Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປ່າສະຫງວນແຫ່ງຊາດນ້ຳຫ້າ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 02/05/2023 11:20:55 ຈຳ​ນວນ​​ຢ້ຽມ​ຊົມ 1722 ຄັ້ງ

ປ່າສະຫງວນແຫ່ງຊາດນ້ຳຫ້າເປັນປ່າໄມ້ເຂດຮ້ອນ ຕັ້ງຢູ່ພາກຕາເວັນຕົກຂອງເມືອງຫຼວງນໍ້າທາແຂວງຫຼວງນໍ້າທາ, ທິດຕາເວັນອອກຂອງເມືອງສິງ ແລະ ທິດເໜືອຂອງເມືອງວຽງພູຄາ ຊຶ່ງມີເນື້ອທີ່ກວ້າງຂວາງເຖິງ 222.400 ເຮັກຕາ ແລະ ຢູ່ຫ່າງຈາກເທດສະບານ ປະມານ 26 ກິໂລຕາແມັດ. ປ່າສະຫງວນແຫ່ງຊາດນ້ຳຫ້າຖືກຂະໜານນາມວ່າ ເປັນມໍລະດົກອາຊຽນ ຍ້ອນຄວາມອຸດົມສົມບູນທາງດ້ານປ່າໄມ້ ແລະ ຊີວະນາໆພັນ ຊຶ່ງປະກອບມີເນື້ອທີ່ປ່າດົກໜາ ກວມ 30%, ປ່າດົງດິບ 60% ແລະ ພື້ນທີ່ດິນກະສິກໍາ 10% ພ້ອມທັງມີສັດປ່າລ້ຽງລູກດ້ວຍນ້ຳນົມ 38 ສາຍພັນ, ສັດປ່າທີ່ຫາຍາກຈໍານວນ 22 ສາຍພັນ ແລະ ນົກ 288 ສາຍພັນ. ໃນປີ ຄ.ສ 1999 ອົງການທ່ອງທ່ຽວແຫ່ງຊາດໄດ້ສົມທົບກັບຫ້ອງການທ່ອງທ່ຽວແຂວງ ໂດຍໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອຈາກປະເທດນິວຊີແລນ ເພື່ອພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃນນາມໂຄງການທ່ອງທ່ຽວອະນຸລັກນ້ຳຫ້າ. ຜ່ານໄລຍະເວລາການພັດທະນາພຽງ 3 ປີ ປ່າສະຫງວນແຫ່ງຊາດນ້ຳຫ້າກໍໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຈົນມາຮອດທຸກມື້ນີ້ ແລະ ໄດ້ກາຍເປັນຕົວແບບຂອງການພັດທະນາການທ່ອງທ່ຽວແບບທັດສະນະສຶກສາທີ່ຕິດພັນກັບການອະນຸລັກຢູ່ປະເທດເຮົາ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com