Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົມປະເມີນຜົນ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ພະແນກແຜນການ ແລະ ການລົງທຶນແຂວງເຊກອງ ຈັດກອງປະຊຸມທາບທາມຮ່າງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະເມີນຜົນໂຄງການລົງທຶນຂອງລັດ ໃນວັນທີ 23 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງເຊກອງ, ໂດຍມີທ່ານ ນາງ ອຸດາລອນ ສີໂພວົງ ຮອງຫົວໜ້າກົມປະເມີນຜົນ ກະຊວງແຜນການ ແລະ ການລົງທຶນ, ທ່ານ ບົວຈອນ ແກ້ວປະດັບສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອຸດາລອນ ສີໂພວົງ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າທາບທາມຮ່າງຄໍາແນະນຳວ່າດ້ວຍການຈັດຕັ້ງ ປະຕິບັດວຽກງານໂຄງການລົງທຶນຂອງລັດ ແລະ ເຜີຍແຜ່ເອກະສານການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ມີຄວາມເຂົ້າໃຈລະອຽດຊັດເຈນ ນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ກັບໜ້າທີ່ວຽກງານ ເປັນຕົ້ນແມ່ນ: ການນຳໃຊ້ແບບພິມ (ແບບຟອມ), ປະກອບເອກະສານໂຄງການ, ການກຳນົດເວລາ ແລະ ຂັ້ນຕອນການນຳສົ່ງເອກະສານ ແລະ ຂັ້ນຕອນການປະເມີນໂຄງການລົງທຶນຂອງລັດ, ການປະເມີນຜົນໂຄງການລົງທຶນຂອງລັດໃນແຕ່ລະໄລຍະ ແລະ ວຽກງານອື່ນທີ່ກ່ຽວຂ້ອງ.
ທ່ານ ບົວຈອນ ແກ້ວປະດັບສີ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ຕໍ່ວຽກງານປະເມີນຜົນໂຄງການລົງທຶນຂອງລັດ ທັງສາມາດນໍາໄປຈັດຕັ້ງປະຕິບັດ ໃນຂະ ແໜງການຕົນ ໃຫ້ໄດ້ຮັບຜົນດີຂຶ້ນກ່ວາເກົ່າ
ຫຼັງຈາກຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຮ່າງຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນການລົງທຶນຂອງລັດ, ການປະກອບເອກະສານ ແລະ ການປະເມີນຂອງການລົງທຶນຂອງລັດໃນ 4 ໄລຍະ, ແບບຟອມການລົງທຶນຂອງລັດ, ກົນໄກ ແລະ ການຮັບຮອງຜົນການປະເມີນໂຄງການລົງທຶນລັດ ຢູ່ຂັ້ນກະຊວງ ແລະ ຂັ້ນແຂວງ ແລ້ວ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດໃນທ້ອງຖິ່ນຕົນ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ທັງນີ້ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປະເມີນຜົນໃຫ້ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.
ຂ່າວ-ພາບ: ພຸດທະສອນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com