Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳແຂວງຈຳປາສັກ .....

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/03/2023 16:32:34 ຈຳ​ນວນ​​ຢ້ຽມ​ຊົມ 871 ຄັ້ງ

ໃນວັນທີ 27 ມີນາ ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນຳແຂວງຈຳປາສັກ ທີ່ຫ້ອງວ່າການແຂວງ, ໂອກາດນີ້ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງວ່າ: ດ້ານເສດຖະກິດມະຫາພາກ ປີ 2022 ເສດຖະກິດຂອງແຂວງ ໂດຍລວມໄດ້ດຳເນີນໄປຕາມຄາດໝາຍ ແລະ ແຜນທີ່ວາງໄວ້, ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 30.362,8 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 28,3% ແຜນ 23,670,34 ຕື້ກີບ ອັດຕາການຂະຫຍາຍຕົວຢູ່ໃນລະດັບ 5,95% (GDP), ສະເລ່ຍຕໍ່ຫົວຄົນໄດ້ 2.774 ໂດລາ ຕໍ່ຄົນ ຫຼື ເທົ່າກັບ 39,9 ລ້ານກີບຕໍ່ຄົນ (ແຜນ 3.134 ໂດລາ), ເຮັດໃຫ້ໂຄງປະກອບເສດຖະກິດ: ຂະແໜງກະສິກຳ-ປ່າໄມ້ ກວມ 32,76%, ຂະແໜງອຸດສາຫະກໍາ ກວມ 24,09% ແລະ ຂະແໜງບໍລິການ ກວມ 43,15% ຂອງ GDP. ການລົງທຶນທັງໝົດເພື່ອການພັດທະນາ. ສາມາດລະດົມຂົນຂວາຍຈາກທຸກແຫຼ່ງທຶນ ໄດ້ 10.309,54 ຕື້ກີບ (ແຜນ 7.687,46 ຕື້ກີບ), ທຽບໃສ່ແຜນປີປະຕິບັດໄດ້ລື່ນແຜນ 34%, ໃນນັ້ນ, ການລົງທຶນຂອງລັດ 68,85 ຕື້ກີບ ກວມ 0,67%, ທຶນຊ່ວຍເຫຼືອ (ODA) ມູນຄ່າ 356,57 ຕື້ກີບ ກວມ 3,46%, ການລົງທຶນພາຍໃນ-ຕ່າງປະເທດມູນ ຄ່າ 5.444,8 ຕື້ກີບ ກວມ 52,81% ແລະ ສິນເຊື່ອທະນາຄານ 4.438,87 ຕື້ກີບ ກວມ 43,06% ຂອງການລົງທຶນທັງໝົດ.

ການເກັບລາຍຮັບງົບປະມານ: ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ບົນພື້ນຖານໂຕເລກ ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ ດ້ວຍການເພີ່ມທະວີການນຳພາ ຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ.

ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ການຈັດເກັບລາຍຮັບປີ 2022 ບັນລຸໄດ້ 1.842,47 ຕື້ກີບ, ທຽບໃສ່ແຜນດັດແກ້ ເທົ່າກັບ 115,79%, ທຽບໃສ່ໄລຍະດຽວປີກ່ອນ ເພີ່ມຂຶ້ນ 35,75%, ທຽບໃສ່ແຜນ 5 ປີ ຄັ້ງທີ IX ເພີ່ມຂຶ້ນ 42,35%,

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກໃຫ້ສືບຕໍ່ກ້າວຂຶ້ນ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ຈາກນັ້ນ ປະທານປະເທດ ຍັງໄດ້ລົງພື້ນທີ່ຕິດຕາມຊຸກຍູ້ໂຄງການພັດທະນາແຄມຂອງ ທີ່ຕັ້ງຢູ່ນະຄອນປາກເຊ, ຢ້ຽມຊົມແຫຼ່ງທ່ອງທ່ຽວພູສ່າເຫຼົ້າ ເມືອງໂພນທອງຕື່ມອີກ.

ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com