ກ້າວສູ່ງານມະຫາກຳກິລາແຫ່ງຊາດ ປະຈຳປີ 2011
   
ສຽງຂອງ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ

ຫົວຂໍ້ຂ່າວ ວັນທີ:

"ສຸກອາພອນ" ໝັ້ນໃຈຈະນໍາທີມຫລີ້ນໃຫ້ໄດ້ດີກວ່າເກົ່າ
ໃນເຕະບານສາຍກໍ 2012 ດ້ວຍນັກເຕະລຸ້ນນ້ອງ

ສຸກອາພອນ ວົງຈຽງຄໍາ ຫົວໜ້າທີມສະໂມສອນເອສຣາ, ນັກເຕະກອງໜ້າດາວຮຸ່ງທີມຊາດລາວ
ຊຸດໃຫຍ່ໝັ້ນໃຈຈະນໍາພາທີມຫລີ້ນໃຫ້ໄດ້ດີກວ່າເກົ່າໃນການແຂ່ງຂັນເຕະບານລະດັບສາຍກໍປະຈໍາ
ປີ 2012 ທີ່ກຽມຈະເປີດໃນເດືອນກຸມພາທີ່ຈະມາເຖິງນີ້ດ້ວຍນັກເຕະລຸ້ນນ້ອງທີ່ສ້າງຂຶ້ນມາ.
ອີງຕາມການໃຫ້ສໍາພາດຂອງສຸກອາພອນ ວົງຈຽງຄໍາ ໄດ້ກ່າວກັບທີມຂ່າວພວກເຮົາໃນຕອນເຊົ້າ
ວານນີ້ໃຫ້ຊາບກັນວ່າ: " ປະຈຸບັນນີ້ການກະກຽມທີມຂອງພວກເຮົາໃນເຕະບານປີນີ້ແມ່ນພ້ອມທຸກ
ຢ່າງແລ້ວ ໂດຍມີນັກເຕະປີກາຍເປັນຕົວຫລັກພ້ອມກັນນັ້ນທາງພວກເຮົາຍັງໄດ້ມີການນໍາເອົານັກ
ເຕະລຸ້ນນ້ອງເຂົ້າມາເສີມທີມຢ່າງເຕັມທີ່ ເຊິ່ງຄາດວ່າເຕະບານສາຍກໍ ປີນີ້ພວກເຮົາໝັ້ນໃຈ ແລະ
ຈະພາຍາຍາມນໍາທີມຫລີ້ນໃຫ້ໄດ້ດີກວ່າເກົ່າໃຫ້ໄດ້ດ້ວຍນັກເຕະລຸ້ນນ້ອງທີ່ສ້າງຂຶ້ນມາ ໂດຍການ
ແຂ່ງຂັນດັ່ງກ່າວພວກເຮົາຈະບໍ່ປະໝາດ ແລະ ຈະບໍ່ເບິ່ງຂ້າມທີມໃດໃນເຕະບານລະດັບນີ້ ເພາະ
ທຸກທີມລ້ວນແຕ່ມີການພັດທະນາຂຶ້ນ ສະນັ້ນໃນປີນີ້ພວກເຮົາເຊື່ອວ່າໃນເຕະບານສາຍກໍ ປີນີ້ເອສ
ຣາ ຈະເຮັດໄດ້ດີກວ່າເກົ່າແນ່ນອນ".
ນອກຈາກນັ້ນເພື່ອເປັນການທົດສອບນັກເຕະຂອງສະໂມສອນເອສຣາໃນປີນີ້ ສຸກອາພອນ ວົງຈຽງ
ຄໍາ ຍັງໄດ້ບອກອີກວ່າ: "ໃນວັນເສົາທີ່ຈະມາເຖິງນີ້ ທີມພວກເຮົາຈະລົງອຸ່ນເຄື່ອງນັດທໍາອິດກັບ
ທີມໜອງຄາຍ". ສ່ວນເວລາ ແລະ ສະໜາມທີ່ຈະລົງແຂ່ງຂັນນັ້ນທາງສະໂມສອນເອສຣາຍັງຈະ
ໄດ້ພົວພັນ ແລະ ແຈ້ງໃຫ້ຊາບພາຍຫລັງ.
ໂດຍ: ຊ້າງນ້ອຍ

 
 
       
                     
                site hit counter    
       
Since 04 June, 2008
 
   
Copyright © 203 pasaxon Newspaper. All Rights Rights Reserved
 

ສຳນັກງານ ​ເລກທີ 66 ຖະຫນົນ​ເສດ​ຖ​ທິລາດ ນະຄອນຫລວງ​ວຽງຈັນ ​ໂທລະສັບ (021) 212466 ​
ແຟັກ (021) 212470 ຕູ ປ.ນ 1110 Email: infonews@pasaxon.org.la