Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 --------------------

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/03/2023 14:11:55 ຈຳ​ນວນ​​ຢ້ຽມ​ຊົມ 3388 ຄັ້ງ

ຫວ່າງບໍ່ດົນມານີ້ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວເມືອງ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເງິນ, ເຂົ້າຮ່ວມເປັນກຽດ ຂອງທ່ານ ຄໍາເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ຂັ້ນເມືອງ, ມີບັັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ດ່ານສາກົນນໍ້າເງິນ, ນາຍບ້ານ, ນັກທຸລະກິດຜູ້ປະກອບການ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຂຶ້ນສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວເມືອງ ນີ້ວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໜາຍ ຄວາມສໍາຄັນຫຼາຍ ແລະ ມີເນື້ອໃນວຽກງານຕົ້ນຕໍດັ່ງຕໍ່ໄປນີ້: ກອງປະຊຸມຈະໄດ້ພ້ອມກັນຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທົ່ວເມືອງ ປະຈໍາປີ2022 ແລະ ທິດທາງແຜນການປີ 2023, ເຊື່ອມຊືມຄໍາສັ່ງຂອງທ່ານເຈົ້າເມືອງ ວ່າດ້ວຍການປົກປັກຮັກສາປ່າໄມ້, ການຄຸ້ມຄອງການຖ່າງປ່ານອກເຂດຈັດສັນ, ການຕ້ານໄຟໄໜ້ລາມປ່າ ແລະ ການລ່າສັດນໍ້າ-ສັດປ່າທີ່ບໍ່ຖືກຕ້ອງ ໃນຂອບເຂດທົ່ວເມືອງ ແລະ ແຈ້ງການເພີ່ມເຕີມ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຕ້ານໄຟໄໜ້ລາມປ່າ ຂັ້ນເມືອງ, ຮັບຟັງການຜ່ານບົດບັນທືກມອບ-ຮັບ ໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນ ລະຫວ່າງຫ້ອງການອຸດສາຫະກໍາ ແລະ ການຄ້າ ກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ໃນວາລະດໍາເນີນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດ ຊຶ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ມີວິທີແກ້ໄຂໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມການປູກ-ການລ້ຽງໃຫ້ກາຍເປັນສິນຄ້າ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ.

ຂ່າວ-ພາບ ສຸລີຍາ ແສງເດືອນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com