Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສມປຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ທີ່ ແຂວງກວາງຊີ ສປ ຈີນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/05/2023 12:00:50 ຈຳ​ນວນ​​ຢ້ຽມ​ຊົມ 1799 ຄັ້ງ

ກອງປະຊຸມສໍາມະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ໃນການນໍາພາ-ຊີ້ນໍາ ຂອງພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືໃນການຂຽນບົດວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ ພາຍໃຕ້ຫົວຂໍ້: “ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ”.

ເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືຂອງສອງຝ່າຍ ຈຶ່ງໄດ້ເປີດກອງປະຊຸມສຳມະນາ ໃນວັນທີ 23 ພຶດສະພາ ຜ່ານມາ ທີ່ ສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ. ນຳພາຄະນະໂດຍ ທ່ານ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະແລະ ເປັນກຽດຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮູຈຽນຫົວ ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ ພ້ອມດ້ວຍຄະນະ.

ໃນລະຫວ່າງ ກອງປະຊຸມ, ນັກວິທະຍາສາດ 2 ຝ່າຍ ໄດ້ຜັດປ່ຽນກັນຜ່ານບົດສຳມະນາ ຊຶ່ງໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ ແລະ ມີຄວາມຮັບຜິດຊອບສູງ ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນທັງໝົດ 6 ຫົວຂໍ້ຄື: 1. ສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢູ່ ສປປ ລາວ ຂຽນໂດຍ: ທ່ານ ຄໍາໃບ ມາລາສິງ; 2. ພັກນຳພາ ວຽກງານແນວຄິດທິດສະດີໃນເງື່ອນໄຂໃໝ່ ຂຽນໂດຍ ທ່ານ ຄຳມອນ ຈັນທະຈິດ, 3. ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ຢູ່ ສປປ ລາວ ຂຽນໂດຍ ທ່ານ ນາງ ພອນໄຊ ລາດຊະວົງ; 4. ສືບຕໍ່ຢຶດໝັ້ນໂລກະທັດ ແລະ ວິທີວິທະຍາຂອງລັດທິມາກ ຂຽນໂດຍ ທ່ານ ຫຼີກວາງຊີ້; 5. ກຳແໜ້ນພາລະໜ້າທີ່ແຫ່ງການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ ຂຽນໂດຍ ທ່ານ ຊຸຍຈິ້ນຜີນ; 6. ເລັ່ງລັດສ້າງສະພາບການພັດທະນາແບບໃໝ່ ອອກແຮງຊຸກຍູ້ການພັດທະນາໃຫ້ມີຄຸນນະພາບສູງ.

ໃນ 6 ຫົວຂໍ້ດັ່ງກ່າວ, ໄດ້ມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະ ພຶດຕິກໍາທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໃຫ້ເຂົ້າສູ່ລ່ວງເລິກ, ເປັນຮູບປະທຳ ແລະ ແທດເໝາະກັບສະພາບຕົວຈິງ. ບັນດາເນື້ອໃນບົດປະກອບຄຳເຫັນ ທີ່ນັກວິທະຍາສາດໄດ້ນຳສະເໜີຕໍ່ກອງປະຊຸມ ແມ່ນມີຄວາມອຸດົມສົມ ບູນ ສ້າງຄວາມກະຈ່າງແຈ້ງໃນຫຼາຍບັນຫາ, ການວິເຄາະວິໄຈແຕ່ລະບັນຫາ ເຫັນວ່າມີວິທີວິທະຍາທີ່ຊັດເຈນ ໂດຍນຳໃຊ້ວິທີສັດຈະວິພາກວັດຖຸນິຍົມຂອງລັດທິມາກ-ເລນິນ, ວິທີວິທະຍາການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ວິທີປະຫວັດສາດ, ວິທີໂລຊິກສາດທີ່ສອດຄ່ອງ.

ໃນຕອນທ້າຍກອງປະຊຸມ ທັງສອງຝ່າຍໄດ້ສະຫຼຸບສັງລວມວ່າ: ກອງປະຊຸມສໍາມະນາຄັ້ງນີ້ ແມ່ນບາດກ້າວອັນສຳຄັນຂອງການຮ່ວມມືສອງສະຖາບັນທີ່ໄດ້ປະສົບຜົນສໍາເລັດຢ່າງຈົບງາມໃນການຮ່ວມມືການຂຽນບົດວິທະຍາສາດທີ່ສ່ອງແສງໃຫ້ເຫັນຜົນສໍາເລັດທີ່ໃຫຍ່ຫຼວງ ແລະ ຮອບດ້ານທີ່ມີລັກສະນະປະຫວັດ ສາດຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ.

(ຂ່າວ-ພາບ: ສມປຊ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com