Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຂວງ​ຫຼວງ​ນໍ້າ​ທາ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 03/05/2023 10:49:45 ຈຳ​ນວນ​​ຢ້ຽມ​ຊົມ 8924 ຄັ້ງ

“ບັ້ນ​ຮົບ​ຫຼວງ​ນ້ຳ​ທາ ພະ​ທາດ​ໃຫຍ່​ຊຽງ​ເປງ ຊາບ​ຊຶ້ງ​ກັບ​ວັດ​ທະ​ນະ​ທໍາ​​ຫຼາຍ​ເຜົ່າ ເຂົ້າ​ຊອຍ​ແຊບ​ເມືອງ​ສິງ ລິງ​ລາຍ​ແພໄ​ໝມ້ອນ​ເມືອງ​​ຫຼວງ​ນ້ຳ​ທາ ທ່ຽວ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ຫ້າ ເຂດ​ພັດທະນາ​ເສດ ຖະກິດ​ພິເສດ​ບໍ່​ເຕ່ນ​ແດນ​ຄໍາ ຮ່ວມ​ເຕັ້ນແຊ​ນໍາ​ສາວ​ໄຕ​ດຳ​ງາມ​ແທ້​ລະ​ກໍາ” ແມ່ນ​ຄໍາ​ຂວັນ​ຂອງ​ແຂວງ​​ຫຼວງ​ນ້ຳທາ​ທີ່​ຕັ້ງ​ຢູ່​ທາງ​ທິດຕາເວັນຕົກ​ສ່ຽງ​ເ​ໜືອ​ຂອງ​ປະເທດລາວ, ມີ​ເນື້ອທີ່​ທັງ​​ໝົດ 90.000 ກວ່າ​ກິໂລ​ຕາ​ແມັດ, ທິດຕາເວັນຕົກ​ມີ​ຊາຍ​ແດນ​ຕິດ​ກັບ​ປະເທດ​ມຽນ​ມາ ແລະ ທິດເໜືອ​ຕິດກັບ​ປະເທດ​ຈີນ. ແຂວງ​ຫຼວງ​ນ້ຳ​ທາ ປະກອບ​ມີ 5 ເມືອງຄື: ເມືອງ​ຫຼວງ​ນໍ້າ​ທາ, ເມືອງ​ສິງ, ເມືອງ​ລອງ, ເມືອງ​ວຽງ​ພູ​ຄາ ແລະ ເມືອງ​ນາ​ແລ ຊຶ່ງ​ມີ​ປະຊາຊົນ​ບັນດາເຜົ່າ​ອາ​​ໄສ​ຢູ່​ປະມານ 2 ແສນ​ຄົນ. ແຂວງ​ຫຼວງ​ນ້ຳທາ​ເປັນ​ແຂວງ​ນ້ອຍ ແຕ່​ເຕັມ​ໄປ​ດ້ວຍ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ ແລະ ຊີວະ​ນາໆ​ພັນ​ອັນ​ອຸດົມສົມບູນ ໂດຍ​ສະເພາະ​ໃນ​ເຂດ​ປ່າ​ສະຫງວນແຫ່ງ​ຊາດ​ນ້ຳ​ຫ້າ ແລະ ເປັນ​ແຂວງ​ທໍາ​ອິດ​ທີ່ນໍາ​ເອົາ​ຕົ້ນ​ຢາງພາລາ​ມາ​ປູກ​ຢູ່​ໃນ​ປະເທດ​ລາວ ຊຶ່ງ​ເປັນ​ແຮງ​ຂັບ​ເຄື່ອນຫຼັກ​ທີ່​ຊ່ວຍ​ໃຫ້​ເສດຖະກິດ​ແຂວງ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ພ້ອມ​ດຽວ​ກັນ​ນີ້ ພາບ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ສວນ​ຢາງພາລາ​ອັນ​ກວ້າງ​ໃຫຍ່​ໄພສານ ຢັ່ງຢາຍ​ຂຽວ​ສົດ​ງົດ​ງາມ​ຢູ່​ຕາມ​ເປີ້ນພູ​ຈົນ​ສຸດ​ສາຍຕາ ໄດ້​ກາຍເປັນ​ສະເໜ່​ຢ່າງ​ໜຶ່​ງຂອງ​ການທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​ດັ່ງ​ກ່າວ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com