Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 24 ພຶດສະພາ ນີ້, ໜ່ວຍພັກສາງອຸປະໂພກ-ບໍລິໂພກ, ໄດ້ຈັດຕັ້ງກອງປະຊຸມບັ້ນດໍາເນີນຊີວິການເມືອງຂອງໜ່ວຍພັກຂຶ້ນ ເພື່ອສໍາຫຼວດກວດກາຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2022-2023 ແລະ ທິດທາງແຜນການ ປະຈໍາສົກປີ 2023-2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການ ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກົມໃຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພັນໂທ ແສງອາລຸນ ແກ້ວອູທອງ ເລຂາໜ່ວຍພັກ ຫົວໜ້າການເມືອງສາງອຸປະໂພກ-ບໍລິໂພກກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2022-2023 ແລະ ທິດທາງແຜນການ ປະຈໍາສົກປີ 2023-2024 ຊຶ່ງໄດ້ຕີລາຄາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ເອົາໃຈໃສ່, ສຸມໃສ່ໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4, ດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ, ການນໍາພາປະຕິບັດໜ້າທີ່ການເມືອງ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄວ້າ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ເວົ້າລວມ ເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ 3 ຮັບປະກັນພະລາທິການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ສະມາຊິກພັກ, ນັກຮົບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນດາເຜົ່າ, ປັດຈຸບັນພາຍໃນໜ່ວຍພັກ ມີ ຈໍານວນສະມາຊິກພັກທັງໝົດ 48 ສະຫາຍ ຍິງ 12 ສະຫາຍ, ຜ່ານການຈັດຕັ້ງກອງປະຊຸມສະຫຼຸບກວດກາຕີລາຄາຄັດເລືອກການຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2022-2023 ເຫັນວ່າ, ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍ, ກໍໄດ້ເອົາໃຈໃສ່ຕັ້ງໜ້າສຶກຄົ້ນຄວ້າ, ຂຽນບົດສໍາຫຼວດຂອງຕົນເອງ ເພື່ອອ່ານຜ່ານໃນໝູ່ຄະນະໜ່ວຍພັກ, ໂດຍສະເພາະຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂຕົນເອງໃນຕໍ່ໜ້າຂອງສະມາຊິກພັກ, ພ້ອມທັງຮັບເອົາການຕໍານິຕິຊົມ, ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ແລະ ເຮັດສໍາເລັດໜ້າທີ່ວຽກງານການເມືອງທີ່ການຈັດຕັ້ງມອບໝາຍໃຫ້,ສະຫຼຸບຜົນໄດ້ຮັບການກວດກາ, ຕີລາຄາຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ຄັດເລືອກໄດ້ສະມາຊິກພັກແຂງທັງໝົດ 48 ສະຫາຍ, ສະເລ່ຍເທົ່າກັບ 100%, ຄະແນນລວມສະເລ່ຍຂອງສະມາຊິກພັກແຕ່ລະສາຍແມ່ນໄດ້ 9 ຂຶ້ນໄປ, ໜ່ວຍພັກບັນລຸໄດ້ຄະແນນລວມ 9,5%, ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເອົາໜ່ວຍພັກສາງອຸປະໂພກ-ບໍລິໂພກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2023-2024 ເປັນສະໄໝທີ 5 ຕິດຕໍ່ກັນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານສະມາຊິກພັກທຸກສະຫາຍຢູ່ພາຍໃນໜ່ວຍພັກ, ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການເມືອງນໍາພາ - ແນວຄິດເປັນກົກ, ເຊື່ອມຊຶມກໍາແໜ້ນແນວທາງ, ແຜນນະໂຍບາຍ ແລະ ບັນດາມະຕິຂອງພັກ ໃຫ້ຖັນແຖວພະນັກງານ - ສະມາຊິກພັກຢ່າງເລິກເຊິ່ງ, ດ້ວຍຫຼາຍຮູບການ, ວິທີການ, ພ້ອມທັງຈັດຕັ້ງດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຍົກສູງຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ກອງທັບ ແລະ ປະເທດຊາດ, ຕີຖອຍໄດ້ທັດສະນະ, ທ່າອ່ຽງແນວຄິດຜິດເຂວ, ຫຼາຍພັກ, ຫຼາຍເຄົ້າ, ເຮັດໃຫ້ພາຍໃນພັກມີຄວາມເປັນເອກະພາບ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກງໃຫ້ບຸກຄົນຮັບຜິດຊອບ, ປຶກສາຫາລືຕົກລົງບັນຫາທີ່ສໍາຄັນເປັນໝູ່ຄະນະ, ມີການຕິດຕາມ, ກວດກາທຸກໆວຽກງານ, ມີການສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ, ພ້ອມທັງສ່ອງແສງລາຍງານເພື່ອຂໍທິດຊີ້ນໍາຈາກຄະນະພັກ - ຄະນະບັນຊາຂັ້ນເທິງຢ່າງເປັນປົກກະຕິ.
ຂ່າວ: ກົມໃຫຍ່ພະລາທິການກອງທັບ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com