Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊຸດທີ IX

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 25/05/2023 16:08:43 ຈຳ​ນວນ​​ຢ້ຽມ​ຊົມ 2054 ຄັ້ງ

ໃນໂອກາດເຂົ້າຮ່ວມເປັນປະທານ ໃນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊຸດທີ IX, ຈັດຂຶ້ນໃນລະຫວ່າງວັນທີ 22-24 ພຶດສະພາ ນີ້ ຢູ່ຫໍວັດທະນະທຳໄກສອນພົມວິຫານ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ເພື່ອເປັນພື້ນຖານບ່ອນອີງໃນການສືບຕໍ່ຄົ້ນຄວ້າ, ເປັນທິດຊີ້ນຳໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ ຢູ່ພາຍໃນທ້ອງຖິ່ນ ໂດຍເນັ້ນໃຫ້ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຕ້ອງເປັນແບບຢ່າງທີ່ດີໃນການຄົ້ນຄວ້າ-ກຳແໜ້ນຫຼັກການ ແລະ ປະຕິບັດລະບຽບວິໄນຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃຫ້ເຂັ້ມງວດ, ພ້ອມທັງມີຄຳເຫັນ ແລະເນັ້ນຕື່ມ ບາງບັນຫາດັ່ງນີ້:

ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນ ວິທີນຳພາຂອງພັກ, ເປັນຕົ້ນແມ່ນຫຼັກການລວມສູນປະຊາທິປະໄຕ, ຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຢ່າງຈະແຈ້ງ, ມູນເຊື້ອການນຳພາຂອງພັກ ກໍໄດ້ຢືນຢັນແລ້ວ ພັກຂອງພວກເຮົາເຕີບໃຫຍ່ເຂັ້ມແຂງ ແລະ ສາມາດນຳພາທົ່ວປວງຊົນ ເຮັດສຳເລັດພາລະກິດປະຕິວັດແຕ່ລະໄລຍະ, ປັດໄຈສຳຄັນກໍແມ່ນ ຍ້ອນການຢຶດໝັ້ນຫຼັກການດັ່ງກ່າວຕະຫຼອດມາ; ໃນໄລຍະທີ່ມີສະພາບຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ເຄັ່ງຮ້ອນຄືປັດຈຸບັນນີ້, ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ທີ່ໄດ້ຮັບຜິດຊອບໜ້າທີ່ການເມືອງສຳຄັນຂອງຊາດ, ຂອງທ້ອງຖິ່ນຍິ່ງຕ້ອງເຄົາລົບ ໃນການປະຕິບັດຫຼັກການ ແລະ ລະບອບແບບແຜນດັ່ງກ່າວ ໃຫ້ຖືກຕ້ອງ-ເຂັ້ມງວດ ພ້ອມທັງຍົກສູງຄວາມເປັນແບບຢ່າງ, ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ກໍຄືມະຫາຊົນ ໃຫ້ກວ້າງຂວາງ ແລະສູ ງຂຶ້ນເລື້ອຍໆ; ຕ້ອງເອົາໃຈໃສ່ປັບປຸງແບບແຜນການນຳພາ-ວິທີເຮັດວຽກໃຫ້ຖືກຕ້ອງຕາມຂັ້ນຕອນ, ລະບຽບການທີ່ໄດ້ກຳນົດໄວ້, ບໍ່ເຮັດແບບຊະຊາຍ ຕາມລຳພັງໃຈຂອງບຸກຄົນ, ການເຮັດວຽກຕ້ອງເຄົາລົບໝູ່ຄະນະ ເພື່ອປ້ອງກັນບໍ່ໃຫ້ມີຄວາມຜິດພາດໃນການຕົກລົງບັນຫາສຳຄັນຍຸດທະສາດ; ຕ້ອງເຂົ້າໃຈວ່າ ພັກເຮົາຢາກຄົງຕົວ ແລະຂະຫຍາຍຕົວທີ່ເຂັ້ມແຂງ ຕ້ອງຮັກສາຫຼັກການເຮັດວຽກ, ກ່ອນອື່ນພະນັກງານການນຳ ຕ້ອງເປັນແບບຢ່າງທີ່ດີໃນການຄົ້ນຄວ້າ-ກຳແໜ້ນຫຼັກການ ແລະ ປະຕິບັດລະບຽບວິໄນຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃຫ້ເຂັ້ມງວດ.

ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ ເພື່ອກວດຄືນບັນດາຄາດໝາຍ ກໍຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກ ແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນປະຈຳ; ໃຫ້ເອົາໃຈໃສ່ປັບປຸງຍົກສູງຄວາມສາມາດ ແລະ ຄວາມເປັນເຈົ້າການຂອງອົງການກວດກາ ແຕ່ລະຂັ້ນລວມທັງຢູ່ບັນດາພະແນກການຕ່າງໆ ກໍຄືຫົວໜ່ວຍຮາກຖານຕ່າງໆ ໃຫ້ເຄື່ອນໄຫວປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນໃຫ້ແຂງແຮງ ແລະ ມີປະສິດທິຜົນສູງກວ່າເກົ່າ, ແນໃສ່ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ ແລະ ຈຳກັດດ້ານຫຍໍ້ທໍ້ຢູ່ກັບທີ່ໃຫ້ທັນເວລາ.

ເອົາໃຈໃສ່ຫຼາຍຕື່ມ ຕໍ່ການສ້າງພະນັກງານ, ເປັນຕົ້ນແມ່ນພະນັກງານຫຼັກແຫຼ່ງ ໃນຂົງເຂດວຽກງານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ຄົນດີ, ຄົນເກັ່ງ, ມີຄວາມຮູ້ວິຊາສະເພາະດ້ານຕ່າງໆ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ ແລະ ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ ໄດ້ຮັບການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຈາກມະຫາຊົນຢ່າງກວ້າງຂວາງ ໄດ້ມີໂອກາດກ້າວຂຶ້ນ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ວຽກງານນະໂຍບາຍຕໍ່ພະນັກງານປະຕິວັດ, ພະນັກງານອາວຸໂສບຳນານ, ການປະຕິບັດເງິນເດືອນ ຕໍ່ພະນັກງານໃຫ້ໄດ້ປົກກະຕິ.

ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນຂອງພັກໃຫ້ເຂັ້ມແຂງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນວຽກງານປັບປຸງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການມະຫາຊົນ ແລະ ສ້າງເງື່ອນໄຂແຕ່ລະອົງການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ຖືກຕ້ອງ ຕາມພາລະບົດບາດຂອງຕົນ ແລະ ວຽກງານອື່ນໆອີກ.

ຂ່າວ-ພາບ: ແຂວງສະຫວັນນະເຂດ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com