Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ຈັດກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສປຊ ກ່ຽວກັບການຈັດຕັ້ງປະຕິບັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຂຶ້ນ ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ/ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ເເລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫຼື UNSDCF 2022-2026; ໂດຍສະເພາະການພິຈາລະນາບົດລາຍງານຜົນການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວ ປະຈຳປີ 2022 ແລະ ແຜນວຽກບຸລິມະສິດຮ່ວມ ສຳລັບປີ 2023 ພາຍໃຕ້ 4 ຄາດໝາຍຫຼັກຄື: ຊີວິດການເປັນຢູ່ທີ່ດີ; ຄວາມຈະເລີນຮຸ່ງເຮືອງທີ່ທົ່ວເຖິງ; ການປົກຄອງ-ການບໍລິຫານລັດດ້ວຍກົດໝາຍ; ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ. ພ້ອມທັງປຶກສາຫາລືກ່ຽວກັບຂະບວນການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ທ່ານ ດາວວີ ວົງໄຊ ໄດ້ຢໍ້າຄືນຄວາມສໍາຄັນວ່າ: ຂອບການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ, ໂດຍສະເພາະບົດບາດຂອງທິີມງານ ອົງການ ສປຊ ໃນຖານະເປັນຄູ່ຮ່ວມຫຼັກ ໄດ້ມີຄວາມສຳຄັນ ໃນການການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ແລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຮ່ວມກັບລັດຖະບານໃນຫຼາຍຂະແໜງການບຸລິມະສິດ ແນໃສ່ປະກອບສ່ວນເຂົ້າໃນການບັນລຸບັນດາຄາດໝາຍ ແລະ ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ບັນລຸເປົ້າໝາຍການພັດທະນາເເບບຍືນຍົງໃນອະນາຄົດ. ພ້ອມກັນນັ້ນ, ທ່ານ ໄດ້ເນັ້ນໜັກວ່າ: ແຕ່ລະຂະແໜງການ ຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານ ແລະ ນໍາສະເໜີແຜນວຽກ ແລະ ກິດຈະກໍາໃນຂອບການຮ່ວມມື ສຳລັບປີ 2023.
ຂອບວຽກການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໄດ້ຖືກຮັບຮອງເອົາໃນທ້າຍປີ 2021 ເພື່ອສະໜັບສະໜູນການປະຕິບັດບຸລິມະສິດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.
ກອງປະຊຸມລະດັບວິຊາການໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມ ຈະຖືກນໍາໄປລາຍງານຕໍໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມ ການຈັດຕັ້ງປະຕິບັດຂອບການຮ່ວມມືເພືື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍ ເດືອນ ພຶດສະພາ ທີ່ຈະມາເຖິງນີ້.
(ຂ່າວ: ກະຊວງການຕ່າງປະເທດ; ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com