Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການທ່ອງທ່ຽວແມ່ນໜຶ່ງໃນອຸດສາຫະກໍາທີ່ພັດທະນາໄວທີ່ສຸດ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 02/05/2023 15:24:09 ຈຳ​ນວນ​​ຢ້ຽມ​ຊົມ 1680 ຄັ້ງ

ໂດຍ: ບຸນອູ້ມ

ການທ່ອງທ່ຽວພົວພັນກັບສິ່ງແວດລ້ອມ, ການທ່ອງທ່ຽວຮຽກຮ້ອງໃຫ້ມີຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍເພື່ອແນໃສ່ເຕີບໂຕທີ່ສໍາຄັນ ແມ່ນນ້ຳ ແລະ ດິນ, ທັງໝົດແມ່ນສ່ວນໜຶ່ງຂອງສິ່ງແວດລ້ອມການທ່ອງທ່ຽວປະກອບມີ: ການທ່ອງທ່ຽວວັດທະນະທໍາ, ການທ່ອງທ່ຽວສິ່ງແວດລ້ອມ ແລະ ການທ່ອງທ່ຽວຊົນນະບົດ;

ທ່ານ ນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ກ່າວໃນງານຈັດກິດຈະກຳສົ່ງເສີມປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວທີ່ຍືນຍົງ ເມື່ອບໍ່ດົນມານີ້ວ່າ: ການທ່ອງທ່ຽວແມ່ນ ໜຶ່ງໃນອຸດສາຫະກໍາທີ່ພັດທະນາໄວທີ່ສຸດໃນໂລກ, ອຸດສາຫະກໍາໄດ້ສົ່ງຜົນກະທົບທັງທາງບວກ ແລະ ທາງລົບຕໍ່ສິ່ງແວດລ້ອມ ຖ້າຫາກທຸກຄົນເຂົ້າໃຈແນວຄິດຕົວຈິງໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຍືນຍົງ. ສະນັ້ນ, ຄວາມຈຳເປັນໃນການອະນຸລັກສິ່ງແວດລ້ອມ ແນໃສ່ເຮັດໃຫ້ການທ່ອງທ່ຽວຍືນຍົງທີ່ກ່ຽວຂ້ອງກັບຜູ້ທີ່ໄປຢ້ຽມຢາມສະຖານທີ່ແຫຼ່ງທ່ອງທ່ຽວ, ປັດຈຸບັນ ມີບັນຫາມົນລະພິດທາງອາກາດ, ນ້ຳ ແລະ ດິນ. ສ່ວນໃຫຍ່ຂອງການໃຊ້ລົດ, ໃຊ້ນໍ້າມັນເຊື້ອໄຟ, ການເຜົາໄໝ້, ການທ່ອງທ່ຽວສາມາດເປັນມິດກັບສິ່ງແວດລ້ອມໄດ້ຖ້າຫາກມີການວາງແຜນ, ມີການຄຸ້ມຄອງ ແລະ ເອົາໃຈໃສ່ການປະຕິບັດເປັນຢ່າງດີ. ທັງສອງຂົງເຂດໄດ້ສົມທົບກັນເປັນຮູບແບບລວມ ແລະ ສາມາດເຮັດວຽກຮ່ວມກັນເພື່ອຜົນດີຂອງທັງສອງ.

ການພັດທະນາການທ່ອງທ່ຽວສະແດງໃຫ້ເຫັນການພົວພັນຊຶ່ງກັນ ແລະ ກັນກັບສິ່ງແວດລ້ອມເພາະວ່າດ້ານສິ່ງແວດລ້ອມຂອງການທ່ອງທ່ຽວປະກອບສ່ວນຢ່າງຫຼວງຫຼາຍໃນຄວາມສໍາເລັດ, ພວກເຮົາສາມາດແບ່ງການທ່ອງທ່ຽວແບບພິເສດອອກເປັນສາມສ່ວນຄື: ການທ່ອງທ່ຽວວັດທະນະທຳ ແມ່ນກຸ່ມຍ່ອຍຂອງການທ່ອງທ່ຽວທີ່ກ່ຽວຂ້ອງເຖິງວັດທະນະທຳ, ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ, ປະຫວັດສາດຂອງຄົນ,ສະຖາປັດຕະຍະກຳຂອງເຂົາເຈົ້າ ແລະ ອື່ນໆ. ການທ່ອງທ່ຽວດ້ານສິ່ງແວດລ້ອມ ຫຼື ການທ່ອງທ່ຽວທຳມະຊາດເປັນການເປີດໂອກາດໄປທ່ຽວຊົມເຂດທຳມະຊາດທີ່ບໍ່ມີສິ່ງລົບກວນ, ທັດສະນີຍະພາບທີ່ສວຍງາມ ແລະ ຊົມພືດພັນ ແລະ ສັດປ່າ. ການທ່ອງທ່ຽວຊົນນະບົດ ສະແດງໃຫ້ເຫັນສິລະປະຊີວິດການເປັນຢູ່ຂອງຊົນນະບົດ, ວັດທະນະທຳ, ມໍລະດົກຊົນນະບົດຂອງປະເທດ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຄົມທ້ອງຖິ່ນໃນດ້ານເສດຖະກິດ ແລະ ສັງຄົມ.

ທ່ານ ນາງ ແສງໂສດາ ວັນທານຸວົງ ຍັງໄດ້ກ່າວຕື່ມອີກວ່າ: ອຸດສາຫະກຳທ່ອງທ່ຽວສາມາດມີບົດບາດສຳຄັນໃນການພັດທະນາສິ່ງແວດລ້ອມ. ພາລະບົດບາດເຫຼົ່ານີ້ລວມມີການປົກປັກຮັກສາສິ່ງແວດລ້ອມທີ່ພາກສ່ວນກ່ຽວຂ້ອງໃນອຸດສາຫະກໍາການທ່ອງທ່ຽວມີສ່ວນຮ່ວມໃນການຟື້ນຟູ ແລະ ອະນຸລັກຊັບພະຍາກອນທໍາມະຊາດຊີວະພາບ ແລະ ຍືນຍົງ ມີຄວາມຈຳເປັນທີ່ຈະຮັກສາໃຫ້ຢູ່ໃນສະພາບທຳມະຊາດ. ອຸດສາຫະກໍາການທ່ອງທ່ຽວ ແລະ ການທ່ອງທ່ຽວ ສາມາດຊ່ວຍພັດທະນາ ແລະ ເປັນເຄື່ອງມືທີ່ເປັນປະໂຫຍດສໍາລັບການຂະຫຍາຍຄວາມຮູ້ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ທຸກຄົນແມ່ນສາມາດໃກ້ຊິດກັບສິ່ງແວດລ້ອມ. ທັງເປັນການກະຕຸ້ນການທ່ອງທ່ຽວເຊັ່ນ: ທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ລວມທັງການທ່ອງທ່ຽວກະສິກໍາ ຊຶ່ງມີທ່າແຮງສ້າງແຮງຈູງໃຈຂອງນັກທ່ອງທ່ຽວໃນການເດີນທາງ.

ການທ່ອງທ່ຽວ, ຍັງປະກອບສ່ວນລາຍຮັບສຳຄັນໃຫ້ແກ່ລັດຖະບານ ແລະ ອໍານາດການປົກຄອງທ້ອງຖິ່ນ, ບັນດາຜູ້ປະກອບການທຸລະກິດດ້ານບໍລິການ ບໍລິສັດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ສ່ວນບຸກຄົນອື່ນໆ. ທຸກຄົນເລືອກການເດີນທາງ ແລະ ການທ່ອງທ່ຽວເປັນການພັກຜ່ອນຂອງເຂົາເຈົ້າ. ການເດີນທາງແມ່ນວິທີທີ່ດີທີ່ຈະຮຽນຮູ້ກ່ຽວກັບໂລກ. ນອກຈາກນີ້, ຍັງສອນໃຫ້ຮູ້ຫຼາຍສິ່ງທີ່ໜ້າສົນໃຈກ່ຽວກັບວັດທະນະທໍາຂອງຊາດທີ່ແຕກຕ່າງກັນ ຊຶ່ງການທ່ອງທ່ຽວພົວພັນກັບສິ່ງແວດລ້ອມ, ການທ່ອງທ່ຽວຮຽກຮ້ອງໃຫ້ມີຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍເພື່ອແນໃສ່ເຕີບໂຕທີ່ສໍາຄັນແມ່ນນ້ຳ ແລະ ດິນ, ທັງໝົດແມ່ນສ່ວນໜຶ່ງຂອງສິ່ງແວດລ້ອມ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com