Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຊກອງ ສືບຕໍ່ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 06/05/2023 09:24:05 ຈຳ​ນວນ​​ຢ້ຽມ​ຊົມ 1209 ຄັ້ງ

ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງໃຫ້ຮູ້ວ່າ: ແຕ່ນີ້ຮອດປີ 2025 ພະແນກ ຖວທ ແຂວງຈະສຸມໃສ່ພັດທະນາວຽກງານຖະ ແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບ, ກາຍເປັນກະບອກສຽງທີ່ແຫຼມຄົມໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ການສະເໜີຂໍ້ມູນ-ຂ່າວສານໃຫ້ມີ​ຫຼາຍ​ຮູບ​ຫຼາຍ​ສີ, ວ່ອງໄວ, ຖືກຕ້ອງທັນເຫດ​ການເພື່ອໃຫ້ປະຊາຊົນ ກໍຄືສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ທ່ານໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະນໍາຂອງແຂວງ ກໍຄືພະແນກ ຖວທ ແຂວງ ຍາມໃດກໍເປັນຫ່ວງເປັນໃຍ ແລະ ໄດ້ເອົາໃຈໃສ່ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ, ປະຕິບັດບັນດາແຜນງານ, ໂຄງ​ການບຸລິມະສິດ ເປັນຕົ້ນແມ່ນໂຄງການ​ກໍ່​ສ້າງ​ອາ​ຄານ​ວິ​ທະ​ຍຸ-ໂທ​ລະ​ພາບ​ຫຼັງໃໝ່, ໂຄງ​ການ​ຕິດ​ຕັ້ງ ແລະ ຂະ​ຫຍາຍລະບົບ​ໂທ​ລະໂຄ່ງຂັ້ນບ້ານ, ​ໂຄງການປັບ​ປຸງ ແລະ ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ, ອຸ​ປະ​ກອນ​ເຕັກ​ນິກ ແລະ ພາ​ຫະ​ນະ​ຮັບ​ໃຊ້​ຕ່າງໆ ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ການ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ, ເປັນ​ກະ​ບອກ​ສຽງ​ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ​ຂໍ້​ມູນ-ຂ່າວ​ສານຕ່າງໆ​ໃຫ້​​ສັງ​ຄົມ​ໄດ້ຮັບຮູ້​ຢ່າງວ່ອງ​ໄວ ແລະ ກວ້າງ​ຂວາງກວ່າ​ເກົ່າ. ພ້ອມນີ້ເອົາໃຈໃສ່ກໍ່ສ້າງພະນັກງານສື່ມວນຊົນດ້ວຍຮູບການຕ່າງໆເຊັ່ນ: ສົ່ງໄປ​ຮຽນ​ທິດ​ສະ​ດີການ​ເມືອງໄລ​ຍະ​ສັ້ນ 3 ເດືອນ 1 ສະຫາຍ, ​ຮຽນວິຊາສະເພາະຊັ້ນສູງໄລຍະ 2 ປີ 1 ສະຫາຍ, ຮຽນ​ພາ​ສາ​ຫວຽດ​ນາມໄລ​ຍະ 9 ເດືອນ 1 ສະ​ຫາຍ ຍິງ 1 ສະຫາຍ, ເຂົ້າຮ່ວມກອງປະຊຸມຝຶກ​ອົບ​ຮົມ​, ​ກອງ​ປະຊຸມພົບ​ປະແລກປ່ຽນ​​ບົດຮຽນ​ດ້ານ​ວຽກ​ງານ​ຖະ​ແຫຼ​ງຂ່າວ-ສື່​ມວນ​ຊົນຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ 25 ຄັ້ງ ຈໍານວນ 50 ​ເທື່ອ​ຄົນ.

ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວຕື່ມອີກວ່າ: ເພື່ອສືບຕໍ່ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບສູງຂຶ້ນ ພະແນກ ຖວທ ແຂວງ ໄດ້ສຸມໃສ່​ພັດທະນາ​ ແລະ ຍົກລະດັບຄວາມຮູ້ຂອງບຸກຄະ​ລາກອນ​​ໃຫ້​ສູງຂຶ້ນ ຕິດພັນກັບການຂະຫຍາຍ​ພື້ນຖານ​ໂຄ່ງ​ລ່າງ​, ປັບປຸງ​ວຽກ​ງານໄອທີ (IT)​ ແລະ ​ປ່ຽນ​ຖ່າຍລະບົບ​ເຕັກ​ນິກ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ (ຈາກ​ລະບົບ​ອານາ​ລ໋ອກ​ໄປ​ສູ່​ລະບົບ​ດີ​ຈີ​ຕອນ) ​ໃຫ້​ໄດ້​ໃນ​ຂອບ​ເຂດ​ທົ່ວ​ແຂວງ ​ແລະ ​ສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ​ ເພື່ອ​ເປັນ​ສູນ​ກາງ​ໃນ​ການ​ບໍລິການ​ຜະລິດ​ຕະພັນ​ສື່​ມວນ​ຊົນ​; ພັດ ທະນາຮູບແບບການຂຽນ, ການສະເໜີຂ່າວ​ໃຫ້​ມີ​ຫຼາຍ​ຮູບ​ຫຼາຍ​ສີ, ວ່ອງ​ໄວ, ຖືກຕ້ອງ ແລະ ທັນເຫດ​ການ; ປະກອບ​ພາຫະນະ, ອຸປະກອນ​ ​ແລະ ງົບປະມານຮັບ​ໃຊ້​ທີ່​ຈໍາ​ເປັນ​ເຂົ້າ​ໃນ​ການເຄື່ອນໄຫວວຽກ​ງານຂ່າວໃຫ້ ເໝາະສົມ ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ດັ່ງກ່າວ ​ລົງ​ເລິກ​ເຖິງ​ຮາກ​ຖານ​ການ​ຜະລິດ ​ແລະ ​ແທດ​ເຖິງ​ຂະ​ບວນການ​ວຽກ​ງານ​ຕົວ​ຈິງຂອງ​ສັງຄົມ; ຂະຫຍາຍ ​ແລະ ຕິດ​ຕັ້ງ​ລະບົບ​ໂທລະ​ໂຄ່ງ​ໃຫ້​ບ້ານ​ເຂດ​ຊາຍ​ແດນ, ​ເຂດ​ຫ່າງ​​ໄກ​ສອກຫຼີກ ແລະ ​ເຂດ​ຈຸດ​ສຸມ​ພັດທະນາ​ຕ່າງໆຂອງແຂວງໃຫ້ທົ່ວເຖິງ.

ຂ່າວ-ພາບ: ສັນຍາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com