Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສູນອາຊຽນ-ເກົາຫຼີ ຈັດສຳມະນາກ່ຽວກັບທ່າອ່ຽງ ແລະ ກະແສນັກທ່ອງທ່ຽວເກົາຫຼີ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຂຶ້ນໃນວັນທີ 20 ເມສາ ນີ້ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີ ທ່ານ ກິມ ເຮຢົງ ເລຂາທິການໃຫຍ່ ສູນອາຊຽນ-ເກົາຫຼີ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ມີວິທະຍາກອນຈາກປະເທດ ເກົາຫຼີ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພາກທຸລະກິດພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມ.
ການສຳມະນາຄັ້ງນີ້, ເປັນກາລະໂອກາດອັນສຳຄັນ ໃນການສົ່ງເສີມຮ່ວມມືດ້ານວຽກງານການທ່ອງທ່ຽວ ລະຫວ່າງ ລາວ-ເກົາຫຼີ ໃຫ້ນັບມື້ນັບເຂັ້ມແຂງ ແລະ ກວ້າງຂວາງຍິ່ງຂຶ້ນ, ທັງເປັນເວທີສົນທະນາແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນເພື່ອສ້າງຄວາມເຂົ້າໃຈ ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງທັງສອງປະເທດ ເພື່ອພ້ອມກັນຄົ້ນຄວ້າເບິ່ງສະພາບຄວາມຕ້ອງການຕົວຈິງ, ຊອກຫາວິທີການທີ່ ເໝາະສົມ ແລະ ສອດຄ່ອງ ເພື່ອອຳນວຍຄວາມສະດວກ ແລະ ເຮັດໃຫ້ການທ່ອງທ່ຽວລາວ-ເກົາຫຼີ ນັບມື້ນັບມີທ່າແຮງ ແລະ ຂະຫຍາຍຕົວຂຶ້ນ.
ທ່ານ ອຸ່ນທວງ ຂາວພັນ ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ມີຄວາມສຳຄັນ ແລະ ມີບົດບາດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດໃນທົ່ວໂລກ ກ່ອນມີການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າຫຼາຍປະເທດຈະໄດ້ຮັບຜົນກະທົບຫຼາຍພຽງໃດກໍຕາມ, ແຕ່ພາຍຫຼັງທີ່ທົ່ວໂລກສາມາດສະກັດກັ້ນ ແລະ ຜ່ອນຜັນບັນດາມາດຕະການຂອງການແຜ່ລະບາດພະຍາດດັ່ງກ່າວ, ອັນໄດ້ເຮັດໃຫ້ການທ່ອງທ່ຽວກັບມາຟື້ນຕົວໄວຢ່າງເຫັນໄດ້ຊັດເຈນທີ່ສຸດ ຂອງທຸກປະເທດໃນໂລກ.
ສຳລັບ ສປປ ລາວ, ລັດຖະບານ ໄດ້ເອົາໃຈໃສ່ ແລະ ເຫັນຄວາມສໍາຄັນຂອງວຽກງານການທ່ອງທ່ຽວສະເໜີມາ ໂດຍສະເພາະພາຍຫຼັງການແຜ່ລະບາດຂອງພະຍາດໂດວິດ-19 ໂດຍໄດ້ກຳນົດ ວຽກງານການທ່ອງທ່ຽວເປັນວຽກງານບຸລິມະສິດໃນການກະຕຸ້ນ, ຊຸກຍູ້ເສດຖະກິດຂອງຊາດ ໃນການປະກອບສ່ວນເຂົ້າພັດທະນາສ້າງອາຊີບ, ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ພ້ອມນີ້, ສປປ ລາວ ໄດ້ມີການເປີດກວ້າງການພົວພັນ-ຮ່ວມມືກັບກັບບັນດາປະເທດໃນປະຊາຄົມອາຊຽນ, ອາຊີປາຊີຟິກ ແລະ ສາກົນ. ສປປ ລາວ ແລະ ສ ເກົາຫຼີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອສະໜິດແໜ້ນມາແຕ່ດົນນານ ໂດຍໄດ້ມີການຮ່ວມມືກັນທາງດ້ານທຸລະກິດ, ການຊ່ວຍເຫຼືອກັນໃນການພັດທະນາບ້ານຕ່າງໆ, ການເດີນທາງທ່ອງທ່ຽວລະຫວ່າງ ປະເທດພາຍຫຼັງທີ່ ສປປ ລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ. ມາຮອດເດືອນທັນວາ ປີ 2022 ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາ
1.294.365 ຄົນ (ມີກຸ່ມນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ຄື: ນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວເກົາຫຼີ). ນັກທ່ອງທ່ຽວເກົາຫຼີ ແມ່ນກຸ່ມຕະຫຼາດໃຫຍ່ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ສປປ ລາວ ຫຼາຍທີ່ສຸດ, (ສໍາລັບໂຕເລກນັກທ່ອງທ່ຽວເກົາຫຼີ ໄລຍະ 2 ເດືອນຕົ້ນປີ 2023 ນີ້, ມີຈຳນວນ 34.326 ເທື່ອຄົນ) ຊຶ່ງຮູບແບບການທ່ອງທ່ຽວຂອງນັກທ່ອງທ່ຽວເກົາຫຼີ ແມ່ນຈະມາເປັນກຸ່ມໃຫຍ່(ເກົາຫຼີ ຟີເວີ), ມີການບອກຕໍ່ໆໂຄສະນາເປັນວົງກວ້າງ, ມີການມາທ່ອງທ່ຽວຍາວຕໍ່ເນື່ອງໃນທຸກໆລະດູການ ແລະ ມີນັກຮ້ອງ, ນັກສະແດງຈາກເກົາຫຼີ ມາສ້າງກິດຈະກຳຕ່າງໆ ທີ່ເປັນສີສັນໃຫ້ການທ່ອງທ່ຽວຂອງ ສປປ ລາວ ຊຶ່ງສະຖານທີ່ທ່ອງທ່ຽວຍອດນິ ຍົມແມ່ນ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
ຂ່າວ-ພາບ: ວຽງສະຫວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com