Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ວິສາຫະກິດ ຜະລິດໄຟຟ້າຈີນ ຢູ່ ລາວ ສືບຕໍ່ສະໜອງພະລັງງານ ໃຫ້ພຽງພໍກັບຄວາມຕ້ອງການໃນລະດູຮ້ອນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 10/05/2023 09:24:25 ຈຳ​ນວນ​​ຢ້ຽມ​ຊົມ 7707 ຄັ້ງ

ຈາກສະພາບອາກາດຢູ່ ສປປ ລາວ ຮ້ອນອົບເອົ້າຕິດຕໍ່ກັນຫຼາຍວັນ, ຫຼາຍທ້ອງຖິ່ນອຸນຫະພູມສູງກວ່າ 40 ອົງສາ, ຜົນກະທົບຈາກອຸນຫະພູມສູງຢ່າງຕໍ່ເນື່ອງເຮັດໃຫ້ການຊົມໃຊ້ໄຟຟ້າໃນລາວຍັງສືບຕໍ່ເພີ່ມຂຶ້ນເຊັ່ນກັນ, ເມື່ອປຽບທຽບກັບໄລຍະດຽວກັນກັບທີ່ຜ່ານມາ, ການບັນຈຸໂຫຼດໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍ, ເພື່ອຮັບປະກັນຄວາມຕ້ອງການໄຟຟ້າ ໃນການດຳລົງຊີວິດ ແລະ ເສດຖະກິດ-ສັງຄົມ, ວິສາຫະກິດ ຜະລິດໄຟຟ້າຈີນ ຢູ່ລາວ ພາຍໃຕ້ຄວາມຫຍຸ້ງຍາກຂອງການຄ້າງຈ່າຍຄ່າກະແສໄຟຟ້າ, ກໍຍັງອົດທົນປະຕິບັດໜ້າທີ່ຮັບຜິດຊອບຢ່າງຕັ້ງໜ້າ, ເຮັດວຽກຮ່ວມກັນຜະລິດພະລັງງານໄຟຟ້າ, ຮັບປະ ກັນການສະໜອງໄຟຟ້າ, ຊ່ວຍອໍານວຍຄວາມສະດວກການຊົມໃຊ້ໄຟຟ້າລະດູຮ້ອນຂອງປະເທດລາວ.

ອີງຕາມສະຖິຕິ, ປັດຈຸບັນ ວິສາຫະກິດ ຜະລິດໄຟຟ້າຈີນ ຢູ່ລາວ ມີເຂື່ອນໄຟຟ້າທັງໝົດ 16 ເຂື່ອນ, ກໍາລັງຕິດຕັ້ງລວມ 2.256 ເມກາວັດ, ປັດຈຸບັນກວມເອົາ 48% ຂອງລະບົບຕາຂ່າຍໄຟຟ້າຂອງໄຟຟ້າລາວ, ນັບແຕ່ ເດືອນເມສາ 2023 ເປັນຕົ້ນມາ, ວິສາຫະກິດ ຜະລິດໄຟຟ້າຈີນ ຢູ່ລາວ ສາມາດຜະລິດໄຟຟ້າສະໜອງພະລັງງານໃຫ້ແກ່ລາວ ສະເລ່ຍລວມ 810 ເມກາວັດຕໍ່ມື້, ກວມເອົາ ລະບົບຕາຂ່າຍໄຟຟ້າລາວ ປະມານ 42%, ເພື່ອຟື້ນຟູເສດຖະກິດລາວ ຫຼັງຈາກການລະບາດຂອງພະຍາດ ໂຄວິດ-19, ຄວາມມີສະຖຽນລະພາບຂອງລົດໄຟລາວ-ຈີນ ແລະ ສະໜອງການຮັບປະກັນຕາຂ່າຍໄຟຟ້າຂອງໂຫຼດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຕະຫຼອດໄລຍະເວລາທີ່ຜ່ານມາ, ວິສາຫະກິດຜະລິດໄຟຟ້າຈີນ ຢູ່ລາວ ໄດ້ອີງໃສ່ ຫຼັກການປຶກສາຫາລືຮ່ວມກັນ, ການຮ່ວມມືກໍ່ສ້າງ ແລະ ການແບ່ງປັນ, ຮັກສາການພົວພັນ ສື່ສານຢ່າງໃກ້ຊິດກັບລັດຖະບານລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ, ຕັ້ງໜ້າຮັບມືຕໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຜະລິດ ແລະ ດຳເນີນງານ, ມີບົດບາດສໍາຄັນໃນການແກ້ໄຂບັນຫາຂາດແຄນໄຟຟ້າ ໃນລາວ, ສົ່ງເສີມການຍົກລະດັບ ແລະ ການເຊື່ອມຕໍ່ກັນຂອງຕາຂ່າຍໄຟຟ້າທ້ອງຖິ່ນ, ການດຳເນີນງານທີ່ປອດໄຟ ແລະ ມີສະຖຽນລະພາບຂອງຕາຂ່າຍໄຟຟ້າ, ທັງເປັນການຫຼຸດຜ່ອນການຊື້ພະລັງງານໄຟຟ້າຈາກຕ່າງປະເທດໃນລະດູແລ້ງ ແລະ ປະຢັດຄ່າໃຊ້ຈ່າຍໃນການແລກປ່ຽນເງິນຕາຕ່າງປະເທດ. ບໍ່ວ່າຈະເປັນການຜະລິດໄຟ ການສະໜອງໄຟ ຫຼື ການຕ້ານການລະບາດພະຍາດ, ການຊ່ວຍເຫຼືອໄພພິບັດ, ວິສາຫະກິດ ຜະລິດໄຟຟ້າຈີນ ຢູ່ລາວ ກໍລ້ວນແລ້ວແຕ່ປະຕິບັດ ສະຫວັດດີການດ້ານສັງຄົມຕະຫຼອດມາ, ສະແດງໃຫ້ເຫັນສະມາຄົມວິສາຫະກິດຜະລິດໄຟຟ້າຈີນຢູ່ລາວ ການຍົກສູງ ແລະ ຢຶດໝັ້ນໃຫ້ “ປະຊາຊົນເປັນສໍາຄັນທີ່ສຸດ” ເອົາໃຈໃສ່ຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເປັນແບບຢ່າງໃນການສືບທອດມິດຕະພາບລະຫວ່າງລາວ-ຈີນ, ຊຸກຍູ້ຄູ່ຮວມຊາຕາກໍາລະຫວ່າງ ລາວ-ຈີນ.

ເພື່ອສົມທົບກັນຢ່າງແໜ້ນແຟ້ນກັບບັນດາ ວິສາຫະກິດ ຜະລິດໄຟຟ້າຈີນຢູ່ລາວ ໃຫ້ມີບົດບາດອັນຕັ້ງໜ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ລາວ, ພາຍໃຕ້ການຊີ້ນຳຂອງຄະນະນຳທີ່ກ່ຽວຂ້ອງຂອງລັດຖະບານລາວ ແລະ ສະພາການຄ້າຈີນ ໃນປີ 2022 ໄດ້ສ້າງຕັ້ງສະມາຄົມວິສາຫະກິດຜະລິດໄຟຟ້າຈີນ ຢູ່ລາວ ທັງໝົດລວມມີ 13 ບໍລິສັດ: ບໍລິສັດ ພາວເວີໄຊນາ ຣີສອດ ຈຳກັດ, ບໍລິສັດນ້ຳ ແລະ ໄຟຟ້າ ສາກົນ ແຫ່ງ ສປປ ຈີນ (CWE), ບໍລິສັດ South Grid International, ບໍລິສັດ ນໍລິນໂກະ ສາກົນ ຈຳກັດ, ບໍລິສັດ ການລົງທຶນພະລັງງານຢຸນນານ, ບໍລິສັດ ໄຟຟ້າ ຕົງຟາງ ຈຳກັດ, ບໍລິສັດ ການລົງທຶນກໍ່ສ້າງ ເຫີເປີຍ ຈຳກັດ, ບໍລິສັດ ວິສະວະກໍາໄຟຟ້າຈີນ ແລະ ບໍລິສັດ ກວາງສຸຍ ກຸ່ມ 3 ຈຳກັດ. ນັບແຕ່ສ້າງຕັ້ງສະມາຄົມມາ, ໄດ້ມີບົດບາດເປັນຂົວຕໍ່ໃນການຕິດຕໍ່ພົວພັນສື່ສານກັບລັດຖະບານລາວ, ພະແນກການ ແລະ ຫນ່ວຍງານໃນລັດວິສາຫະກິດໄຟຟ້າ ລາວ ແລະ ພາກສ່ວນກ່ຽວຂ້ອງຢ່າງທັນການ, ປັບປຸງປະສິດທິພາບໃນການເຊື່ອມໂຍງຊັບພະຍາກອນ ແລະ ການແບ່ງປັນຂໍ້ມູນຂ່າວສານ, ເສີມຂະຫຍາຍ ການສື່ສານ ແລະ ການຮ່ວມມື ກັບໜ່ວຍງານພາຍນອກ ເຊັ່ນ: ດ້ານເຕັກນິກການຜະລິດພະລັງງານ, ການດຳເນີນງານ ແລະ ບໍາລຸງຮັກສາ, ການຄຸ້ມຄອງຄວາມປອດໄພເຂື່ອນ, ການສຶກສາ ແລະ ການຝຶກອົບຮົມ, ການປົກປັກຮັກສາສິ່ງແວດລ້ອມທາງນິເວດ, ວັດທະນາທຳບໍລິສັດ ແລະ ອື່ນໆ, ຍັງປະກອບສ່ວນສໍາຄັນໃນການຍົກລະດັບວຽກງານດ້ານອຸດສາຫະກໍາພະລັງງານໄຟຟ້າໃນລາວ.

ຂ່າວ: ສະມາຄົມ ຜະລິດໄຟຟ້າຈີນ ຢູ່ ລາວ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com