໂຄງການກ່ຽວກັບການໃຫ້ຄໍາປຶກສາແກ່ຄູ່ແຕ່ງງານ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UAFPA ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະຜູ້ທີ່ແຕ່ງງານໃໝ່, ຄູ່ຜົວເມຍຕ້ອງໄດ້ໄປຈົດທະບຽນຢູ່ຫ້ອງການພາຍໃນເມືອງຂອງຕົນ. ຫຼັງຈາກນັ້ນ, ຈຶ່ງສາມາດໄປຟັງການໃຫ້ຄຳປຶກສາຈາກແພດໝໍເພື່ອໃຫ້ເຂົ້າໃຈວ່າເອົາກັນໄປແລ້ວຊິມີຫຍັງເກີດຂຶ້ນກັບຄອບຄົວ, ຖ້າຢາກໄດ້ລູກຈະປະຕິບັດແນວໃດ, ບໍ່ຢາກໄດ້ລູກຈະປະຕິບັດແນວໃດ, ໄດ້ລູກແລ້ວຈະສ້າງພູມຄຸ້ມກັນໃຫ້ເຂົາເຈົ້າຄືແນວໃດ, ການໄປຝາກທ້ອງ, ຈະໄປເກີດລູກຢູ່ສະຖານທີ່ບໍລິການຄືແນວໃດ ເພື່ອໃຫ້ຮູ້ແຕ່ເບື້ອງຕົ້ນແລ້ວຍັງເປັນການສ້າງບົດບາດຍິງ-ຊາຍ ລະຫວ່າງຜົວ-ເມຍໃຫ້ເຂົ້າໃຈບັນຫາຄອບຄົວ ແລະ ໃນຕໍ່ໜ້າຄາດວ່າ ຈະສ້າງໃຫ້ຄູ່ຜົວ-ເມຍກໍຄືຜູ້ເປັນແມ່ ຍ່າງເຂົ້າມາບໍລິການຢູ່ໂຮງໝໍ ຫຼື ສະຖານທີ່ ບໍລິການ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການໄປເຄື່ອນທີ່ບໍລິການຂອງແພດໝໍ, ສາມາດກຸ້ມຕົນເອງ ແລະ ແນໃສ່ທິດຍື່ນຍົງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com