Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງການຕ່າງປະເທດ ຮ່ວມກັບກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານລາວ ໄດ້ຮ່ວມກັນຈັດພິທີຖະແຫຼງຂ່າວກ່ຽວກັບມາດຕະການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຕໍ່ບັນດາທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ຂຶ້ນໃນວັນທີ 19 ມີນານີ້ ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການໃຫ້ກຽດເຂົ້າຮ່ວມ ໃນພິທີຖະແຫຼງຂ່າວຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ຕິດຕາມສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກໂຄໂຣນາສາຍພັນໃໝ່ (COVID-19) ຢ່າງໃກ້ຊິດ ພາຍຫຼັງທີ່ພະຍາດດັ່ງກ່າວ ໄດ້ເລີ່ມລະບາດຢູ່ເມືອງອູຮັ້ນ ແຂວງຫູເປີຍ ຂອງ ສປ ຈີນ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຊຶ່ງມາຮອດປັດຈຸບັນ ສປ ຈີນ ສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ແລ້ວ. ສະພາບການລະບາດຂອງພະຍາດ COVID-19 ໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ 165 ປະເທດຢູ່ພາກພື້ນ ແລະ ທົ່ວໂລກ ໂດຍສະເພາະ ຮ້າຍແຮງກວ່າໝູ່ແມ່ນກຸ່ມປະເທດເອີຣົບ (ອີຕາລີ, ສະເປນ, ຝຣັ່ງ) ແລະ ປະເທດອີຣານ. ມາຮອດປັດຈຸບັນ, ເວລາ 16:00 ໂມງຂອງວັນທີ 19 ມີນາ 2020 ມີຜູ້ຕິດເຊື້ອທັງໝົດ 219.345 ກໍລະນີ, ເສຍຊີວິດ 8.969 ກໍລະນີ, ປິ່ນປົວດີແລ້ວ 85.745 ກໍລະນີ. ສຳລັບ ສປປ ລາວ ແມ່ນຍັງບໍ່ທັນພົບຜູ້ຕິດເຊື້ອ COVID-19 ເທື່ອ, ແຕ່ເນື່ອງຈາກວ່າ ປະເທດລາວ ມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກຕ່າງປະເທດທີ່ມີຜູ້ຕິດເຊື້ອ ເຮັດໃຫ້ ສປປ ລາວ ມີຄວາມສ່ຽງສູງ. ດັ່ງນັ້ນ, ລັດຖະບານ ໄດ້ສຸມໃສ່ບັນດາມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີແຜນການກະກຽມຄວາມພ້ອມໃນການຮັບມືກັບ ກໍລະນີ ທີ່ອາດກວດພົບຜູ້ຕິດ ເຊື້ອໃນຕໍ່ໜ້າ.
ໃນໄລຍະຜ່ານມາ, ເລີ່ມແຕ່ເດືອນມັງກອນ 2020 ເປັນຕົ້ນມາ, ລັດຖະບານ ໄດ້ປະຕິບັດບາງມາດຕະການ ເພື່ອສະກັດກັ້ນ ແລະ ປ້ອງກັນ ແຕ່ຫົວທີ ເປັນຕົ້ນແມ່ນໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ໂດຍມີທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ, ເປັນຫົວໜ້າຄະນະສະເພາະກິດ ເພື່ອໂຄສະນາເຜີຍແຜ່ຕໍ່ສັງຄົມ ກ່ຽວກັບ ໄພອັນຕະລາຍ ແລະ ວິທີປ້ອງກັນການຕິດເຊື້ອພະຍາດນີ້; ເຂັ້ມງວດກັ່ນກອງຜູ້ເດີນທາງເຂົ້າມາໃນລາວ; ກຽມຄວາມພ້ອມຂອງໂຮງໝໍ; ຈັດສັນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ; ອອກມາດຕະການຄຸ້ມຄອງລາຄາຜ້າປິດປາກ-ປິດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດ ແລະ ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈັດສຳມະນາປຶກສາຫາລື ກັບຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ກ່ຽວກັບຜົນກະທົບຂອງ COVID-19 ແລະ ສະເໜີມາດຕະການທາງດ້ານເສດຖະກິດ ເພື່ອຮັບມືກັບຜົນກະທົບດັ່ງກ່າວ.
ໃນຕໍ່ໜ້າ ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການຜ່ານມາທີີ່ໄດ້ວາງອອກແລ້ວ ແລະ ມາດຕະການເພື່ອສະກັດກັ້ນເພີ່ມເຕີມຄື: ປິດດ່ານທ້ອງ ຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ, ສ່ວນດ່ານສາ ກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ຈຶ່ງອະນຸຍາດໃຫ້ເປີດ ໃຫ້ເຂົ້າ-ອອກ ປົກກະຕິ; ໂຈະ ການອອກ VISA ກັບດ່ານທຸກປະເພດ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ, ສຳລັບປະເທດ ທີ່ໄດ້ຮັບການຍົກເວັ້ນວີຊາ ເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ; ຫຼີກລ່ຽງການເດີນທາງໄປຕ່າງປະເທດ ຂອງພົນລະເມືອງລາວ ໃນໄລຍະນີ້; ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບ; ຫຼີກລ່ຽງການໂຮມຊຸມນຸມໃຫຍ່ ແລະ ງານບຸນປະເພນີຕ່າງໆ; ປິດກິດຈະການຮ້ານບັນເທິງ, ຮ້ານຄາລາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ແມ່ນການກວດອຸ່ນຫະພູມ ແລະ ສະໜອງນໍ້າຢາລ້າງມື; ປິດບັນດາໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ ໃນທົ່ວປະເທດຊົ່ວຄາວ ຈົນກວ່າຈະມີການປ່ຽນແປງ. ພ້ອມກັນນັ້ນ ກໍ່ໃຫ້ພິຈາລະນາໃຫ້ບັນດາໂຮງຮຽນ ມີແບບວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ; ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດທີ່ມີຄວາມສ່ຽງ (ລວມທັງແຮງງານລາວ-ນັກສຶກສາລາວ ແລະ ປະຊາຊົນລາວ ຜູ້ທີ່ອາໄສຢູ່ຕ່າງປະເທດ) ໃຫ້ເລື່ອນການເດີນທາງກັບຄືນປະເທດ ຈົນກວ່າສະຖານະການທົ່ວໂລກຈະມີທ່າອ່ຽງທີ່ດີຂຶ້ນ.
ພ້ອມດຽວກັນນີ້, ລັດຖະ ບານ ໄດ້ມີມາດຕະການປ້ອງກັນ ຄື: ປັບປຸງຂໍ້ມູນຂ່າວສານ ກ່ຽວກັບການລະບາດຂອງພະ ຍາດ COVID-19 ໃນທົ່ວໂລກ ໃຫ້ມີຄວາມຖືກຕ້ອງ ແລະ ວ່ອງ ໄວ ເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ; ໂຄສະນາເຜີຍແຜ່ຂໍ້ມູນ ກ່ຽວກັບ ໄພອັນຕະລາຍ, ຄວາມສ່ຽງ ແລະ ວິທີປ້ອງກັນຕ່າງໆ; ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ຫຼີກລ່ຽງການເດີນທາງໄປຕ່າງປະເທດເຂດທີ່ມີຜູ້ຕິດເຊື້ອ.
ມາດຕະການປິ່ນປົວ ກໍ ລະນີກວດພົບຜູ້ຕິດເຊື້ອ, ລັດ ຖະບານໄດ້ ກຳນົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ ເປັນສະຖານທີ່ໃນການປິ່ນປົວຜູ້ຕິດ ເຊື້ອ ແລະ ກໍານົດເອົາໂຮງໝໍແຂວງທຸກໆແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ; ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ແລະ ປະສານຂໍການຊ່ວຍເຫຼືອຈາກ ຊ່ຽວຊານ ແລະ ແພດໝໍ ທີ່ມີຄວາມຊຳນານຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາ ກົນ ເພື່ອກຽມໄວ້ໃນກໍລະນີມີຄວາມຈໍາເປັນ; ກໍານົດຄວາມຕ້ອງການທາງດ້ານເຄື່ອງມື ແລະ ອຸປະກອນ ໂດຍສະເພາະໜ້າກາກອະນາໄມ, ນ້ຳຢາລ້າງມື, ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆ ທີ່ຈຳເປັນ; ກະກຽມ ຢາປົວພະຍາດ ແຮໄວ້ໃນກໍລະນີມີການຄົ້ນພົບວັກຊິນ ແລະ ຢາປິ່ນປົວໃໝ່ ທີ່ມີປະສິດທິຜົນຈາກຕ່າງປະເທດ. ພ້ອມນີ້, ລັດຖະບານ ໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະນໍາພາການຄົ້ນຄວ້າ ປະເມີນຜົນກະທົບຂອງ COVID-19 ຕໍ່ເສດຖະກິດ. ຄຽງຄູ່ກັນນີ້, ກໍໃຫ້ພ້ອມໃຈກັນປຸກລະດົມທົ່ວສັງຄົມ ບໍ່ໃຫ້ມີການແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລ່ຽງພຶດຕິກຳການກັກຕຸນສິນຄ້າເຄື່ອງອຸປະໂພກບໍລິໂພກ ແລະ ວິພາກວິຈານ ທີ່ບໍ່ຖືກກັບຄວາມເປັນຈິງ; ໃຊ້ມາດຕະການເຄັ່ງຄັດ ຕໍ່ກັບຜູ້ ທີ່ສວຍໂອກາດໃນການກັກຕຸນ ສິນຄ້າ ເປັນຕົ້ນແມ່ນ: ໜ້າກາກ ອະນາໄມ, ນໍ້າຢາລ້າງມື, ຢາ ປົວພະຍາດ, ຸປະກອນການ ແພດ ແລະ ອື່ນໆ; ເພີ່ມທະວີການ ກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງທາງສື່ສັງ ຄົມອອນລາຍ ແລະ ສື່ອື່ນໆ; ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ; ສືບຕໍ່ປະສານງານແລກປ່ຽນຂໍ້ມູນຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກສາກົນ ໃນດ້ານທີ່ພວກເຮົາຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ; ໃຫ້ຄະນະສະເພາະກິດຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫຼື ແກ້ໄຂໃຫ້ແທດກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
(ຂ່າວ: ກະຊວງການຕ່າງ ປະເທດ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com