Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ສຶກສາອົບຮົມຕາມແນວທາງຂອງພັກ ....

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/04/2023 10:30:22 ຈຳ​ນວນ​​ຢ້ຽມ​ຊົມ 2791 ຄັ້ງ

ໂດຍ: ບຸນອູ້ມ

ວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ເປັນກະບອກສຽງຂອງຄະນະພັກ, ຄະນະລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາໃນການໂຄສະນາ, ສຶກສາອົບຮົມຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະ ກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທໍານອງທີ່ບິດເບືອນຄວາມຈິງ.

ທ່ານ ອ່ອນແກ້ວ ນວນນະວົງ ຜູູ້ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາໄດ້ຂຶ້ນຜ່ານບົດສະຫຼຸບໃນກອງປະຊຸມສະຫຼຸບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ປະ​ຈຳ​ປີ 2022 ວ່າ: ຜົນສໍາເລັດຂອງໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ເປັນໜັງສືພິມລາຍວັນ, ຮັບປະກັນໃຫ້ໄດ້ອອກທຸກວັນປີ 2022 ໄດ້ປ່ຽນຊື່ ແລະ ປັບຂະໜາດໃຫ້ນ້ອຍລົງ, ປັບປຸງດ້ານເນື້ອໃນ ແລະ ການຂຽນໃຫ້ຖືກຕ້ອງ, ພິມ 400-450 ສະບັບຕໍ່ວັນ, ການຈັດພິມທັງໝົດ 97.500 ສະບັບຕໍ່ປີ, ແຈກຢາຍລ້າ 31%, ຈໍາໜ່າຍ 69%, ລາຄາ 4.500-5.000 ກີບ ຕໍ່ສະບັບ, ປີ 2022 ເລີ່ມກຸ້ມຕົນເອງທາງດ້ານງົບປະມານສໍາລັບການຈັດພິມໜັງສືພິມ ແລະ ໄດ້ມີການຮ່ວມມືກັບຜູ້ເຮັດວຽກງານຂ່າວສານຢູ່ແຕ່ລະແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ແລະ ໃນປີ 2022 ໄດ້ຢຸດການຜະລິດຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ປັດຈຸບັນໄດ້ໂຄສະນາອອກຂ່າວຜ່ານທາງອອນລາຍເທົ່ານັ້ນ.

ສໍາລັບທິດທາງໃນຕໍ່ໜ້າປັບປຸງຄຸນນະພາບດ້ານເນື້ອໃນ ແລະ ຮູບແບບຂອງໜັງສືພິມ, ເພີ່ມທະວີການຮ່ວມມືກັບເຄືອຂ່າຍໜ່ວຍໂຄສະນາຂ່າວສານຂອງພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ສະຖານການສຶກສາ ແລະ ຈະຂະຫຍາຍການຮ່ວມມືກັບກົມກອງ ແລະ ຄູ່ຮ່ວມພັດທະນາຕ່າງໆ, ຄົ້ນຄວ້າດ້ານລະບຽບການເພື່ອຊຸກຍູ້ສົ່ງເສີມການສ້າງຕົ້ນສະບັບໜັງສືພິມ, ອອກໜັງສືພິມທາງອອນລາຍ, ໂຄສະນາປະຊາສໍາພັນ, ຍາດແຍ່ງການສະໜັບສະໜູນ, ອຸປະຖໍາຈາກສັງຄົມ, ສ້າງກົນໄກຕິດຕາມ ແລະ ປະສານງານ ເພື່ອຮັບປະກັນການເກັບລາຍຮັບຈາກການຈໍາໜ່າຍໜັງສືພິມ, ປະກອບອຸປະກອນໃຫ້ພຽງພໍ ເປັນຕົ້ນແມ່ນກ້ອງຖ່າຍຮູບ, ຄອມພິວເຕີ ແລະ ອື່ນໆ ແລະ ສືບຕໍ່ສະເໜີຂໍອະນຸມັດຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່ຽວກັບການສ້າງຕັ້ງຊ່ອງໂທລະພາບສຶກສາ ແລະ ກິລາ ເພື່ອເປີດຢ່າງເປັນທາງການ, ວາງແຜນປັບປຸງລາຍການໃຫ້ຫຼາກຫຼາຍ (ໃຫ້ມີລາຍການສະເພາະກ່ຽວກັບການສຶກສາຄູ, ອາຊີວະສຶກສາ, ການສຶກສາຊັ້ນສູງ... ຫຼື ສະຖາບັນການສຶກສາ), ສືບຕໍ່ຮ່ວມມືກັບກົມກອງຕ່າງໆ ລວມທັງ LAOSAT ແລະ ຄູ່ຮ່ວມພັດທະນາ (UNICEF, Australian Aid, China) ເພື່ອຜະລິດລາຍການໂທລະພາບ ແລະ ວິດີໂອການສອນໃຫ້ພຽງພໍຕາມຫຼັກສູດຊັ້ນປະຖົມ ແລະ ມັດທະຍົມ, ສ້າງແຜນເພື່ອຈັດການຮຽນທາງໄກຜ່ານດາວທຽມຢ່າງເປັນລະບົບໃນຕໍ່ໜ້າ, ສືບຕໍ່ຂົນຂວາຍການສະໜັບສະໜູນ, ສະເໜີປະກອບອຸປະກອນສໍາລັບໄລ້ສົດ (live) ແບບຄົບຊຸດ ແລະ ພາຫະນະຮັບໃຊ້ໃຫ້ແກ່ວຽກງານໂທລະພາບສຶກສາ ແລະ ກິລາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com