Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີ ນາ 2020 ໄດ້ເປີດຂຶ້ນຢ່າງເປັນ ທາງການ ໃນວັນທີ 18 ມີນາ ແລະ ປິດລົງໃນຕອນບ່າຍວັນທີ 19 ມີນາ ທີ່ສໍານັກງານນາຍົກລັດ ຖະມົນຕີ ພາຍໃຕ້ການເປັນປະ ທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີໂຄສົກລັດ ຖະບານ ກ່າວວ່າ: ກອງປະຊຸມລັດຖະບານ ມື້ທຳອິດໄດ້ສຸມໃສ່ ຄົ້ນຄວ້າ, ພິຈາລະນາ ແລະ ຮັບ ຮອງເອົາບັນດາມາດຕະການໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບການລະບາດ ພະຍາດອັກເສບປອດຈາກ ເຊື້ອຈຸນລະໂຣກສາຍພັນໃໝ່ (COVID-19) ຊຶ່ງທ່ານນາຍົກ ລັດຖະມົນຕີໄດ້ຖະແຫຼງຂ່າວ ໃນຕອນບ່າຍວັນທີ 18 ມີນາ ໄປແລ້ວ. ໃນມື້ທີ 2 ກອງປະຊຸມ ໄດ້ພ້ອມກັນສືບຕໍ່ປຶກສາຫາລື ແລະ ພິ ຈາລະນາກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອ ແກ້ໄຂຜົນກະທົບຈາກພະຍາດ COVID-19, ຜົນການຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 02,03 ແລະ 12 ຂອງນາຍົກລັດຖະມົນ ຕີກ່ຽວກັບການປັບປຸງລະບຽບ ການ ເພື່ອອໍານວຍຄວາມສະ ດວກໃນການດໍາເນີນທຸລະກິດ, ການຄ້າ, ການອະນຸຍາດການລົງທຶນ ແລະ ອະນຸຍາດດໍາ ເນີນທຸລະກິດຢູ່ ສປປ ລາວ; ຮ່າງ ຍຸດທະສາດການລະດົມທຶນ ແລະ ຄຸ້ມຄອງການຊ່ວຍເຫຼືອ ທາງການ ເພື່ອການພັດທະນາ (2020-2030) ແລະ ຮ່າງດາໍລັດ ວ່າດ້ວຍການລົງທຶນຮ່ວມລະ ຫວ່າງພາກລັດ ແລະ ເອກະຊົນ (PPP). ກອງປະຊຸມໄດ້ຕົກລົງແລະ ຮັບຮອງບັນຫາສໍາຄັນຕ່າງໆດັ່ງນີ້:
1. ກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນ ກະທົບຈາກພະຍາດ COVID-19 ຢູ່ ສປປ ລາວ.
ເຖິງວ່າມາຮອດປັດຈຸບັນ ພະຍາດດັ່ງກ່າວຍັງບໍ່ທັນປະ ກົດລະບາດ ຢູ່ ສປປ ລາວ ເທື່ອ ແຕ່ມັນກໍໄດ້ສົ່ງຜົນກະທົບບໍ່ ໜ້ອຍຕໍ່ເສດຖະກິດ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນເຮົາ, ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ພິ ຈາລະນາ ແລະ ຮັບຮອງ ໂດຍ ຫຼັກການຕໍ່ 13 ມາດຕະການ ດ້ານເສດຖະກິດທີ່ກະຊວງແຜນ ການ ແລະ ການລົງທຶນໄດ້ລາຍງານຕໍ່ກອງປະຊຸມ ໂດຍມອບໃຫ້ກະຊວງດັ່ງກ່າວສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບ ປຸງຄືນ ໂດຍຈັດໃຫ້ເປັນລະບົບ, ກຳນົດມາດຕະການລະອຽດ, ສາມາດປະຕິບັດໄດ້ແລ້ວຮ່າງ ເປັນມະຕິຂອງລັດຖະບານສົ່ງໃຫ້ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ເພື່ອສະເໜີທ່ານນາຍົກລັດຖະມົນຕີລົງນາມ ແລະ ປະກາດໃຊ້ ໂດຍໄວ.
ພ້ອມກັນນີ້, ທ່ານນາຍົກ ລັດຖະມົນຕີໄດ້ຊີ້ນຳໃຫ້ທຸກກະ ຊວງ, ອົງການ ແລະ ທ້ອງຖິ່ນ ຕ່າງໆເອົາໃຈໃສ່ຈັດຕັ້ງປະຕິ ບັດບັນຫາສຳຄັນຮີບດ່ວນຈຳ ນວນໜຶ່ງດັ່ງນີ້:
1/. ໃຫ້ຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດຂອງພະຍາດ, ທີ່ມີທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະນັ້ນປັບປຸງການຈັດຕັ້ງຄະນະສະເພາະກິດ ໂດຍເພີ່ມຕົວແທນຂອງຂະແໜງ ການທີ່ເຮັດວຽກຕົວຈິງເຂົ້າຕື່ມ ແລະ ແບ່ງຄວາມຮັບຜິດຊອບໃຫ້ ລະອຽດຈະແຈ້ງ.
2/. ເຫັນດີໃຫ້ແຕ່ງຕັ້ງຄະ ນະສະເພາະກິດ ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດຂອງພະ ຍາດ COVID-19 ໂດຍມອບໃຫ້ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີເປັນປະທານ ແລະ ໃຫ້ປະກອບຄະນະຈາກ ຂະແໜງການທີ່ກ່ຽວຂ້ອງ.
3/. ໃຫ້ກະຊວງສຶກສາທິການ ແລະ ກິລາອອກຂໍ້ແນະ ນຳລະອຽດກ່ຽວກັບການປິດສະ ຖານສຶກສາຕ່າງໆ ໂດຍໃຫ້ມີມາດຕະການຄຸ້ມຄອງຢ່າງລະ ອຽດຈະແຈ້ງ, ຈະຈັດການຮຽນ ການສອນແນວໃດ ສຳລັບໂຮງ ຮຽນທີ່ມີເງື່ອນໄຂໃນການຮຽນທາງໄກ ຫຼື ກະກຽມການສອນທົດແທນໃນເວລາພັກແລ້ງ. ໃຫ້ ປຶກສາຫາລືກັບກະຊວງໄປສະ ນີ, ໂທລະຄົມມະນາຄົມ ແລະ ການສຶ່ສານນຳໃຊ້ການສອນທາງໄກດ້ວຍລະບົບອອນລາຍ, ໃຫ້ຄົ້ນຄວ້າຫຼຸດຄ່າອິນເຕີເນັດ ເພື່ອປະກອບສ່ວນຊ່ວຍການສຶກສາທາງໄກ ໃນໄລຍະນີ້.
4/. ໃຫ້ແຕ່ລະກະຊວງ, ອົງ ການອະນຸຍາດ ໃຫ້ລັດຖະກອນ ທີ່ມີລູກຮຽນຢູ່ໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານຜັດປ່ຽນ ກັນພັກ ເບິ່ງແຍງລູກຫຼານຢູ່ເຮືອນ, ບໍ່ໃຫ້ເອົາລູກໄປຫ້ອງການ.
5/. ໃຫ້ກະຊວງສາທາລະ ນະສຸກກະກຽມຄວາມພ້ອມທາງ ດ້ານບຸກຄະລາກອນ, ອຸປະ ກອນການແພດ ແລະ ສະຖານທີ່ ເພື່ອຮອງຮັບໃນກໍລະນີມີການ ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນນີ້ໃຫ້ຄັດເລືອກເອົານັກສຶກສາແພດສາດເຂົ້າຮ່ວມໃນທີມງານປະຈຳຢູ່ຈຸດຕ່າງໆ.
6/. ກະຊວງກະສິກຳ ແລະ ປ່າໄມ້ເພີ່ມທະວີການຊີ້ນຳຢ່າງແທດເຖິງຕໍ່ການຊຸກຍູ້ການຜະ ລິດກະສິກຳທີ່ເປັນສິນຄ້າ ຊຶ່ງມີຕະຫຼາດຮັບຮອງແລ້ວ ແລະ ການຜະລິດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ສຶກ ສາອົບຮົມ ແລະ ປຸກລະດົມຂະ ບວນການຜະລິດຕາມຈິດໃຈເພິ່ງຕົນເອງກຸ້ມຕົນເອງຂອງປະ ຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ.
7/. ກະຊວງພະລັງງານ ແລະ ບໍ່ແຮ່ຮີບຮ້ອນຈັດຕັ້ງປະຕິ ບັດລາຄາໄຟຟ້າໃໝ່ທີ່ລັດຖະ ບານໄດ້ຕົກລົງແລ້ວ; ຊຸກຍູ້ໃຫ້ ຜູ້ລົງທຶນທີ່ຄ້າງຊຳລະຄ່າສຳປະ ທານໂຄງການຕ່າງໆ ໄປປະຕິ ບັດພັນທະດັ່ງກ່າວໃຫ້ກະຊວງ ການເງິນຢ່າງຄົບຖ້ວນຕາມກົດ ໝາຍ ແລະ ລະບຽບການ; ກຽມ ພ້ອມສະໜອງໄຟຟ້າໃຫ້ມີສະ ຖຽນລະພາບປົກກະຕິ.
8/. ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ຕິດຕາມກວດກາ ຢ່າງເຂັ້ມງວດສະຖານບັນເທີງ, ຮ້ານຄາຣາໂອເກະ, ຮ້ານນວດ ຕ່າງໆໃຫ້ປິດຕາມທີ່ລັດຖະ ບານໄດ້ຕົກລົງຊີ້ນຳໄປນັ້ນ; ພ້ອມກັນນີ້ໃຫ້ຮີບຮ້ອນສົມ ທົບກັບຜູ້ປະກອບການປັບປຸງ ແລະ ກະກຽມສະຖານທີ່ທ່ອງທ່ຽວໄວ້ຮອງຮັບ ພາຍຫຼັງພະ ຍາດລະບາດສາມາດຄວບຄຸມໄດ້ໃນທົ່ວໂລກ; ເອົາໃຈໃສ່ຊີ້ ນຳ ແລະ ຄຸ້ມຄອງການຖະແຫຼງ ຂ່າວ, ອອກຂ່າວກ່ຽວກັບການປະຕິບັດມາດຕະການຕ່າງໆທີ່ ລັດຖະບານວາງອອກໃຫ້ຖືກ ຕ້ອງ, ທັນການ, ແກ້ໄຂຂ່າວທີ່ບໍ່ ມີມູນຄວາມຈິງໃຫ້ທັນເວລາ.
9/. ກະຊວງການຕ່າງປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ຄຸ້ມຄອງດ່ານຕາມມາດຕະການທີ່ລັດຖະບານໄດ້ວາງອອກ,
10/. ກະຊວງປ້ອງກັນຄວາມສະຫງົບໃຫ້ເພີ່ມທະວີການປະຕິບັດບົດບາດໜ້າທີ່ຂອງຕົນໃນການຮັກສາຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ປອດໄພທົ່ວສັງຄົມ; ເອົາ ໃຈໃສ່ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງຕິດຕາມກວດ ກາ ແລະ ແກ້ໄຂການລະເມີດຕໍ່ ມາດຕະການຕ່າງໆທີ່ລັດຖະ ບານວາງອອກຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການ.
11/. ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງປຶກສາຫາລື ແກ້ໄຂບັນຫາຕ່າງໆກ່ຽວກັບການຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນໃຫ້ທັນ ເວລາ, ຮັບປະກັນການສະໜອງສິນຄ້າທີ່ຈຳເປັນຕ່າງໆໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າ; ແກ້ໄຂການສວຍ ໂອກາດກັກຕຸນສິນຄ້າ, ຂຶ້ນລາ ຄາສິນຄ້າ ແລະ ການລະເມີດອື່ນໆທາງດ້ານການຄ້າໃຫ້ເຂັ້ມງວດ, ທັນເວລາ.
12/. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈັດສັນ ແຮງງານໃຫ້ແກ່ໂຄງການຕ່າງໆ ທີ່ຍັງມີຄວາມຕ້ອງການ; ຄຸ້ມຄອງແຮງງານທີ່ມາຈາກຕ່າງ ປະເທດ ໃຫ້ເຂັ້ມງວດ ຕາມມາດຕະການຕ່າງໆທີ່ລັດຖະບານໄດ້ວາງອອກ.
13/. ກະຊວງໂຍທາທິການ ແລະ ຂົນສົ່ງເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງການກໍ່ສ້າງທາງລົດໄຟ ແລະ ທາງດ່ວນຕາມແຜນທີ່ໄດ້ກຳ ນົດໄວ້; ຄຸ້ມຄອງການບິນໃຫ້ໄປ ຕາມລະບຽບການທີ່ລັດຖະບານ ໄດ້ວາງອອກ.
14/. ໃຫ້ອຳນາດການປົກ ຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ ຈັດຕັ້ງປະຕິບັດມາດຕະການຂອງລັດຖະບານກ່ຽວກັບການ ປິດດ່ານທ້ອງຖິ່ນ ແລະ ດ່ານປະ ເພນີຊົ່ວຄາວຢ່າງເຂັ້ມງວດ, ຄຸ້ມຄອງການສະຫຼອງປີໃໝ່ໃຫ້ຖືກ ຕ້ອງຕາມແຈ້ງການສະບັບເລກທີ 397/ຫສນຍ, ລົງວັນທີ 19 ມີ ນາ 2020 ພ້ອມກັນນັ້ນ, ກໍໃຫ້ ເອົາໃຈໃສ່ຊຸກຍູ້ຊີ້ນຳການຜະລິດ ສິນຄ້າ, ການຜະລິດສະບຽງອາ ຫານຢູ່ໃນທ້ອງຖິ່ນຂອງຕົນຮັບ ປະກັນບໍ່ໃຫ້ມີຜົນກະທົບທີ່ບໍ່ດີຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.
15/. ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາ ຊົນທຸກຂັ້ນ ແລະ ອົງການຈັດຕັ້ງທາງສັງຄົມຕ້ອງເປັນເຈົ້າການເຂົ້າຮ່ວມຂະບວນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະ ບາດຂອງພະຍາດ COVID-19 ພ້ອມທັງປຸກລະດົມ ແລະ ຊຸກຍູ້ ປະຊາຊົນບັນດາເຜົ່າ, ນັກທຸລະ ກິດ ທັງພາກລັດ ແລະ ເອກະຊົນ ເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ, ທັງຊຸກຍູ້ການຜະລິດ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ.
16/. ທຸກໆກະຊວງ-ອົງ ການ ແລະ ທ້ອງຖິ່ນຕ້ອງຕັ້ງໜ້າ ເປັນເຈົ້າການຈັດຕັ້ງປະຕິບັດ ບົດບາດ, ໜ້າທີ່ຂອງຕົນ ແລະ ປະກອບສ່ວນຢ່າງຫ້າວຫັນເຂົ້າ ໃນຂະບວນການປ້ອງກັນ, ສະ ກັດກັ້ນພະຍາດ COVID-19 ໃຫ້ໄດ້ຮັບຜົນຕາມມາດຕະການ ຕ່າງໆທີ່ລັດຖະບານໄດ້ວາງອອກ.
2. ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນຕໍ່ຮ່າງຍຸດທະສາດການລະດົມທຶນ ແລະ ຄຸ້ມຄອງ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ 2020-2030 ແລະ ຮ່າງດໍາລັດ ວ່າດ້ວຍການ ລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP). ຜ່ານ ການຄົ້ນຄວ້າ, ກອງປະຊຸມໄດ້ ຮັບຮອງດ້ານຫຼັກຕໍ່ຮ່າງຍຸດທະ ສາດແລະ ຮ່າງດຳລັດດັ່ງກ່າວ ແລະ ມອບໃຫ້ກະຊວງ ແຜນການ ແລະ ການລົງທຶນສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕາມການປະກອບຄໍາເຫັນຂອງກອງປະຊຸມ.
3. ກອງປະຊຸມໄດ້ພິຈາລະ ນາ ແລະ ຮັບຮອງຜົນຂອງການ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 02, 03 ແລະ 12 ຂອງທ່ານນາ ຍົກລັດຖະມົນຕີ ແລະ ໄດ້ມອບໃຫ້ກະຊວງແຜນການ ແລະ ການ ລົງທຶນ, ບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງ ຖິ່ນ ຈົ່ງປະສານສົມທົບ ແລະ ເປັນເຈົ້າການໃນການສືບຕໍ່ຈັດ ຕັ້ງປະຕິບັດບັນດາຄໍາສັ່ງດັ່ງ ກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສູ້ຊົນແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆໃຫ້ທັນເວ ລາ ເພື່ອປະກອບສ່ວນໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ດໍາເນີນໄປຕາມທິດທາງ ແລະ ແຜນການທີ່ວາງໄວ້.
ໃນຕອນທ້າຍຂອງກອງ ປະຊຸມ, ທ່ານນາຍົກລັດຖະມົນ ຕີໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມລັດຖະບານຄັ້ງນີ້ ໃຫ້ມີປະສິດທິຜົນ ໂດຍສຸມໃສ່ການສະກັດກັ້ນ, ການປ້ອງກັນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດ COVID-19.
ກອງປະຊຸມລັດຖະບານ ຄັ້ງນີ້ໄດ້ຮຽກຮ້ອງໄປຍັງປະຊາ ຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດທັງ ພາກລັດ ແລະ ເອກະຊົນ, ພະ ນັກງານ-ລັດຖະກອນ, ກຳມະ ກອນ ແລະ ນັກຮຽນຮູ້ປັນຍາຊົນທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດສູງກວ່າເວລາໃດໝົດ ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການ ສູງ ເພື່ອເຮັດໃຫ້ການປ້ອງ ກັນ, ສະກັດກັ້ນພະຍາດ COVID-19 ຄັ້ງນີ້ໄດ້ຮັບໄຊຊະນະ. ຂໍໃຫ້ສື່ ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງ ນ້ຳໃຈຮັກຊາດ, ຮັກປະຊາຊົນບັນດາເຜົ່າອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນ ຜົນກະທົບດ້ານລົບຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com