Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປະທານປະເທດ ລົງຊຸກຍູ້ວຽກງານ ຢູ່ແຂວງສະຫວັນນະເຂດ ......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 25/03/2023 08:45:56 ຈຳ​ນວນ​​ຢ້ຽມ​ຊົມ 651 ຄັ້ງ

ຂປລ. ໃນໂອກາດທີ່ລົງຢ້ຽມຢາມ, ຊຸກຍູ້ວຽກງານດ້ານຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ມີນາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາຈາກກະຊວງຕ່າງໆ ໄດ້ໄປຢ້ຽມຢາມ ຫໍພິພິທະພັນໄດໂນເສົາ, ເຂດພັດທະນາແຄມຂອງ, ຢ້ຽມຢາມຫໍວາງສະແດງຂອງແຂວງ ແລະ ບໍລິເວນໃກ້ຄຽງ ທີ່ເປັນເຂດທ່ອງທ່ຽວຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ບັນດາການນໍາຂັ້ນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງຮ່ວມຕິດຕາມ.

ການລົງຢ້ຽມຢາມຄັ້ງນີ້, ໄດ້ຮັບຟັງລາຍງານກ່ຽວກັບ ປະຫວັດຄວາມເປັນມາ ຂອງແຕ່ລະສະຖານທີ່, ລວມທັງການເຄື່ອນໄຫວ, ການພັດທະນາໃນໄລຍະທີ່ຜ່ານມາ ແລະ ແຜນການທີ່ຈະສືບຕໍ່ໃນຕໍ່ໜ້າ. ໃນນີ້, ກໍມີແຜນພັດທະນາ ສົ່ງເສີມການທ່ອງທ່ຽວ ຈາກພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນເຂດຫໍວາງສະແດງຂອງແຂວງ ລວມທັງບັນດາກິດຈະກໍາທີ່ໄດ້ປະຕິບັດຜ່ານມາ ແລະ ກິດຈະກໍາທີ່ກໍາລັງສືບຕໍ່, ແຜນທີ່ຈະພັດທະນາ ເສັ້ນທາງວົງຈອນການທ່ອງທ່ຽວດ້ານວັດທະນະທໍາ ຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍສະເພາະເສັ້ນທາງໄປພະທາດອີງຮັງ ນະຄອນໄກສອນ ພົມວິຫານ, ເສັ້ນທາງ ໄປພະທາດໂພ່ນ, ເຮືອນຫີນ ເມືອງໄຊພູທອງ, ທາງໄປຫໍໄຕປີດົກ ແລະ ວົງຈອນທ່ອງທ່ຽວ ເມືອງຈໍາພອນ, ປັດຈຸບັນຫຼາຍໂຄງການໄດ້ຈັດຕັ້ງປະຕິບັດແລ້ວ. ທັງນີ້ ກໍເພື່ອເປັນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວ ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ແຂວງສະຫວັນນະເຂດ ໃຫ້ຫຼາຍຂຶ້ນ, ທັງມີບັນຍາກາດທີ່ຄຶກຄື້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາຂອງແຂວງ, ພະແນກການກ່ຽວຂ້ອງ ທີ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ແລະ ມີແຜນທີ່ຈະພັດທະນາ ເພາະວ່າວຽກງານການທ່ອງທ່ຽວ ເປັນວຽກທີ່ສໍາຄັນ ສາມາດສ້າງລາຍໄດ້ແກ່ປະຊາຊົນ ແລະ ເປັນການສ້າງລາຍຮັບເຂົ້າງົບປະມານຂອງແຂວງ ຕື່ມອີກ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com