Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 24 ພຶດສະພາ ຜ່ານມາ ທີ່ພັດທະຄານສິນສະໄໝ ແຂວງສາລະວັນ ໄດ້ຈັດກອງປະຊຸມຊີ້ແຈງແລະ ວາງແຜນໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ວຽກງານສົ່ງເສີມສຸຂະພາບແມ່-ເດັກ ແລະ ໂພຊະນາການ ເປັນວຽກທີ່ສຳຄັນນອນຢູ່ໃນບຸລິມະສິດຂອງແຂວງ ກໍຄືກະຊວງສາທາລະນະສຸກ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX ຕາມຄາດໝາຍສູ້ຊົນໃຫ້ບັນລຸ 11 ຕົວຊີ້ວັດປະຈຳປີ 2023 ຂອງພະແນກສາທາລະນະສຸກແຂວງ ແນໃສ່ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກຕໍ່າກວ່າ 5 ປີ, ໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນປະເທດ ອາເມ ຣິກາ (USAID), ຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມເຈເອັດໄອ (JSI) ຮ່ວມກັບກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ຊຶ່ງຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 5 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ, ສະຫວັນນະເຂດ, ເຊກອງ ແລະ ແຂວງສາລະວັນ ກວມເອົາ 24 ເມືອງ, 1.600 ບ້ານ ມີສະຖານທີ່ບໍລິການດ້ານສຸຂະພາບຫຼາຍກວ່າ 180 ແຫ່ງ. ຈຸດປະສົງເພື່ອປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການຂອງແມ່ຍິງຖືພາ, ໄລຍະເກີດ, ຫຼັງການເກີດລູກ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມໃຫ້ດີຂຶ້ນ ໃນຊຸມຊົນທີ່ເຂົ້າເຖິງຍາກ ເພື່ອບັນລຸວິໄສທັດດັ່ງກ່າວນີ້ ໂຄງການໄດ້ປັບແນວທາງປະຕິບັດໃຫ້ສອດຄ່ອງກັບວຽກງານ 3 ສ້າງຂອງ ສປປ ລາວ ຊຶ່ງເຮັດໃຫ້ທ້ອງຖິ່ນມີຄວາມຮັບຜິດຊອບຫຼາຍຂຶ້ນ. ໂດຍການສະໜັບສະໜູນຍຸດທະສາດ ແລະ ແຜນປະຕິບັດງານຂອງວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ.
ສຳລັບຢູ່ແຂວງສາລະວັນ ໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດໃນ 5 ເມືອງຄື: ເມືອງສາລະວັນ, ເລົ່າງາມ, ຕຸ້ມລານ, ຄົງເຊໂດນ ແລະ ເມືອງລະຄອນເພັງ ກວມເອົາ 1 ໂຮງໝໍແຂວງ, 4 ໂຮງໝໍເມືອງ ແລະ 49 ໂຮງໝໍນ້ອຍ, 613 ບ້ານ ຄາດວ່າຈະມີຜູ້ໄດ້ຮັບຜົນປະໂຫຍດຈຳນວນ 361.591 ຄົນ, ໄລຍະເວລາໃນການຈັດ ຕັ້ງປະຕິບັດໂຄງການແມ່ນ 5 ປີເລີ່ມແຕ່ປີ 2021-2026 ຊຶ່ງຈະໄດ້ຈັດຕັ້ງກິດຈະກຳຄື: 1. ປັບປຸງຄວາມສາມາດໃຫ້ບຸກຄະນະລາກອນຢູ່ຂັ້ນສູນກາງ ໃນການວາງແຜນຕິດຕາມ ແລະ ຊີ້ນຳແຜນດ້ານສຸຂະພາບຈະເລີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ, ໄວໜຸ່ມ ແລະ ໂພຊະນາການ, 2. ປັບປຸງຄວາມສາມາດໃຫ້ບຸກຄະລາກອນສາທາ ລະນະສຸກຂັ້ນແຂວງໃນການວາງແຜນ, ການຈັດສັນງົບປະມານ ແລະ ຄຸ້ມຄອງການບໍລິການສຸຂະພາບຈະເລີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ, ໄວໜຸ່ມ ແລະ ໂພຊະນາການໃຫ້ດີຂຶ້ນ ແລະ ມີຄວາມຍືນຍົງ, 3. ປັບປຸງຄວາມເທົ່າທຽມໃນການເຂົ້າເຖິງ, ການນຳໃຊ້ ແລະ ຄຸນນະພາບຂອງການບໍລິການດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ໄວໜຸ່ມ ແລະ ໂພຊະນາການຢູ່ໂຮງໝໍຊຸມຊົນ. 4. ປັບປຸງການມີສ່ວນຮ່ວມ ແລະ ການຕອບສະ ໜອງຂອງຊຸມຊົນດ້ານວຽກງານສຸຂະພາບຈະເລີນພັນ, ສຸຂະພາບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໂພຊະນາການ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com