Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງໃຫ້ຜູ້ພິພາກສາທົ່ວປະເທດເອົາໃຈໃສ່ຕື່ມບາງບັນຫາສຳຄັນ .............

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 30/03/2023 08:00:30 ຈຳ​ນວນ​​ຢ້ຽມ​ຊົມ 833 ຄັ້ງ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມຕໍ່ ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XI, ໃນຫົວຂໍ້ ຍົກສູງຄວາມຮັບຜິດຊອບໃນການໂຕ້ແຍ່ງ-ໂຕ້ຖຽງໃຫ້ລະອຽດ, ຄົບຖ້ວນຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີໃຫ້ຖືກຕ້ອງ ແລະ ຍຸຕິທຳ ໄດ້ຈັດຂຶ້ນລະຫວ່າງວັນທີ 28-29 ມີນາ 2023 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ໂດຍມີຮອງປະທານສານປະຊາຊົນສູງສຸດ ຮອງລັດຖະມົນຕີ, ອົງການ, ສານທະຫານ ແລະ ສານປະຊາຊົນທ້ອງຖິ່ນເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ລາຍງານກ່ຽວກັບຜົນຂອງກອງປະຊຸມໂດຍຫຍໍ້ ເປັນຕົ້ນແມ່ນ ກອງປະຊຸມ ໄດ້ພ້ອມກັນຕັ້ງໜ້າຄົ້ນຄວ້າ, ປະກອບຄໍາເຫັນ ແລະ ພິຈາລະນາຕົກລົງບັນຫາສຳຄັນຕ່າງໆ ຢ່າງເປັນເອກະສັນ ດັ່ງນີ້: ໄດ້ຜ່ານຮ່າງບົດລາຍງານ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ X ແລະ ວາງທິດທາງແຜນການກອງປະຊຸມໃຫຍ່ ຜູ້ພິພາກສາ ຄັ້ງທີ XI ຊຶ່ງກອງປະຊຸມ ໄດ້ພ້ອມກັນສະຫຼຸບຕີລາຄາຜົນງານກໍຄືບັນດາຜົນສຳເລັດ ໃນການເຄື່ອນໄຫວວຽກງານ, ການຈັດຕັ້ງປະຕິບັດກົດໝາຍ, ວຽກງານບໍລິຫານຄະດີ, ວຽກງານວິຊາການ-ວິຊາສະເພາະ ກໍຄືການພິຈາລະນາຕັດສິນ ແລະ ພິພາກສາຄະດີ ຂອງສານປະຊາຊົນ, ສານທະຫານໃນຂອບເຂດທົ່ວປະເທດ ທີ່ຍາດມາໄດ້ໃນ 2 ປີ ຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ຕີລາຄາດ້ານອ່ອນ ຂໍ້ຄົງຄ້າງທີ່ເປັນບັນຫາຕັ້ງຂຶ້ນ, ສາເຫດ ເພື່ອຫາວິທີປັບປຸງແກ້ໄຂ, ຖອດຖອນບົດຮຽນໃນຕໍ່ໜ້າ ໃນການທີ່ພິຈາລະນາ, ແກ້ໄຂຄະດີ ກໍຄືວຽກງານວິຊາສະເພາະຂອງສານປະຊາຊົນ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ແລະ ພ້ອມກັນ ກໍານົດທິດທາງໜ້າທີ່ຈຸດສຸມໃນ 2 ປີ ຕໍ່ໜ້າ (2023-2025) ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃນຂົງເຂດວຽກງານຕຸລາການ ໂດຍສະເພະ ການພິຈາລະນາຕັດສິນຄະດີ.

ໃນໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດໄລຍະ 2 ປີທີ່ຜ່ານມາ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍອັນ ເປັນຕົ້ນແມ່ນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ແຕ່ດ້ວຍຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະນໍາ ກໍຄືຄວາມບຸກບືນສູ້ຊົນ, ຄວາມຫ້າວຫັນຂອງບັນດາຜູ້ພິພາກສາ ໃນການຕັດສິນ ແລະ ພິພາກສາຄະດີ, ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ຊຶ່ງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສຶກສາອົບຮົມສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢູ່ໃນສັງຄົມໃຫ້ນັບມື້ນັບສູງຂຶ້ນເທື່ອລະກ້າວ ຕາມທິດສ້າງລັດ ທີ່ປົກຄອງດ້ວຍກົດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາດີຂຶ້ນເປັນກ້າວໆ. ເຖິງຢ່າງໃດກໍຕາມຖ້າທຽບໃສ່ໜ້າທີ່ການເມືອງ ກໍຄືຄວາມຮຽກຮ້ອງຕ້ອງການຂອງວຽກງານຜູ້ພິພາກສາໃນໄລຍະໃໝ່ ຕາມແນວທາງນະໂຍບາຍຂອງພັກວາງອອກ, ສະນັ້ນ ທິດທາງໃນຕໍ່ໜ້າ ຮຽກຮ້ອງມາຍັງຄະນະພັກ ຄະນະນຳ ຂອງສານປະຊາຊົນສູງສຸດ ສານປະຊາຊົນທ້ອງຖິ່ນ ຈົ່ງພ້ອມກັນເປັນເອກະພາບເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້:

ຕ້ອງເຂົ້າໃຈ ແລະ ກໍາແໜ້ນໃນແນວທາງການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ໃຫ້ຖືກຕ້ອງ, ເລິກເຊິງຕາມທີ່ກອງປະຊຸມໃຫຍ່ຂອງພັກວາງອອກ ໂດຍຢຶດໝັ້ນຫຼັກການທີ່ວ່າ ພັກນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດ ໝາຍ, ປະຊາຊົນໃຊ້ສິດເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ. ຈຸດໝາຍແຫ່ງການສ້າງລັດ ທີ່ປົກຄອງດ້ວຍກົດໝາຍຂອງພັກເຮົາ ແມ່ນເພື່ອບັນລຸການສ້າງໃຫ້ລັດປະຊາທິປະໄຕ ປະຊາຊົນ ປະຕິບັດອຳນາດລັດ ຢ່າງຖືກຕ້ອງຕາມກົດໝາຍ, ທັງສາມາດຮັບປະກັນຄວາມສັກສິດ ຂອງກົດໝາຍໄດ້ເປັນຢ່າງດີ ແລະ ທັງສາມາດຮັບປະກັນສິດເປັນເຈົ້າ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.

ເຊີດຊູບົດບາດຂອງອົງການຕຸລາການໃຫ້ເຂັ້ມແຂງ, ໜັກແໜ້ນ ໃຫ້ກາຍເປັນເຄື່ອງມືຜະເດັດການທີ່ສັກສິດ ແລະ ເຂັ້ມງວດຂອງພັກ ໃຫ້ສົມກັບຄຳຂວັນທີ່ພວກສະຫາຍຕັ້ງໄວ້ວ່າ: ຍົກສູງປະສິດທິພາບໃນການເຄື່ອນໄຫວວຽກງານຂອງສານປະຊາຊົນໃນເງື່ອນໄຂໃໝ່ ໃຫ້ມີຄວາມໂປ່ງໄສ, ສິ້ນສຸດຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທໍາ ຕາມຄໍາຂວັນ 3 ປ: ໂປ່ງໄສ, ເປັນເອກະລາດ, ເປັນທໍາ.

ເພີ່ມທະວີປັບປຸງການຈັດຕັ້ງຂອງສານປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍສະເພາະສານຂັ້ນຕົ້ນ ຕ້ອງມີຄວາມລະອຽດ, ຮອບຄອບໃນການດຳເນີນຄະດີ, ເກັບກຳຂໍ້ມູນຫຼັກຖານ ໃຫ້ມີຄວາມຄົບຖ້ວນ, ຮອບດ້ານ, ຊັດເຈນ ແລະ ພາວະວິໄສ ເພື່ອຮັບປະກັນໃຫ້ການຕັດສິນຄະດີ ມີຄວາມຖືກຕ້ອງ ແລະ ເປັນທຳ, ເປັນທີ່ເພິ່ງ, ທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ເຮັດໃຫ້ສານຂັ້ນຕົ້ນເປັນບ່ອນຝຶກຝົນຫຼໍ່ຫຼອມ, ບຳລຸງ-ກໍ່ສ້າງພະນັກງານ ເລີ່ມແຕ່ຂັ້ນລຸ່ມຂຶ້ນມາ; ເຮັດໃຫ້ສານຂັ້ນອຸທອນ ໃຫ້ເປັນບ່ອນກັ່ນຕອງ, ກວດກາການດໍາເນີນຄະດີ, ການຕັດສິນຂອງສານຂັ້ນຕົ້ນ ທາງດ້ານຂໍ້ມູນຫຼັກຖານ ແລະ ກົດໝາຍ; ເຮັດໃຫ້ສານປະຊາຊົນສູງສຸດ ສຸມໃສ່ຄຸ້ມຄອງມະຫາພາກເປັນຕົ້ນຕໍ ຕໍ່ສານປະຊາຊົນທຸກຂັ້ນ ແລະ ພິພາກສາ ເປັນຂັ້ນລົບລ້າງທາງດ້ານກົດໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ເອົາໃຈໃສ່ບໍາລຸງ-ສ້າງຜູ້ພິພາກສາ, ພະນັກງານຂອງສານ ຖ້າຜູ້ພິພາກສາດີ-ເກັ່ງ ກໍຈະເຮັດໃຫ້ການຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ. ສະນັ້ນ, ຂອດພະນັກງານ, ຜູ້ພິພາກສາ ຍາມໃດກໍຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ເປັນກົກ, ໃຫ້ມີຄວາມໜັກແໜ້ນ, ມີມານະຈິດຟົດ ຟື້ນປະຕິວັດ ໂດຍໃຫ້ຖືເອົາການລົງຮາກຖານໃກ້ຊິດກັບປະຊາຊົນ ຖືເອົາປະຊາຊົນເປັນກົກ.

ສຶບຕໍ່ ປັບປຸງກົນໄກ, ແບບແຜນການຄົ້ນຄວ້າ, ຕັດສິນ ແລະ ພິພາກສາຄະດີ ໃຫ້ມີຄວາມຮັດກຸມ, ໂປ່ງໄສ ແລະ ກວດກາໄດ້, ສ້າງເງື່ອນໄຂໃຫ້ທະນາຍຄວາມ, ໂຈດ ແລະ ຈໍາເລີຍ ເຂົ້າຮ່ວມໃນການດໍາເນີນຄະດີ, ເພີ່ມທະວີໃຫ້ໂຈດ-ຈໍາເລີຍ ໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບຂໍ້ມູນຫຼັກຖານທີ່ແຕ່ລະຝ່າຍຍື່ນຕໍ່ສານໃຫ້ລະອຽດ, ຄົບຖ້ວນ ແລະ ສິ້ນສຸດຂະບວນການໂຕ້ແຍ່ງຕາມກົດໝາຍ, ນໍາເອົາຜົນຂອງການໂຕ້ແຍ່ງ-ໂຕ້ຖຽງດັ່ງກ່າວເປັນບ່ອນອີງ, ເຫດຜົນໃນການຕັດສິນແຕ່ລະບັນຫາ.

ສຶບຕໍ່ ຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີ ເນື່ອງຈາກວ່າຜູ້ພິພາກສາ ເປັນຜູ້ບັງຄັບບັນຊາ, ຄວບຄຸມການດໍາເນີນ, ຊີ້ຂາດກ່ຽວກັບຄະດີ. ຍ້ອນແນວນັ້ນໃນການຕັດສິນ, ພິພາກສາຄະດີ ຕ້ອງຍົກສູງການນຳພາຂອງພັກ, ນຳພາການຕັດສິນ, ພິພາກສາຄະດີ ເພື່ອປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງປະຊາຊົນ.

ເພີ່ມທະວີການຕິດຕາມກວດກາການປະຕິບັດໜ້າທີ່ຕັດສິນຄະດີຂອງຜູ້ພິພາກສາ ແລະ ພະນັກງານກົດໝາຍ ໃຫ້ເປັນປົກກະຕິ ດ້ວຍການປັບປຸງກົນໄກ ແບບແຜນວິທີ່ເຮັດວຽກ ພາຍໃນການຈັດຕັ້ງຂອງສານແຕ່ລະຂັ້ນ ໂດຍການເປີດກວ້າງດ້ວຍການຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊອກໃຫ້ເຫັນຜູ້ທີ່ດີ ກໍຍ້ອງຍໍຊົມເຊີຍ ແລະ ສຶກສາອົບຮົມ, ກ່າວເຕືອນ ຫຼື ປະຕິບັດວິໄນ ຕໍ່ພະນັກງານທີ່ກະທໍາຜິດລະບຽບກົດໝາຍເປັນແຕ່ລະກໍລະນີ ເພື່ອເປົ້າໝາຍສ້າງໃຫ້ສານກາຍເປັນສານຂອງປະຊາຊົນ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ເອົາໃຈໃສ່ປະສານສົມທົບກັບອົງການປົກປ້ອງກົດໝາຍ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ທີ່ຍັງຄ້າງຢູ່ສະພາ, ຢູ່ປະຕິບັດຄໍາຕັດສິນ ຫຼື ພາກສ່ວນອື່ນ ເພື່ອໃຫ້ຄໍາຕັດສິນໄດ້ຮັບການຈັດຕັ້ງປະຕິບັດ ເພາະລັດຖະທໍາມະນູນ, ລັດເຮົາບໍ່ອະນຸຍາດໃຫ້ຄໍາຕັດສິນທີ່ໄດ້ຢ່າງເດັດຂາດ ບໍ່ໄດ້ຮັບການປະຕິບັດ. ສະນັ້ນ, ຕ້ອງກວດກາ, ໄຈ້ແຍກເບິ່ງເປັນແຕ່ລະປະເພດຄະດີ, ອັນໃດຄ້າງຄາແທ້, ຫຍຸ້ງຍາກຫຍັງ, ສາເຫດແນວໃດ ເພື່ອຊອກຫາທາງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງສານ, ອັນໃດແມ່ນຄວາມຮັບຜິດຊອບຂອງໄອຍະການປະຊາຊົນ, ຂອງເຈົ້າໜ້າທີ່ຕຳຫຼວດ, ຂອງພະນັກງານປະຕິບັດຄຳຕັດສິນ ແລະ ອັນໃດ ແມ່ນຄວາມຮັບຜິດຊອບຂອງປະຊາຊົນ ກໍຄືຄູ່ຄວາມ.

(ຂ່າວ: ຕຸໄລເພັດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com