Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການສະແດງດົນຕີພື້ນເມືອງ ແລະ ດົນຕີເອເລັກໂຕຣນິກຈີນ ຈັດຂຶ້ນເປັນຄັ້ງທຳອິດໃນລາວ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 08/05/2023 21:36:21 ຈຳ​ນວນ​​ຢ້ຽມ​ຊົມ 7651 ຄັ້ງ

ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ສູນວັດທະນະທຳຈີນປະຈຳລາວ ແລະ ພະແນກວັດທະນະທຳວິທະຍຸ-ໂທລະພາບທ່ອງທ່ຽວ ແລະ ກິລາ ນະຄອນເສິນເຈິ້ນ ສປ ຈີນ ຮ່ວມກັບຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳເສັ້ນທາງສາຍໄໝແຫ່ງວັດທະນະທໍາ “ດົນຕີຈີນຟົດຟື້ນເມືອງລາວ” ງານດົນຕີພື້ນເມືອງ ແລະ ດົນຕີເອເລັກໂຕຣນິກຈີນຈັດຂຶ້ນເປັນຄັ້ງທຳອິດໃນລາວ, ສະແດງໂດຍຄະນະດົນຕີອໍເກັດຕຣາພື້ນເມືອງເສິນເຈິ້ນໂຊ້ເຝິ່ງ ຈັດຂຶ້ນໃນວັນທີ 8 ພຶດສະພານີ້ ທີ່ ມຊ. ໂດຍມີທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ມີທ່ານ ທອງສຸກ ແກ້ວມະນີ ຄະນະບໍດີ ຄະນະອັກສອນສາດ ມ.ຊ, ມີແຂກຖືກເຊີນ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.

ກິດຈະກໍາໃນຄັ້ງນີ້ຖືເປັນກິດຈະກໍາທໍາອິດໃນຮອບ 3 ປີທີ່ຄະນະສິລະປະຂອງຈີນໄດ້ມາສະແດງສົດທີ່ປະເທດລາວ, ເຮັດໃຫ້ຜູ້ຊົມສອງຊາດລາວ-ຈີນໄດ້ຮັບຊົມຄວາມງົດງາມຂອງດົນຕີພື້ນເມືອງ ແລະ ດົນຕີເອເລັກໂຕຣນິກຈີນຢ່າງໃກ້ຊິດ, ເພື່ອຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມເຂົ້າໃຈຊຶ່ງກັນລະຫວ່າງປະຊາຊົນສອງຊາດລາວ-ຈີນ, ສືບຕໍ່ຮັດແໜ້ນຮາກຖານຄວາມຄິດຄວາມເຂົ້າໃຈກັນດ້ານສັງຄົມຂອງສອງປະເທດຢ່າງບໍ່ຢຸດຢັ້ງ, ຍິ່ງໄປກວ່ານັ້ນກິດຈະກໍານີ້ຍັງມີຄວາມໝາຍແຫ່ງການລິເລິ່ມການແລກປ່ຽນວັດທະນະທຳ ແລະ ທ່ອງທ່ຽວທີ່ຍິ່ງໃຫຍ່ໃນປີ 2023 ຂອງສອງປະເທດລາວ-ຈີນ. ລາຍການທີ່ນໍາມາສະແດງໃນຄັ້ງນີ້ມີທັງໝົດ 10 ກວ່າລາຍການ ທີ່ໄດ້ຮັບການຍອມຮັບຈາກຜູ້ຊົມວ່າເປັນໜຶ່ງໃນຄະນະດົນຕີ ອໍເກັດຕຣາລະດັບສູງ ຊຶ່ງຄະນະດົນຕີໄດ້ນໍາເອົາຄວາມທັນສະໄໝມາປະສົມປະສານເຂົ້າໃນດົນຕີພື້ນເມືອງ, ນໍາໃຊ້ເຕັກນິກການບັນເລງ ແລະ ການແຕ່ງເພງທີ່ຢູ່ໃນລະດັບສູງ, ມາປະສົມປະສານສຽງດົນຕີເອເລັກໂຕຣນິກ ແລະ ເຄື່ອງດົນຕີພື້ນເມືອງໃຫ້ເຂົ້າກັນຢ່າງລົງຕົວ, ທຸກໆໂນດເພງທີ່ເຄື່ອງດົນຕີບັນເລງອອກມາເຮັດໃຫ້ຜູ້ຊົມປະທັບໃຈ ພ້ອມທັງໄດ້ນໍາເອົາບົດເພງ “ຈຳປາເມືອງລາວ” ທີ່ເປັນບົດເພງພື້ນເມືອງຂອງລາວມາດັດແກ້ ແລະ ບັນເລງດ້ວຍເຄື່ອງດົນຕີຈີນ ຊຶ່ງໄດ້ຮັບສຽງຕອບຮັບເປັນຢ່າງດີຈາກຜູ້ຊົມຊາວລາວ. ກິດຈະກໍາດົນຕີ ໄດ້ສະແດງໃຫ້ເຫັນຄວາມສາມາດຂອງນັກດົນຕີ, ສະແດງໃຫ້ເຫັນຄວາມງົດງາມຂອງດົນຕີພື້ນເມືອງ ຊຶ່ງໄດ້ຮັບສຽງຕົບມືຢ່າງຟົດຟື້ນຈາກຜູ້ຊົມເປັນຢ່າງດີ.

ໃນວັນທີ 7 ພຶດສະພາຜ່ານມາ ງານດົນຕີດັ່ງກ່າວໄດ້ຈັດການສະແດງຂຶ້ນເປັນຄັ້ງທໍາອິດທີ່ຫ້ອງອາເນກປະສົງຂອງສູນວັດທະນະທໍາຈີນ ປະຈໍາລາວ, ໂດຍໃຫ້ກຽດເຂົ້າຮ່ວມມີທ່ານຫົວໜ້າກົມ, ຫົວ ໜ້າພະແນກ ແລະ ສຳນັກງານທີ່ກ່ຽວຂ້ອງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ, ລວມທັງວິສາຫະກິດຂອງຈີນ, ຕາງໜ້າຊາວຈີນຕ່າງດ້າວ, ສື່ມວນຊົນລາວ-ຈີນ ແລະ ປະຊາ ຊົນລາວຫຼາຍກວ່າ 100 ຄົນເຂົ້າຮ່ວມ.

ຂ່າວ-ພາບ: ພູວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com