Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານສະແດງຄວາມຊົມເຊີຍ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 24/09/2020 08:37:16 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 3962 ຄັ້ງ

   ວັນ​ທີ  22  ກັນຍາ 2020, ​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ​ລັດຖະມົນຕີ ກະຊວງ​ການ​ຕ່າງປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ສະແດງ​ຄຳ​ຊົມເຊີຍ​ເຖິງ ສົມເດັດ ຟາຍ​ຊໍ ບິນ ຟາ​ຮັນ ອໍ ຊາວ ລັດຖະມົນຕີ​ຕ່າງ                                                                                           ປະເທດ ແຫ່ງ ຣາ​ຊະ​ອານາຈັກ ຊາ​ອຸ​ດິດ ອາ​ຣາ​ບີ​ ທີ່​ຣີ​ຢັດ ຊຶ່ງ​ມີ​ເນື້ອ​ໃນ​ວ່າ: ຂ້າພະເຈົ້າ ມີ​ຄວາມ​ປິ​ຕິ​ຍິນດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມເຊີຍ​ອັນ​ຈິງ​ໃຈ ແລະ ພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາ​ຊະ​ອານາຈັກ ຊາ​ອຸ​ດິດ ອາ​ຣາ​ບີ ເນື່ອງ​ໃນ​ໂອກາດ​ວັນຊາດ ແຫ່ງ ຣາ​ຊະ​ອານາຈັກ ຊາ​ອຸ​ດິດ ອາ​ຣາ​ບີ ຄົບຮອບ 88 ປີ ແລະ ການ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ຣາ​ຊະ​ອານາຈັກ ຊາ​ອຸ​ດິດ ອາ​ຣາ​ບີ ຄົບຮອບ 30 ປີ.
   ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ຣາ​ຊະ​ອານາຈັກ ຊາ​ອຸ​ດິດ ອາ​ຣາບີ ມີ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ກັນ​ດີ ໃນ​ໄລຍະ​ຜ່ານ​ມາ, ຂ້າພະເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ​ຈະ​ໄດ້​ຮ່ວມ​ເຮັດ​ວຽກ ກັບ​ສົມເດັດ ຢ່າງ​ໃກ້ຊິດ ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສອງ​ປະເທດ​ພວກ​ເຮົາ ໃນ​ຊຸມ​ປີ​ຕໍ່ໜ້າ ເພື່ອ​ຜົນ​ປະໂຫຍດ​ຮ່ວມ​ກັນ ຂອງ​ສອງ​ຊາດ​ພວກ​ເຮົາ.
    ຂ້າພະເຈົ້າ ຂໍ​ຖື​ໂອກາດ​ນີ້ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ສົມເດັດ ຈົ່ງ​ມີ​ພະ​ລາ​ນາ​ໄມ​ເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ອັນ​ສູງ​ສົ່ງ ຂອງ​ພະ​ອົງ ແລະ ປະຊາຊົນ​ຊາ​ອຸດິດ ອາ​ຣາບ​ີ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com