Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ມີໄຊ ພູນວິໄຊ
ປັດຈຸບັນ, ສື່ສິ່ງພິມໂດຍສະເພາະໜັງສືພິມ-ວາລະສານຊຶ່ງເປັນສື່ເກົ່າແກ່ທີ່ສຸດໄດ້ຮັບຄວາມນິຍົມໜ້ອຍກວ່າສື່ເອເລັກໂຕຣນິກອື່ນໆທີ່ທັນສະໄໝກວ່າເຊັ່ນ: ວິທະຍຸ-ໂທລະພາບຢູ່ແລ້ວຊໍ້າບໍ່ໜໍາພັດເກີດມີສື່ແບບໃໝ່ທີ່ທັນສະໄໝກວ່າເກົ່າ ຕາມຍຸກ 4.0 ທີ່ເອີ້ນວ່າ: ສື່ສັງຄົມອອນລາຍ (Social Media) ຊຶ່ງແມ່ນຮູບການສື່ສານ ແລະ ການເຜີຍແຜ່ຂໍ້ມູນ-ຂ່າວສານຜ່ານອິນເຕີເນັດ (Internet) ໂດຍບຸກຄົນທົ່ວໄປສາມາດນໍາສະເໜີ, ສົ່ງ, ຮັບ, ສົ່ງຕໍ່, ສະແດງຄໍາຄິດເຫັນຕໍ່ເນື້ອໃນຂໍ້ມູນ-ຂ່າວສານດັ່ງກ່າວ.
ມາດຕາ 3 ຂອງກົດໝາຍວ່າດ້ວຍສື່ມວນຊົນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2016 ໄດ້ໃຫ້ຄວາມໝາຍກ່ຽວກັບສື່ເກີດໃໝ່ ຫຼື ສື່ແບບໃໝ່ໄວ້ວ່າ: “ສື່ແບບໃໝ່ໝາຍເຖິງພາຫະນະໂຄສະນາປະເພດໜຶ່ງຂອງສື່ເອເລັກໂຕຣນິກທີ່ສາມາດສື່ສານໄດ້ສອງລວງດ້ວຍການນໍາໃຊ້ເຕັກໂນໂລຊີສື່ສານທັນສະໄໝໃນການສົ່ງຂໍ້ມູນ-ຂ່າວສານເປັນຕົວອັກສອນ, ພາບ ແລະ ສຽງຜ່ານລະບົບເຄື່ອຂ່າຍອິນເຕີເນັດເຊັ່ນ: Facebook, Twitter, YouTube… ເມື່ອມີສື່ແບບໃໝ່ເຂົ້າມາມີບົດບາດສໍາຄັນ ແລະ ແຜ່ຫຼາຍໄດ້ຮັບຄວາມນິຍົມຊົມຊອບຈາກຄົນໃນສັງຄົມປັດຈຸບັນ, ແນ່ນອນວ່າສື່ດັ່ງເດີມແບບເກົ່າກໍໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ຈາກທີ່ບຸກຄະລິກສະເພາະເຈາະຈົງຂອງຄົນລາວຈໍານວນໜຶ່ງບໍ່ມັກອ່ານໜັງສືຢູ່ເທິງໜ້າເຈ້ຍ, ບໍ່ມັກຟັງວິທະຍຸຢູ່ເຮືອນ-ຢູ່ລົດ ແລະ ບໍ່ມັກເບິ່ງໂທລະພາບຜ່ານເທິງໜ້າຈໍໂທລະພາບແບບເກົ່າຢູ່ແລ້ວ ຊໍ້າພັດມີສື່ເກີດໃໝ່ເຂົ້າມາແທນທີ່ ເຮັດໃຫ້ການຕິດຕາມຂໍ້ມູນ-ຂ່າວສານໄດ້ຢ່າງສະດວກ ແລະ ວ່ອງໄວກວ່າຜ່ານໂທລະສັບມືຖືສະມາດໂຟນ.
ຍ້ອນຮູບແບບການສະເໜີຂໍ້ມູນ-ຂ່າວສານທີ່ສະດວກວ່ອງໄວ ສາມາດສົ່ງ, ຮັບ, ສົ່ງຕໍ່, ສະແດງຄໍາຄິດເຫັນຕໍ່ເນື້ອໃນຂໍ້ມູນ-ຂ່າວສານດັ່ງກ່າວ ແລະ ສາມາດຖ່າຍທອດ (Live) ສົດໄດ້ທຸກເວລາຈຶ່ງເຮັດໃຫ້ສື່ໃໝ່ໄດ້ຮັບຄວາມນິຍົມນັບມື້ຫຼາຍຂຶ້ນ ໃນຂະນະທີ່ສື່ດັ່ງເດີມມີຜູ້ບໍລິໂພກນັບມື້ຫຼຸດໜ້ອຍລົງລວມທັງການລົງໂຄສະນາຈາກບໍລິສັດຫ້າງຮ້ານກໍຫຼຸດລົງ. ດ້ວຍອິດທິພົນດັ່ງກ່າວ, ສື່ດັ່ງເດີມຕ້ອງໄດ້ປັບຕົວຫັນສູ່ການຜະລິດຂ່າວໃນຮູບແບບສື່ໃໝ່ເພື່ອເພີ່ມທາງເລືອກໃຫ້ແກ່ຜູ້ບໍລິໂພກ.ຢືນຢູ່ຕໍ່ໜ້າສະພາບການຄືດັ່ງກ່າວ, ບໍລິສັດ-ຫ້າງຮ້ານ ຫຼື ເຈົ້າຂອງສິນຄ້າທີ່ເຄີຍໃຫ້ການອຸປະຖໍາຄໍ້າຊູມາລົງໂຄສະນານໍາບັນດາສື່ດັ່ງເດີມແບບເກົ່າທີ່ຕ່າງຝ່າຍຕ່າງກໍມີຜົນປະໂຫຍດນັ້ນກໍບໍ່ຂໍຕໍ່ສັນຍາ (ຍົກເລີກສັນຍາ) ປ່ຽນໄປລົງໂຄສະນານໍາສື່ແບບໃໝ່ (ສື່ສັງຄົມອອນລາຍ) ແທນ, ໃນເມື່ອບໍ່ມີຜູ້ໃຫ້ການອຸປະຖໍາກໍຈະເຮັດໃຫ້ສື່ເກົ່າຈໍານວນບໍ່ໜ້ອຍພົບວິກິດການ ແລະ ບໍ່ສາມາດຍົກສູງຄຸນນະພາບໄດ້, ບາງສໍານັກສື່ເກົ່າກໍກ້າວໄປເຖິງປິດການພິມຈໍາໜ່າຍແລ້ວຫັນໄປນໍາເໜີຂ່າວແບບອອນລາຍ.
ອີງຕາມບົດສະເໜີ ຂອງທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຈັດຂຶ້ນເມື່ອທ້າຍປີ 2022 ທີ່ຜ່ານມາ ໃຫ້ຮູ້ວ່າ: ສື່ສັງຄົມອອນລາຍ ທີ່ຖືກນຳໃຊ້ຫຼາຍກວ່າໝູ່ໃນໂລກ ຕາມສະຖິຕິ ປີ 2022 ແມ່ນ Facebook ຊຶ່ງມີປະມານ 2.936 ລ້ານບັນຊີ, ຮອງລົງມາ ແມ່ນ YouTube 2.476 ລ້ານບັນຊີ, WhatsApp 2.000 ລ້ານບັນຊີ, Instagram 1.440 ລ້ານບັນຊີ; Wechat1.288 ລ້ານບັນຊີ ແລະ TikTok 1.023 ລ້ານບັນຊີ. ສໍາລັບຢູ່ ສປປ ລາວ ກໍໄດ້ນໍາໃຊ້ສື່ສັງຄົມອອນລາຍຫຼາຍປະເພດ, ແຕ່ທີ່ໃຊ້ຫຼາຍກວ່າໝູ່ ກໍແມ່ນ Facebook ແລະ WhatsApp. ຈາກສະຖິຕິປີ 2022 ການນໍາໃຊ້ ສື່ສັງຄົມອອນລາຍ ໃນ ສປປ ລາວ ມີເຖິງ 3,8 ລ້ານບັນຊີ ຫຼື 51,1% ຂອງພົນລະເມືອງລາວ ເຊິ່ງເພິ່ມຂຶ້ນຈາກປີຜ່ານມາ 5,6% ໂດຍສະເພາະ Facebook ມີຜູ້ໃຊ້ເຖິງ 3,5 ລ້ານບັນຊີ ຫຼື 47,1% ຂອງປະຊາກອນທັງໝົດ, ໃນນັ້ນ 99,5% ແມ່ນນໍາໃຊ້ຜ່ານໂທລະສັບມືຖື Smart Phone.
ສື່ສັງຄົມອອນລາຍ ປຽບດັ່ງມີດສອງຄົມ ທີ່ຕິດພັນກັບການດຳລົງຊີວິດຂອງມວນມະນຸດເຮົາໃນປັດຈຸບັນ ເພາະວ່າເຕັກໂນໂລຊີ ດັ່ງກ່າວ ເປັນແຮງຊຸກດັນໃຫ້ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງແຂງແຮງ, ເປັນເຄື່ອງມືເຊື່ອມໂຍງ ລະຫວ່າງ ປະເທດໃນພາກພື້ນ ແລະ ໃນໂລກ, ສ້າງບັນຫາຫຼາຍຢ່າງ ໃຫ້ແກ່ວຽກງານການເມືອງ-ແນວຄິດ, ວຽກງານ ປກສ-ປກຊ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ. ເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ, ລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ເພື່ອຕິດດຕາມ, ຄຸ້ມຄອງ, ກວດກາ, ຕອບຕ້ານເນື້ອໃນຂໍ້ມູນ-ຂ່າວສານ ຜ່ານອິນເຕີເນັດ ແລະ ຊຸກຍູ້ສົ່ງເສີມວຽກງານອິນເຕີເນັດ, ພ້ອມທັງສົ່ງເສີມການຫັນເປັນດິກິຕ໋ອນ, ເຕັກໂນໂລຊີດີຈີຕອນ, ເຕັກໂນໂລຊີການສື່ສານ ຂໍ້ມູນ-ຂ່າວສານ ໃຫ້ມີຄວາມປອດໄພ ດ້ານການສື່ສານ, ຂໍ້ມູນ-ຂ່າວສານ ເພື່ອຮັບປະກັນປົກປ້ອງສິດຜົນປະໂຫຍດ ຂອງຊາດ, ຮັກສາຄວາມໝັ້ນຄົງ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ. ຄຄອຊ ໄດ້ສ້າງຕັ້ງໜ່ວຍງານຕິດຕາມ, ກວດກາ ແລະ ຕ້ານຫາງສຽງບໍ່ດີໃນສັງຄົມຊຶ່ງປະກອບດ້ວຍຫຼາຍພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງ ຖວທ, ຫສນຍ, ກະຊວງ ຕສ, ປກຊ-ປກສ, ກະຊວງການຕ່າງປະເທດ; ຄຄອຊ ຍັງໄດ້ກຳນົດຜູ້ປະສານງານທົ່ວປະເທດ, ໂດຍໄດ້ມອບໃຫ້ ຫ້ອງວ່າການແຂວງ ໃນທົ່ວປະເທດ ແລະ ຫົວໜ້າຫ້ອງການບັນດາກະຊວງ/ອົງການທຽບເທົ່າ ເປັນຈຸດປະສານງານ.
ໃນດ້ານນິຕິກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ ໃນການສ້າງ ແລະ ປັບປຸງນິຕິກຳ ຫຼາຍສະບັບ ທີ່ກ່ຽວຂ້ອງກັບການຄຸ້ມຄອງຂໍ້ມູນ-ຂ່າວສານ ແລະ ສື່ສັງຄົມອອນລາຍ, ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ, ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພີວເຕີ, ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ, ກົດໝາຍ ວ່າດ້ວຍເຕັກໂນໂລຊີການສື່ສານ ຂໍ້ມູນ-ຂ່າວສານ, ດຳລັດ ວ່າດວ້ຍສູນຂໍ້ມູນ-ຂ່າວສານ ຜ່ານອິນເຕີເນັດ, ດຳລັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນ-ຂ່າວສານຜ່ານອິນເຕີເນັດ, ເວົ້າສະເພາະ ດຳລັດເລກທີ 327 ມີຈຸດປະສົງເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງຂໍ້ມູນ-ຂ່າວສານຜ່ານອິນເຕີເນັດ ເພື່ອຮັບປະກັນຄວາມໝັ້ນຄົງ ຂອງຊາດ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແນໃສ່ປົກປ້ອງກຽດສັກສີ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ໃຫ້ບໍລິການ, ຜູ້ໃຊ້ບໍລິການ ແລະ ສັງຄົມ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ຊັ້ນຄົນຕ່າງໆໃນທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ມີສະຕິເປັນເຈົ້າການ ໃນການນຳໃຊ້ສື່ດັ່ງກ່າວເຂົ້າໃນການເຄື່ອນໄຫວດຳລົງຊີວິດຢ່າງຖືກຕ້ອງ; ມີສະຕິລະວັງຕົວສູງ ຕໍ່ກົນອຸບາຍຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີທີ່ສວຍໃຊ້ສື່ສັງຄົມອອນລາຍ ສ້າງຄວາມປັ່ນປ່ວນໃນສັງຄົມ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ຕົວະຍົວະຫຼອກລວງ ແລະ ສ້າງຄວາມແບ່ງແຍກລະຫວ່າງ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ເພື່ຶອປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຂອງສັງຄົມ.
ບຸກຄົນ ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວຢູ່ສື່ສັງຄົມອອນລາຍຕ້ອງລົງທະບຽນກັບກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເລີ່ມແຕ່ວັນທີ 12/07/2019 ເປັນຕົ້ນໄປເພາະໃນໄລຍະຜ່ານມາໄດ້ມີອົງການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນສ້າງໜ້າຂ່າວເພື່ອຜະລິດ ແລະ ບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ສັງຄົມ ແລະ ກຳນົດຊື່ເອີ້ນຂອງໜ້າຂ່າວໂດຍພາລະການໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍຈາກອົງການຄຸ້ມຄອງສື່ຊຶ່ງມີທັງຂ່າວທີ່ມີຄວາມຈິງ, ມີປະໂຫຍດ ແລະ ທັງຂ່າວປອມ, ຂ່າວອະກຸສົນ, ຂ່າວບິດເບືອນຄວາມຈິງອັນໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມເປັນຕົ້ນໜ້າຂ່າວອອນລາຍຢູ່ເຟສບຸກ. ເພື່ອເສີມຂະຫຍາຍດ້ານຄຸນປະໂຫຍດ ແລະ ຈຳກັດສິ່ງຫຍໍ້ທໍ້ຢູ່ໃນສື່ສັງຄົມອອນລາຍ ຫຼື ໜ້າຂ່າວອອນລາຍ, ກະຊວງໄດ້ແຈ້ງໃຫ້ທຸກຄົນຮັບຮູ້ວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ໃດທີ່ໄດ້ສ້າງໜ້າຂ່າວອອນລາຍຜ່ານພາຫະນະສື່ປະເພດຕ່າງໆ ແລະ ໄດ້ບໍລິການຂໍ້ມູນ-ຂ່າວສານຜ່ານມາແລ້ວໃຫ້ມາລົງທະບຽນ. ຖ້າບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງໃດມີຈຸດປະສົງຈະສ້າງເວັບໄຊ, ໜ້າຂ່າວອອນລາຍ (Webpage) ຜ່ານພາຫະນະສື່ປະເພດຕ່າງໆ (Platform) ເພື່ອມາບໍລິການສັງຄົມກໍສາມາເຮັດໄດ້ແຕ່ຕ້ອງໄດ້ແຈ້ງຈຸດປະສົງ, ຂໍອະນຸຍາດເຄື່ອນໄຫວຈາກກົມສື່ມວນຊົນ, ກະຊວງ ຖວທ, ພະແນກ ຖວທ ແຂວງ ແລະ ນະຄອນຫຼວງເພື່ອອອກໃບອະນຸຍາດເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ທຸກໆການເຄື່ອນໄຫວບໍລິການຂໍ້ມູນ-ຂ່າວສານແກ່ສັງຄົມຜ່ານສື່ສັງຄົມອອນລາຍທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນແມ່ນຜິດກົດໝາຍ ແລະ ລະບຽບການ. ການລົງທະບຽນຢ່າງຖືກຕ້ອງຕາມກົດໝາຍກໍເພື່ອຄວາມສະດວກສະບາຍໃນການເຮັດວຽກຂອງບັນດາສື່ສັງຄົມອອນລາຍທີ່ກຳລັງໄດ້ຮັບຄວາມນິຍົມໃນປັດຈຸບັນ. ເຮົາຈະເຮັດຫຍັງ ກໍຕ້ອງປະຕິບັດຕາມລະບຽບຫຼັກການຕົວຢ່າງ: ເຮົາຈະຫຼິ້ນເຟສບຸກ Facebook, ຈີເມວ Gmail, ວີແຊັດ WeChat, ຢູທູບ Youtubeແລະ ອື່ນໆເຮົາກໍຍັງຕ້ອງໄດ້ລົງທະບຽນ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com