Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເດືອນເມສາປີນີ້, ສປປ ລາວ ມີອັດຕາເງິນເຟີ້ລວມ ຢູ່ທີ່ລະດັບ 39,9% ຊຶ່ງມີທ່າອຽງສືບຕໍ່ຕໍ່າລົງ ແຕ່ຫຼາຍລາຍການສິນຄ້າຍັງມີລາຄາເພີ່ມຂຶ້ນ ເຖິງວ່າຈະບໍ່ໄດ້ຮັບຜົນຈາກການເພີ່ມຂຶ້ນຂອງລາຄານໍ້າມັນ ແຕ່ສິນຄ້າໂດຍລວມຍັງສືບຕໍ່ເພີ່ມຂຶ້ນ ເນື່ອງຈາກເທດສະການປີໃໝ່ລາວ ທີ່ມີຄວາມຕ້ອງການຫຼາຍຂຶ້ນ.
ອີງຕາມບົດລາຍງານ ສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2023 ຂອງສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ທາງເວັບໄຊເມື່ອວັນທີ 5 ພຶດສະພາ ນີ້ວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນ ເດືອນເມສາ 2023 ຢູ່ໃນລະດັບ 39,9% ຊຶ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕ່ໍາລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ (ອັດຕາເງິນເຟີ້ເດືອນມັງກອນ, ກຸມພາ ແລະ ມີນາ 2023 ຢູ່ໃນລະດັບ 40,3%; 41,3% ແລະ 41,0% ຕາມລໍາດັບ). ເມື່ອສັງເກດຕາມໝວດສິນຄ້າ, ໝວດທີ່ມີອັດຕາເງິນເຟີ້ ສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 52,2%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 37,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,2%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 32,7%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 26,6%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,2%.
ບົດລາຍງານຍັງໃຫ້ຮູ້ວ່າ: ເຖິງແມ່ນວ່າ ອັດຕາເງິນເຟີ້ລວມມີທ່າອ່ຽງຕ່ໍາລົງເມື່ອທຽບກັບໄລຍະສາມເດືອນຕົ້ນປີ, ແຕ່ຫຼາຍລາຍການ ສິນຄ້າຍັງມີລາຄາສືບຕໍ່ເພີ່ມຂຶ້ນເມື່ອທຽບກັບເດືອນຜ່ານມາ ຊຶ່ງໂດຍລວມເພີ່ມຂຶ້ນ 1,7%. ໃນນັ້ນ, ລາຄາຊີ້ນໝູ ເພີ່ມຈາກ 76.349 ກີບ/ກິໂລ ມາເປັນ 78.449 ກີບ/ກິໂລ, ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 105.725 ກີບ/ກິໂລ ມາເປັນ 108.221 ກີບ/ກິໂລ, ໄກ່ພັນປອກເພີ່ມຈາກ 62.712 ກີບ/ໂຕ ມາເປັນ 65.255 ກີບ/ໂຕ, ປານິນລ້ຽງ ເພີ່ມຈາກ 43.460 ກີບ/ກິໂລ ມາເປັນ 45.627 ກີບ/ກິໂລ ແລະ ລາຄາເຝີເພີ່ມຈາກ 22.739 ກີບ/ຖ້ວຍ ມາເປັນ 23.353 ກີບ/ຖ້ວຍ. ນອກຈາກນັ້ນ, ຫຼາຍປະເພດສິນຄ້າ ຍົກເວັ້ນນໍ້າມັນ ລ້ວນແຕ່ມີລາຄາເພີ່ມຂຶ້ນ.
ສະພາບການເພີ່ມຂຶ້ນຂອງລາຄາສິນຄ້າໃນເດືອນເມສາ 2023 ເຖິງແມ່ນວ່າ ບໍ່ໄດ້ຮັບຄວາມກົດດັນຈາກການເພີ່ມຂຶ້ນຂອງລາຄານ້ໍາມັນກໍຕາມ (ນໍ້າມັນລາຄາຫຼຸດລົງເມື່ອທຽບກັບເດືອນຜ່ານມາ), ແຕ່ລາຄາສິນຄ້າໂດຍລວມຍັງສືບຕໍ່ເພີ່ມຂຶ້ນເນື່ອງຈາກເປັນໄລຍະເທດສະການປີໃໝ່ລາວ ທີ່ມີຄວາມຕ້ອງການຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ຫຼາຍລາຍການສິນຄ້າ ມີລາຄາເພີ່ມຂຶ້ນ ແລະ ພ້ອມກັນນັ້ນ ກໍແມ່ນໄດ້ຮັບຄວາມກົດດັນຈາກການອ່ອນຄ່າຂອງເງິນກີບ ທີ່ຍັງສືບຕໍ່ອ່ອນຄ່າ ຊຶ່ງເຮັດໃຫ້ລາຄາສິນຄ້ານໍາເຂົ້າຍັງສືບຕໍ່ເພີ່ມຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com