Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ພູວັນ
ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້, ເປັນຜູ້ສືບທອດພາລະກິດຂອງຊາດ ເປັນຜູ້ສືບສານຮີດຄອງປະເພນີ, ວັດທະນະທຳ, ເຕັກນິກວິທະຍາສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ເພື່ອເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງຂຶ້ນ, ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ ຈະກາຍເປັນຜູ້ໃຫຍ່ເປັນຜູ້ສືບທອດທີ່ດີມີຄຸນນະພາບໃນອະນາຄົດ.
ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາທີ່ຈະມາເຖິງນີ້, ທ່ານນາງ ພຸດດາລົມ ເພັງນາມມະຈັກຜູ້ອຳນວຍການໂຮງຮຽນປັນຍາມະນີ ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 23 ພຶດສະພານີ້ວ່າ: ວັນ ເດັກນ້ອຍສາກົນຖືເປັນວັນບຸນໃຫຍ່ສຳລັບເດັກ ເປັນວັນທີ່ມີຄວາມໝາຍສຳຄັນຕິດພັນກັບປະຫວັດສາດຂອງຊາດ ເປັນວັນທີ່ບົ່ງບອກໃຫ້ຮູ້ວ່າເດັກນ້ອຍມີຄວາມສຳຄັນຕໍ່ພໍ່ແມ່, ຕໍ່ຄອບຄົວ, ຄູ-ອາຈານ ແລະ ປະເທດຊາດ ເພາະເດັກໃນວັນນີ້ຄືຜູ້ໃຫຍ່ໃນວັນໜ້າ ທີ່ຈະເປັນອະນາຄົດຂອງຊາດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າໄປຂຶ້ນເລື້ອຍໆ ໂດຍມີຜູ້ໃຫຍ່ເປັນຕົວແບບ. ສະນັ້ນການທີ່ເຮົາມີວັນເດັກນ້ອຍສາກົນ ກໍເປັນການໃຫ້ກຽດເດັກນ້ອຍໃນທົ່ວໂລກ.
ທ່ານນາງ ພຸດດາລົມ ເພັງນາມມະຈັກ ກ່າວໃຫ້ຮູ້ອີກວ່າ: ທຸກໆປີທາງໂຮງຮຽນໄດ້ເອົາໃຈໃສ່ເຫັນຄວາມສຳຄັນ ແລະ ໄດ້ຈັດກິດຈະກຳຂຶ້ນພາຍໃນໂຮງຮຽນ ເພື່ອເນັ້ນປູກຈິດສຳນຶກໃຫ້ເດັກນ້ອຍຮູ້ເຖີງປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ຮູ້ເຖີງສິດທິຂອງຕົນ ເພື່ອໃຫ້ເດັກເປັນຄົນດີ, ຮູ້ຮັກຄອບຄົວ, ໃຫ້ກຽດຄົນອ້ອມຂ້າງ ແລະ ອະນຸລັກຮັກສາສິ່ງແວດລ້ອມໃຫ້ມີຄວາມສະອາດຂຽວງາມ ແລະ ຍືນຍົງ. ຊຶ່ງທາງໂຮງຮຽນຈະເນັ້ນໃສ່ຊັ້ນອະນຸບານຂຶ້ນໄປ. ການສະເຫຼີມສະຫຼອງວັນເດັກນ້ອຍສາກົນປີນີ້ຄາດວ່າຈະຈັດຂຶ້ນໃນວັນທີ 31 ພຶດສະພານີ້. ພາຍໃນງານມີກິດຈະກຳເພື່ອໃຫ້ເດັກຮຽນຮູ້ການຮັກສາປ່າ, ຮັກສາຕົ້ນໄມ້ ແລະ ສິ່ງທີ່ມີຊີວິດ ໂດຍຜ່ານການລະບາຍສີຮູບພາບຕົ້ນໄມ້, ມີການຫົດນໍ້າຕົ້ນໄມ້ ແລະ ການເຮັດກິດຈະກຳຈຳລອງດ້ວຍການເອົາຕົ້ນໄມ້ຢາງ ແລະ ກະບວຍຫົດນໍ້າ ໂດຍຄູນຳ ພານັກຮຽນເຮັດກິດຈະກຳໂຕຕໍ່ໂຕ, ນອກຈາກນັ້ນບໍ່ສະເພາະແຕ່ໃນວັນທີ 1 ມິຖຸນາເທົ່ານັ້ນ ທາງໂຮງຮຽນຍັງໄດ້ສອນການຮັກປ່າ, ໃນແຕ່ລະທິດຈະມີການປ່ຽນຜຽນນັກຮຽນ, ຮຽນຮູ້ການຫົດນໍ້າຕົ້ນໄມ້ໃນໂຮງຮຽນ. ນອກນັ້ນຍັງມີກິດຈະ ກຳອື່ນໆອີກທີ່ສ້າງຄວາມສຸກ ຄວາມເບິກບານມ່ວນຊື່ນໃຫ້ແກ່ເດັກເຊັ່ນ: ແຂ່ງຂັນກັນຕັກນໍ້າໃສ່ຄຸເປັນກຸ່ມ, ກິດຈະກຳການພັບ ແລະ ການແຈກຢາຍຂະໜົມ ແລະ ອື່ນໆ. ສະນັ້ນ, ທຸກພາກສ່ວນໃນສັງຄົມຕະຫຼອດຮອດຜູ້ປົກຄອງ ແລະ ຄອບຄົວຂອງເດັກ ຈົ່ງພ້ອມກັນເອົາໃຈໃສ່ໃຫ້ການສະໜັບສະໜູນອູ້ມຊູ, ປົກປ້ອງດູແລເດັກຈາກໄພອັນຕະລາຍຕ່າງໆໃຫ້ຄວາມອົບອຸ່ນເບິ່ງແຍງເດັກຢ່າງໃກ້ຊິດ ຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະ ພາບ, ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາເພື່ອໃຫ້ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນທີ່ດີຂອງຄູ-ອາຈານ, ເປັນຜູ້ສືບທອດທີ່ດີຂອງຊາດ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com