Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຂອງຄະນະສະພາທີ່ປຶກສາໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ ຜ່ານມາ ຢູ່ຫ້ອງປະຊຸມໂຮງຮຽນແຫ່ງດັ່ງກ່າວ ໂດຍການເປັນປະທານກ່າວເປີດຂອງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ-ສັງຄົມ, ມີຄະນະສະພາທີ່ປຶກສາໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ຂັ້ນແຂວງ ແລະ ຄູ-ອາຈານເຂົ້າຮ່ວມ.
ທ່ານ ອາຈານ ສົມຫັວງ ມະນີວັນ ຮອງຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນການຈັດຕັ້ງແຜນພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ 2016-2020 ຍົກໃຫ້ເຫັນວຽກງານຫຼາຍດ້ານທີ່ພົ້ນເດັ່ນ, ບາງບົດຮຽນທີ່ສາມາດຖອດຖອນໄດ້, ຍຸດທະສາດພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຮອດປີ 2025. ໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ໄດ້ກຳນົດຈຸດປະສົງລວມ ແລະ ຈຸດປະສົງສະເພາະຄື: ຈຸດປະສົງລວມ ຈະພັດທະນາລະບົບອາຊີວະສຶກສາ ເພື່ອສ້າງກຳລັງແຮງງານໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງຕະຫຼາດແຮງງານ, ມີຄວາມພ້ອມທີ່ຈະຮ່ວມມື ແລະ ແຂ່ງຂັນກັບບັນດາປະເທດໃນພາກພື້ນ. ສໍາລັບຈຸດປະສົງສະເພາະ ຈະສົ່ງເສີມການເຂົ້າຮຽນ ແລະ ຄວາມສະເໝີພາບຍິງ-ຊາຍໃນການເຂົ້າເຖິງອາຊີວະສຶກສາໂດຍເນັ້ນໃສ່ເພດຍິງ ແລະ ຜູ້ທີ່ດ້ອຍໂອກາດ. ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃນທຸກສາຂາວິຊາຂອງການຮຽນ-ການສອນ ເພື່ອຮັບປະກັນທາງດ້ານປະລິມານຂອງຜູ້ຮຽນຈົບສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ, ຍົກລະດັບຄູສອນ ແລະ ພະນັກງານທາງດ້ານວິຊາການ ແລະ ວິຊາຄູ, ສົ່ງເສີມການສະ ໜອງທຶນການສຶກສາໃຫ້ແກ່ນັກຮຽນຈາກຄອບຄົວທຸກຍາກ ແລະ ຜູ້ທີ່ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດສືບຕໍ່ນໍາໃຊ້ພອນສະຫວັນ, ຄວາມສາມາດໃນການພັດທະນາຕົນເອງ ແລະ ສັງຄົມ. ຈະສ້າງໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊໃຫ້ກາຍເປັນວິທະຍາໄລໃນລະຫວ່າງປີ 2021-2025. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນ, ປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ. ທັ້ງນີ້, ກໍເພື່ອເປັນບ່ອນອີງແຜນຍຸດທະສາດພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຮອດປີ 2025.
ໃນຕອນທ້າຍ ທ່ານຮອງເຈົ້າແຂວງບໍລິຄຳໄຊ ໄດ້ໃຫ້ທິດຊີ້ນຳຫຼາຍດ້ານເປັນຕົ້ນ: ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາໃຫ້ອຸ່ນອ່ຽນທຸ່ນທ່ຽງຕໍ່ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ-ລັດ ແຕ່ລະໄລຍະ. ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້, ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໂດຍຫັນເປັນໂຄງການ, ແຜນການ ແລະ ກິດຈະກຳອັນລະອຽດ, ຍາດາດແຍ່ງການຊ່ວຍເຫຼືອຈາກສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
(ຂ່າວ-ພາບ: ສາຍສະໝອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com