Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂະບວນການອອກແຮງແຂ່ງຂັນສ້າງຜົນງານຂາໍ່ນັບຮັບຕ້ອນການສະເຫຼີມສະຫຼອງວັນປະຫວັດສາດຂອງພັກ, ຂອງຊາດເຮົາ ປີ 2020 ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປປ ລາວ ແມ່ນໄດ້ດຳເນີນມາຢ່າງເປັນຂະບວນກວ້າງຂວາງໃນຂອບເຂດທົ່ວປະເທດ ນັບແຕ່ຕົ້ນປີ 2020 ໂດຍສະເພາະແມ່ນນັບແຕ່ມີມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 093/ກມສພ ເປັນຕົ້ນມາ. ແຕ່ຍ້ອນໄລຍະນີ້ ມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ເຂົ້າສູ່ພາວະການລະບາດທົ່ວໂລກຢ່າງຮ້າຍແຮງ ດັ່ງນັ້ນ, ເຖິງວ່າຢູ່ປະເທດເຮົາຍັງບໍ່ທັນພົບການຕິດເຊື້ອ, ແຕ່ກໍມີຄວາມສ່ຽງສູງ, ເພື່ອປ້ອງກັນຕົນເອງ ຈຶ່ງບໍ່ມີການຈັດຕັ້ງພິທີໂຮມຊຸມ ນຸມສະຫຼອງວັນດັ່ງກ່າວຢູ່ແຕ່ ລະບ່ອນກໍຄືກິດຈະກຳທີ່ພົວ ພັນເຖິງການເຕົ້າໂຮມມວນຊົນເປັນຈຳນວນຫຼາຍ ໃນສະຖານທີ່ດຽວກໍຕາມ. ແຕ່ຂະບວນການສ້າງຜົນງານຂາໍ່ນັບຮັບຕ້ອນວັນສ້າງຕັ້ງພັກ ປປ ລາວ ໄດ້ຫັນໄປສູ່ຮູບການອື່ນ ໂດຍໄດ້ເພີ່ມທະວີການໂຄສະນາ, ປຸກລະດົມ ແລະ ຍູ້ຂະບວນການຜ່ານສື່ມວນຊົນຕ່າງໆຢ່າງແຂງແຮງ ແລະ ຕໍ່ເນື່ອງເຊັ່ນ: ອອກບົດຄວາມ, ບົດຂ່າວ, ສາລະຄະດີ, ບົດສຳພາດ, ບົດເລົ່າມູນເຊື້ອ, ບົດວຽກດີຄົນເດັ່ນ, ສຽງເພງປຸກລະດົມຕ່າງໆ. ນອກນັ້ນຢູ່ ບາງສຳນັກງານ-ອົງການ, ແຂວງ, ນະຄອນຫຼວງ, ເມືອງ ກໍໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດ ໃນຫົວຂໍ້ຕ່າງໆ ກ່ຽວກັບການນຳພາຂອງພັກ; ມີການສືບຕໍ່ສ້ອມແປງປັບປຸງ ເສັ້ນທາງ, ແຕ້ມເສັ້ນຈະລາ ຈອນ, ປະດັບປະດາຕິດທຸງພັກ, ທຸງຊາດ ແລະ ທຸງທິວ, ຕິດຄຳ ຂວັນປຸກລະດົມຕ່າງໆຢູ່ຕາມ ຕົວເມືອງ, ສຳນັກງານ, ຫ້ອງ ການ, ບ້ານເຮືອນປະຊາຊົນຢ່າງ ສວຍງາມ. ພິເສດໃນວັນສຳ ຄັນດັ່ງກ່າວການນຳທັງສູນກາງ ແລະ ທ້ອງຖິ່ນຈະໄດ້ມີການວາງກະຕ່າດອກໄມ້ ແລະ ວາງພວງມາລາຢູ່ສະຖານທີ່ສຳຄັນຂອງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນຕໍ່ໜ້າຮູບປັ້ນຂອງປະ ທານ ໄກສອນ ພົມວິຫານ ແລະ ຢູ່ອະນຸສາວະລີນັກຮົບນິລະນາມ. ສະເພາະວັນທີ 22 ມີນາ 2020 ຈະມີລາຍການພິເສດຄື: ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະທານປະ ເທດ ຈະໄດ້ກ່າວຄຳປາໄສຜ່ານ ທາງໂທລະພາບ, ວິທະຍຸ, ສື່ສັງ ຄົມອອນລາຍ ແລະ ໜັງສືພິມ ແລະ ສື່ອື່ນໆຢ່າງກວ້າງຂວາງ. ຂໍໃຫ້ທົ່ວປວງຊົນລາວທັງຊາດ ຈົ່ງຕິດຕາມຟັງຄຳປາໄສຂອງການນຳສູງສຸດປະເທດເຮົາ ໃນວັນສຳຄັນຜ່ານສື່ມວນຊົນໃນ ຄັ້ງນີ້ ພ້ອມກັນ.
(ບກ ລາຍງານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com