Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີປະກາດບ້ານນ້ຳແລ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານວັດທະນະທຳໃໝ່ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ ນີ້ ທີ່ເດີ່ນໂຮງຮຽນປະຖົມບ້ານນໍ້າແລ ໂດຍການເປັນປະທານຂອງທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງຫ້ວຍຊາຍ, ມີທ່ານ ບຸນຄົງ ວົງຄຳຈັນ ປະທານກວດກາພັກ-ລັດເມືອງ, ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຢັງ ມົວ ນາຍບ້ານໆນ້ຳແລ ກ່າວວ່າ: ບ້ານນໍ້າແລ ມີພົນລະເມືອງທັງໝົດ 563 ຄົນ ຍິງ 265 ຄົນ, ມີ 82 ຄົວເຮືອນ, ມີຄອບຄົວເຫຼືອກິນ 11 ຄອບຄົວ, ຄອບຄົວກຸ້ມກິນ 64 ຄອບຄົວ, ມີໂຮງສີເຂົ້າ 4 ເຄື່ອງ, ປະຊາຊົນພາຍໃນບ້ານໄດ້ຖືເອົາອາຊີບເຮັດໄຮ່, ເຮັດນາ, ເຮັດສວນເປັນອາຊີບຕົ້ນຕໍ, ປູກຝັງ, ລ້ຽງສັດ, ຄ້າຂາຍເປັນອາຊີບສຳຮອງ, ມີເນື້ອທີ່ທຳການຜະລິດທັງໝົດ 1.800 ເຮັກຕາ, ສະເລ່ຍລາຍຮັບໃສ່ແຮງງານໄດ້ 15.330.000 ກີບຕໍ່ຄົນຕໍ່ປີ, ປະຊາຊົນມີຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ມີຄວາມສະຫງົບ, ມີລະບົບໂທລະໂຄ່ງ ເປັນເຈົ້າການປະຕິບັດຫຼັກອະນາໄມ 3 ສະອາດ ແລະ ວຽກງານອື່ນໆ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການມອບໃບຢັ້ງຢືນໃຫ້ຄອບຄົວວັດທະນະທຳໃໝ່, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ ພ້ອມທັງລັ່ນຄ້ອງ 9 ບາດ ແລະ ເປີດປ້າຍບ້ານວັດທະນະທຳໃໝ່ຢ່າງເປັນທາງການ.
ໂອກາດນີ້, ທ່ານ ຫົງແກ້ວ ວິໄນວົງ ກ່າວວ່າ: ການສ້າງຄອບຄົວ ແລະ ບ້ານວັດທະນະທຳແມ່ນໄປຕາມທິດ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແນໃສ່ກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ, ຊຸກຍູ້ການພັດທະນາດ້ານວັດຖຸ ແລະ ຈິດໃຈຂອງຄອບຄົວ ແລະ ບ້ານໃຫ້ດີຂຶ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາ ຊົນລາວບັນດາເຜົ່າ, ສ້າງສະຕິໃຫ້ເຄົາລົບ ແລະ ປະຕິບັດກົດໝາຍ, ອະນຸລັກຮັກສາ, ສົ່ງເສີມຄຸນຄ່າມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າຢ່າງເລືອກເຟັ້ນ ແລະ ຮັບເອົາສິ່ງຍອດຍິ່ງ ທີ່ສອດຄ່ອງທາງດ້ານວັດທະນະທຳຂອງຍຸກສະໃໝ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຂ່າວ-ພາບ: ສອນໄຊ ບຸບຜາປັນໂຍ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com