Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພັກເຮົາ ເດີນຕາມລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເພື່ອກ້າວຂຶ້ນສັງຄົມນິຍົມ ..............

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 22:25:01 ຈຳ​ນວນ​​ຢ້ຽມ​ຊົມ 1303 ຄັ້ງ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023) ສະຫາຍ ຄຳສະຫວັນ ໂຄດໄຊ ຄະນະປະຈຳພັກ ຮອງເຈົ້າເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ພັກເຮົາກໍາເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ, ເພື່ອປົດປ່ອຍຊາດ ນໍາພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

ພັກເຮົາສືບທອດມາຈາກພັກກອມມູນິດອິນດູຈີນ ໂດຍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ນໍາພາຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ທຸກຊົນຊັ້ນຜ່ານເສັ້ນທາງຢ່າງລະອິດລະອ້ຽວ, ຍືດເຍື້ອຍາວນານ, ແຕ່ໃນທີ່ສຸດກໍສາມາດຍາດໄຊຊະນະໄດ້, ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ, ສາມາດນໍາພາປະຊາຊົນອອກຈາກແອກປົກຄອງຂອງພວກສັກດີນາລ່າເມືອງຂຶ້ນ, ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະຂອງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ຖານະບົດບາດ ຊື່ສຽງຂອງ ສປປ ລາວ ນັບມື້ນັບພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຕະຫຼອດໄລຍະເວລາ 68 ປີ ພັກເຮົາມີບົດບາດຕັດສິນຂະບວນວິວັດການຕໍ່ສູ້ປົດປ່ອຍຊາດ, ໂດຍນໍາເອົາເອກະລາດອິດສະລະພາບ, ຄວາມສະເໝີພາບ, ເປັນເຈົ້າຕົນເອງ ແລະ ຄວາມສົມບູນພູນສຸກ ມາສູ່ປະຊາຊົນ ທັງນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ້າພະເຈົ້າເປັນຄົນຮຸ່ນໜຸ່ມ ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນຜົນງານອັນຍິ່ງໃຫຍ່ຂອງພັກ. ຂ້າພະເຈົ້າພ້ອມດ້ວຍໝູ່ຄະນະນໍາຂອງ ເມືອງໄຊເສດຖາ ຈະນໍາປະຊາຊົນສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງພັກ, ເສີມຂະຫຍາຍຄວາມສາມັກຄີ, ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜັນຂະຫຍາຍມະຕິຄໍາສັ່ງຂອງພັກ ແລະ ລັດໃຫ້ສໍາເລັດ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມທີ່ພັກວາງອອກ ຢ່າງໜັກແໜ້ນ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ເຊື່ອໝັ້ນຢ່າງ ໜັກແໜ້ນຕໍ່ການນຳພາຂອງພັກ ພ້ອມທັງຈະສຸມທຸກສະຕິປັນຍາ ຄວາມຮູ້ດຄວາມສາມາດຂອງຕົນ ເພື່ອພາລະກິດປະຕິວັດ ແລະ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com