Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ລັດຖະບານຫວຽດນາມ ໃຫ້ການສະໜັບສະໜູນການເຮັດທຸລະກິດ

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 24/03/2023 12:48:08 ຈຳ​ນວນ​​ຢ້ຽມ​ຊົມ 1239 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ, ກອງປະຊຸມສະມາຄົມທຸລະກິດຂະໜາດກາງ ແລະ ນ້ອຍ ຄັ້ງທີ IV ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 23 ມີນາ ຜ່ານມານີ້, ຕະຫຼອດໄລຍະ 5 ປີ ຜ່ານມາ ສະມາຄົມໄດ້ປະສົບຜົນສຳເລັດທີ່ໜ້າຊື່ນຊົມ, ປັດຈຸບັນສະມາຄົມທຸລະກິດຂະໜາດກາງ ແລະ ນ້ອຍ ໄດ້ກວມເອົາ 97% ຂອງປະຊາຄົມທຸລະກິດທົ່ວປະເທດ, ກວມລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຊາດ 45%, ປະກອບສ່ວນໃຫ້ກັບງົບປະມານແຫ່ງລັດ 30% ແລະ ກວມເອົາມູນຄ່າການສົ່ງອອກຂອງຊາດເຖິງ 30%.

ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ ວ່າ: ລັດຖະບານຫວຽດນາມ ຈະເພີ່ມການສະໜັບສະໜູນການເຮັດທຸລະກິດເພື່ອຊ່ວຍເຂົາເຈົ້າໃຫ້ມີການເຕີບໂຕຕໍ່ໄປ, ທ່ານ ກ່າວອີກວ່າ: ພວກເຮົາຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີ ແລະ ວິທະຍາສາດ, ພັດທະນາການປະດິດສ້າງລະບົບນິເວດ, ເພີ່ມທະວີການເຊື່ອມຕໍ່ກັນລະຫວ່າງຄວາມຕ້ອງການ ແລະ ການສະໜອງແຮງງານ, ຍົກລະດັບຊັບພະຍາກອນມະນຸດ, ລັດຖະບານຈະໃຫ້ການສະໜັບສະໜູນການພັດທະນາຂະ ແໜງການເອກະຊົນ ໂດຍສະເພາະແມ່ນຂະແໜງການການຜະລິດທີ່ນຳໃຊ້ເຕັກໂນໂລຊີ,ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າທັງພາຍໃນປະເທດ ແລະ ສາກົນ.

ໃນກອງປະຊຸມໄດ້ຄັດເລືອກຄະນະບໍລິຫານຊຸດໃໝ່, ທ່ານ ຫງວຽນວັນເທິນ ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມາຄົມທຸລະກິດຊຸດທີ IV ອີກຄັ້ງໜຶ່ງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com