Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຮອງເຈົ້າເມືອງປາກລາຍ ຕິດຕາມຊຸກຍູ້ການຮຽນ-ການສອນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 06/05/2023 07:58:30 ຈຳ​ນວນ​​ຢ້ຽມ​ຊົມ 2149 ຄັ້ງ

ເມື່ອບໍ່ດົນມານີ້, ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ-ຍຸຕິທໍາ ແລະ ຕຸລາການຂັ້ນເມືອງ ພ້ອມດ້ວຍທີມງານໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຮຽນ-ການສອນຢູ່ໂຮງຮຽນ ມ.ສ ນໍ້າພູນ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ຄໍາພັນ ພົມມະຈັນ ຜູ້ອໍານວຍການໂຮງຮຽນ ມ.ສ ນໍ້າພູນ, ມີຄູ-ອາຈານ, ນາຍບ້ານ, ສະມາຄົມພໍ່ແມ່ນັກຮຽນເຂົ້າຮ່ວມ.

ທ່ານ ຄໍາພັນ ພົມມະຈັນ ກ່າວວ່າ: ໂຮງຮຽນ ມ.ສ ນໍ້າພູນ ປະກອບມີຄູ-ອາຈານ 41 ຄົນ ຍິງ 19 ຄົນ, ມີນັກຮຽນທັງໝົດ 619 ຄົນ ຍິງ 297 ຄົນ, ໃນໄລຍະຜ່ານມາໂຮງຮຽນໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູ-ອາຈານ ແລະ ນັກຮຽນຢ່າງເປັນປົກກະຕິ ໂດຍສະເພາະແມ່ນນໍາເອົາແຜນພັດທະນາການສຶກສາໃນແຕ່ລະໄລຍະ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຕ່າງໆເຮັດໃຫ້ຄູ-ອາຈານ, ນັກຮຽນໄດ້ຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງວຽກງານການສຶກສາຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ບຸນພະລັງ ວິໄລສັກ ໄດ້ຮຽກຮ້ອງໃຫ້ຄູ-ອາຈານ, ອໍານາດການປົກຄອງບ້ານ ສະມາຄົມພໍ່ແມ່ນັກຮຽນ ຈົ່ງສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນມີຄວາມໜັກແໜ້ນສະກັດກັ້ນທຸກປະກົດການຫຍໍ້ທໍ້ພາຍໃນໂຮງຮຽນ ເປັນຕົ້ນນັກຮຽນດື້ດ້ານ, ບໍ່ປະຕິບັດຕາມກົດລະບຽບຂອງໂຮງ ຮຽນ, ບໍ່ຢາກຮຽນໜັງສື, ຂາດໂຮງຮຽນ, ເຂົ້າຮ້ານກິນດື່ມ, ທ່ຽວກາງຄືນ, ພົວພັນສັງຄົມ ແລະ ພົວພັນຢາເສບຕິດສືບຕໍ່ສົມທົບກັບທຸກພາກສ່ວນ ເພື່ອປຸກລະດົມນັກຮຽນທີ່ປະລະການຮຽນໃຫ້ເຂົ້າມາໃຫ້ຄົບຕາມຫຼັກສູດ, ສຸມໃສ່ການຮຽນ-ການສອນໃຫ້ມີຄຸນນະພາບສ້າງໃຫ້ໄດ້ຄູປະສົບການ, ຝຶກຝົນຫຼໍ່ຫຼອມໃຫ້ມີນັກຮຽນດີ, ຮຽນເກັ່ງເພີ່ມຂຶ້ນ. ພ້ອມກັນປົກປັກຮັກສາພັດທະນາໂຮງຮຽນໃຫ້ມີຄວາມສະອາດສວຍງາມ. ຈາກນັ້ນຍັງໄດ້ມອບຄອມພິວເຕີໂນດບຸກພ້ອມເຄື່ອງປິນເຕີ້ໃຫ້ໂຮງຮຽນ ມ.ສ ນໍ້າພູນ 1 ໜ່ວຍ, ຊີມັງ 1 ໂຕນໃຫ້ໂຮງຮຽນປະຖົມທ່ານາ ເພື່ອປະກອບສ່ວນເຂົ້າໃນການຮຽນ-ການສອນ-ສ້ອມແປງໂຮງຮຽນຕື່ມອີກ.

ຂ່າວ-ພາບ: ກ່າ ຄຸດທະວົງສັກ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com