Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ອົສຕຣາລີ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 16/05/2023 15:32:31 ຈຳ​ນວນ​​ຢ້ຽມ​ຊົມ 742 ຄັ້ງ

ໃນວັນທີ 16 ພຶດສະພາ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົສຕຣາລີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 15 - 16 ພຶດສະພາ 2023.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ, ພິເສດໃນປີ 2022 ສອງຝ່າຍໄດ້ຮ່ວມກັນ ຈັດຕັ້ງສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍໄດ້ມີການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ໃນລະດັບຕ່າງໆ ຢ່າງເປັນປົກກະຕິ ຊຶ່ງເປັນການຢ້ຽມຢາມທີ່ປະສົບຜົນສໍາເລັດຢ່າງຈົບງາມ, ເຕັມໄປດ້ວຍບັນຍາກາດແຫ່ງຄວາມສະໜິດສະໜົມ ແລະ ເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ ເປັນຢ່າງດີ. ສປປ ລາວ ມີຄວາມພ້ອມ ແລະ ຍິນດີ ຕໍ່ເຈດຈໍານົງການຍົກລະດັບການຮ່ວມມືຂອງສອງປະເທດເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership), ສະເໜີສອງກະຊວງການຕ່າງປະເທດ ລາວ ແລະ ອົສຕຣາລີ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການຍົກລະດັບສາຍພົວພັນດັ່ງກ່າວ ປະກົດຜົນເປັນຈິງ ໃນອະນາຄົດອັນໃກ້ນີ້. ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືປະຊາຊົນ ອົສຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ຕະຫຼອດໄລຍະຫຼາຍປີຜ່ານມາ ຊຶ່ງຈັດເປັນອັນດັບທີ 3 ຂອງປະເທດທີ່ໃຫ້ການຊ່ວຍເຫຼືອ ODA ໃນ ສປປ ລາວ, ລວມເຖິງການຊ່ວຍເຫຼືອໃນຂອບການຮ່ວມມືແມ່ນໍ້າຂອງ-ອົສຕຣາລີ, ການຮ່ວມມືໃນຂອບອາຊຽນ-ອົສຕຣາລີ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ຈະເປັນປະທານອາຊຽນ ແລະ ອື່ນໆ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ເພັນນີ ວອງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ແລະ ໄດ້ຝາກຄວາມຢຶ້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ ໄປຍັງ ທ່ານ ນາຍົກລັດຖະມົນຕີ ແອນໂທນີ ແອວບານີຊີ (Anthony Albanese).

ໃນໂອກາດດຽວກັນນີ້, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ລວມເຖິງໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການພົບປະກັບ ທ່ານລັດຖະມົນຕີຕ່າງປະເທດຂອງລາວ ພ້ອມທັງໄດ້ສະແດງຄວາມເຫັນດີໃນການຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ອົສຕຣາລີ ແລະ ສປປ ລາວ ຂອງ ທ່ານ ສອນໄຊ ສີພັນດອນ ແລະ ໄດ້ສະແດງຄວາມຂອບໃຈ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ ແລະ ຫ້າວຫັນໃນຖານະເປັນປະເທດຜູ້ປະສານງານ ອາຊຽນ-ອົສຕຣາລີ ໄລຍະສົກປີ 2021-2024, ພ້ອມທັງໄດ້ຢືນຢັນຄືນເຖິງຄໍາໝາຍໝັ້ນຂອງ ອົສຕຣາລີ ທີ່ຈະໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ສະແດງຄວາມກຽມພ້ອມໃນການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເປັນປະເທດຄູ່ເຈລະຈາອາຊຽນ ຂອງອົສຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະທານອາຊຽນ.

ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com