Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 7 ຕຸລານີ້, ພະນະທ່ານ ມິຄາອິລ ມິດຊູສຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ໄດ້ສົ່ງສານສະ ແດງຄວາມຊົມເຊີຍເຖິງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນວ່າ: ຕາງໜ້າລັດຖະບານ ແຫ່ງ ສະຫະພັນຣັດເຊຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີສົ່ງຄໍາຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສ.ຣັດເຊຍ ແລະ ສປປ ລາວ.
ຂ້າພະເຈົ້າ ຂໍຢືນຢັນອີກເທື່ອໜຶ່ງວ່າການພົວພັນຮ່ວມມື ລະຫວ່າງ ຣັດເຊຍ-ລາວ ແມ່ນບົນພື້ນຖານມູນເຊື້ອມິດຕະພາບອັນແໜ້ນແຟ້ນ, ເຄົາລົບນັບຖື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ. ຕະຫຼອດໃນໄລຍະ 6 ທົດສະວັດຜ່ານມາ ການພົວພັນສອງຝ່າຍໄດ້ກ້າວຂຶ້ນສູ່ລະດັບການເປັນຄູ່ຮ່ວມມືຍຸດທະສາດນໍາກັນ. ການພົວພັນຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ວິທະຍາສາດ ແລະ ເຕັກນິກ ແລະ ມະນຸດສະທໍາ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ບັນດາໂຄງການຮ່ວມມືຂະໜາດໃຫຍ່ແມ່ນກໍາລັງໄດ້ຮັບການຈັດຕັ້ງປະຕິບັດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ການເຮັດວຽກທີ່ຫ້າວຫັນໃນລະດັບລັດຖະບານ ຈະສືບຕໍ່ສ້າງເງື່ອນໄຂທີ່ເອື້ອອໍານວຍເພື່ອສົ່ງເສີມຂໍ້ລິເລີ່ມໃໝ່ຕ່າງໆທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ. ສິ່ງດັ່ງກ່າວນັ້ນຈະຕອບສະໜອງຜົນປະໂຫຍດຂອງສອງປະເທດ ຣັດເຊຍ ແລະ ລາວ.
ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ກໍຄືໃຫ້ປະຊາຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ. ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ ພະນະທ່ານ ເຊີເກ ລາບຣົບ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັ່ນດຽວກັນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com