ຫົວ​ຂໍ້ : ສານຂອງທ່ານ ສອນໄຊ ສີພັນດອນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 16/10/2020 08:52:31 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 816 ຄັ້ງ

ສານຂອງທ່ານ ສອນໄຊ ສີພັນດອນ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ

ເນື່ອງໃນໂອກາດວັນຄຸ້ມຄອງໄພພິບັດແຫ່ງຊາດ 13 ຕຸລາ ໃນຄຳຂວັນ “ສ້າງຄວາມເຂັ້ມແຂງການບໍລິຫານຄຸ້ມຄອງຄວາມສ່ຽງໄພພິບັດ

ບັນ­ດາ​ທ່ານ​ເພື່ອນ​ມິດ​ສະ­ຫາຍ, ປະ­ຊາ­ຊົນ​ບັນ­ດາ ­ເຜົ່າ​ທຸກ​ຖ້ວນໜ້າ,

ພວກ​ເຮົາ​ໄດ້​ຮັບ​ຊາບ​ນໍາ​ກັນ​ແລ້ວ​ວ່າ ປັດ­ຈຸ­ບັນ ບັນຫາ​ ໄພ­ພິ­ບັດ ທີ່​ມີ​ສາ­ເຫດ​ມາ​ຈາກ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເປັນ­ຕົ້ນ ໄພ​ນໍ້າ​ຖ້ວມ, ແຜ່ນ­ດິນ​ໄຫວ, ຄື້ນ​ຊຸ​ນາ​ມິ, ລົມ­ພາ­ຍຸ​ພັດ, ພະ­ຍາດ​ລະ ບາດອື່ນໆໄດ້​ກາຍ­ເປັນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ ຕໍ່​ພາກ​ພຶື້ນ ແລະ ສາ­ກົນ ເພາະ​ບັນ­ຫາ​ໄພ­ພິ­ບັດ​ດັ່ງ­ກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ແລະ ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ສ້າງ​ຜົນ​ກະ­ທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍຕໍ່​ສຸ­ຂະ­ພາບ, ຊີ­ວິດ, ຊັບ​ສິນຂອງລັດ, ລວມ​ໝູ່, ປະ­ຊາຊົນ, ເສດ­ຖະ­ກິດ ແລະ ການ​ດໍາ​ລົງ​ຊີ­ວິດຂອງ​ຄົນ​ໃນ​ສັງ­ຄົມ ທັງ​ໃນ​ໄລ­ຍະ ສັ້ນ ແລະ ໄລ­ຍະ​ຍາວ. ພ້ອມ​ນີ້, ບັນ­ຫາ​ໄພ­ພິ­ບັດຍັງ​ສົ່ງ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຕໍ່​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ, ລະ­ບົບ​ນິ­ເວດ ແລະ ທໍາ​ມະ​ຊາດ​-​ສິ່ງ­ແວດ­ລ້ອມ; ທັງ​ເປັນ​ອຸ­ປະ­ສັກ, ກີດ­ຂວາງ​ຖ່ວງ​ດຶງ​ຄວາມ​ກ້າວ­ໜ້າ​ໃນ​ການ​ພັດ­ທະ­ນາຂອງບັນ­ດາ​ປະເທດ​ໃນ​ໂລກ ແລະ ທ່າ​ອ່ຽງ​ບັນ­ຫາ​ດັ່ງ­ກ່າວ ຍັງ​ຈະ​ສືບ­ຕໍ່​ເພີ່ມ​ທະ­ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ແລະ ເປັນ​ໄພ​ຂົ່ມ­ຂູ່​ຕໍ່​ປະ­ຊາ​ຄົມ​ໂລກ​ໃນ​ຊຸມ​ປີ​ຕໍ່​ໜ້າ. ບັນ ຫາ​ຜົນ​ກະ­ທົບ​ຂອງ​ໄພ­ພິ­ບັດ​ດັ່ງ­ກ່າວ ຍັງ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ກຸ່ມ​ຜູ້​ດ້ອຍ​ໂອ­ກາດ​ໃນ​ສັງ­ຄົມ ເປັນ­ຕົ້ນ ແມ່­ຍິງ, ເດັກ­ນ້ອຍ ຜູ້​ເຖົ້າ ແລະ ຜູ້​ພິ­ການ ຢູ່​ໃນ​ຄອບ ຄົວ​ທີ່​ທຸກ​ຍາກ ຍິ່ງ​ເພີ່ມ​ຄວາມ​ຫຍຸ້ງ­ຍາກລໍາ​ບາກ.

ໃນ​ໄລ­ຍະ​ຜ່ານ​ມາ ກໍຄື​ປັດ­ຈຸ­ບັນ, ປະ­ຊາ​ຄົມ​ໂລກ ເວົ້າ​ລວມ, ເວົ້າ​ສະ­ເພາະ ປະ­ຊາ​ຄົມ​ອາ​ຊຽນ, ເຫັນ​ໄດ້​ເຖິງ​ຄວາມ​ອັນ­ຕະ­ລາຍ ແລະ ຜົນ​ກະ­ທົບ ຂອງ​ໄພ­ພິ­ບັດ ທັງ​ຈາກ​ທໍາ​ມະ​ຊາດ ແລະ ມະ­ນຸດ​ເປັນ​ຜູ້​ສ້າງ​ຂຶ້ນ​ມາ ຈຶ່ງ​ໄດ້​ນຳ​ເອົາ​ບັນ­ຫາ​ການ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ ບັດ ແລະ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ເປັນ​ບັນ­ຫາ​ສຳ­ຄັນ ແລະ ເປັນ​ບຸ­ລິ­ມະ­ສິດ​ຫຼັກໃນ​ເວ­ທີ​ລະ­ດັບ​ໂລກ ແລະ ລະ­ດັບ​ພາກ​ພື້ນ ເພື່ອ​ຮ່ວມ​ກັນ​ຊອກ​ຫາ​ທຸກ​ຊ່ອງ​ທາງ ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ຢ່າງ​ຈິງ​ຈັງ ແລະ ເປັນ​ລະ​ບົບ. ການ​ຮັບ­ຮອງ​ເອົາ​ບັນ­ດາ​ນິ­ຕິ​ກຳ ກ່ຽວ​ກັບການ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ ຂອງ​ບັນ­ດາ​ຜູ້­ນຳ​ຂອງ​ບັນ­ດາ​ປະ­ເທດ​ໃນ​ໂລກ ເຊັ່ນ: ສັນ­ຍາ​ປາ​ຣີ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ທາງ​ດິນ​ຟ້າ​ອາ­ກາດ ຊຶ່ງ​ຖືກ​ຮັບ­ຮອງ​ເອົາ​ໃນ​ກອງ​ປະ­ຊຸມ​ສະ­ມັດ­ຊາ​ໃຫຍ່​ອົງ­ການ​ສະ­ຫະ​ປະ​ຊາດ ຄັ້ງ​ທີ 70 ທີ່ ນິວ​ຢອກ ແລະ ການ​ຮັບ­ຮອງ​ເອົາ ຂອບ​ແຜນ​ງານ​ເຊັນ​ໄດ ວ່າ​ດ້ວຍ ການ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ ໃນ​ກອງ​ປະ­ຊຸມ​ໂລກ ວ່າ​ດ້ວຍ​ການ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ ຄັ້ງ​ທີ 3 ໃນ​ປີ 2015 ທີ່ ປະ­ເທດ​ຍີ່­ປຸ່ນ, ຊຶ່ງ​ຂອບ​ແຜນ​ວຽກ​ດັ່ງ­ກ່າວ ໄດ້​ເປັນ​ທິດ​ທາງ ແລະ ບ່ອນ​ອີງ​ອັນ​ສຳ ຄັນ ໃນ​ການ​ປະ­ສານ​ງານ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຮ່ວມ​ກັນ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ ໄປ​ຄຽງ​ຄູ່​ກັບ​ຍຸດ­ທະ­ສາດ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (SDG) ຈົນ​ຮອດ​ປີ 2030.

ໃນ​ຂອບ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂອງ​ອາ​ຊຽນ ກໍໄດ້​ມີ​ຫຼາຍ​ນິ­ຕິ​ກໍາ ທີ່​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື ແລະ ດຳ­ເນີນ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ ເຊັ່ນ: ສັນ­ຍາ​ອາ​ຊຽນ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ແລະ ການ​ຕອບ​ໂຕ້​ຕໍ່​ເຫດ­ການ​ສຸກ​ເສີນ (AADMER) ຊຶ່ງ​ເອ ກະ­ສານ​ສັນ­ຍາ​ດັ່ງ­ກ່າວ ແມ່ນ​ໄດ້​ເຊັນ​ຮັບ­ຮອງ​ເອົາ​ຢູ່ ສປປ ລາວ ໃນ​ປີ 2005, ຍຸດ­ທະ­ສາດ ແລະ ວິ­ໄສ​ທັດ​ດ້ານ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຮອດ​ປີ 2025, ແຜນ​ປະ­ຕິ­ບັດ​ງານ​ສັນ­ຍາ​ອາ​ຊຽນ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ແລະ ການ​ຕອບ​ໂຕ້​ຕໍ່​ເຫດ­ການ​ສຸກ​ເສີນ 2016-2020 ແລະ ຖະ­ແຫຼງ­ການ​ອາ​ຊຽນ ວ່າ​ດ້ວຍ ການ​ຮ່ວມ​ມື​ກັນ​ເປັນ​ໜຶ່ງ​ດຽວ​ໃນ​ການ​ຕອບ​ໂຕ້​ໄພ­ພິ­ບັດ ຊຶ່ງ​ຖືກ​ຮັບ­ຮອງ​ເອົາ​ໂດຍບັນ­ດາ​ຜູ້­ນຳ​ຂອງ​ບັນ­ດາ​ປະ­ເທດ​ສະ ມາ­ຊິກ​ອາ​ຊຽນ ໃນ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28-29 ທີ່ ສປປ ລາວ ພ້ອມ​ນີ້, ກໍມີ ສູນ​ປະ­ສານ​ງານ​ອາ​ຊຽນ ເພື່ອ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ (AHA Center) ເຮັດ​ໜ້າ­ທີ່​ບົດ­ບາດ ເປັນ​ສູນ​ກາງ​ຊ່ວຍ­ເຫຼືອ​ດ້ານ​ການ​ຮ່ວມ​ມື ແລະ ປະ­ສານ​ງານ​ຂອງ​ບັນ­ດາ​ປະ­ເທດ​ສະ ມາ­ຊິກ​ອາ​ຊຽນ​ໃນ​ການ​ກຽມ ພ້ອມ ແລະ ຊ່ວຍ­ເຫຼືອ​ຕອບ​ໂຕ້​ສຸກ​ເສີນ ລວມ​ທັງ​ການ​ປະ­ສານ​ງານ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ເປັນ ຕົ້ນອົງ­ການ ສປຊ ແລະ ອົງ­ການ​ຈັດ​ຕັ້ງ​ສາ­ກົນ ໃນ​ການ​ສົ່ງ­ເສີມ​ການ​ຮ່ວມ​ມື​ໃນ​ລະ­ດັບ​ພາກ​ພື້ນ ກ່ຽວ​ກັບ​ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ແລະ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ. ພ້ອມ​ນີ້, ອາ​ຊຽນ ຍັງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ປະ­ເທດ​ອາ​ຊຽນ​ບວກ​ສາມ ແລະ ປະ­ເທດ​ຄູ່​ເຈ­ລະ­ຈາ ທາງ​ດ້ານ​ບົດ­ຮຽນ, ປະ­ສົບ​ການ, ເຕັກ­ນິກ​ວິ­ຊາ​ການ, ວັດ​ຖຸ​-​ອຸ­ປະ ກອນ​ຕ່າງໆ ແລະ ທຶນ­ຮອນ​ເຂົ້າ​ໃນ​ວຽກ​ງານ​ດັ່ງ­ກ່າວ, ຊຶ່ງ​ເຫັນ​ໄດ້​ວ່າ ມີ​ຄວາມ​ຄືບ​ໜ້າ ແລະ ເປັນ​ຮູບ​ປະ​ທໍາ​ຫຼາຍ​ຂຶ້ນ.

ສະ­ເພາະ​ຢູ່ ສປປ ລາວ ຂອງພວກ​ເຮົາ ກໍຄື ບັນ­ດາ​ປະ ເທດ​ໃນ​ຂົງ­ເຂດອາ​ຊີ​-​ປາ​ຊີ​ຟິກ ກໍໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ ໜັກ­ໜ່ວງຈາກ​ໄພ​ພິ­ບັດ​ທໍາ​ມະ​ຊາດ ສາ­ເຫດ​ມາ​ຈາກ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເປັນ­ຕົ້ນແມ່ນໄພ​ນໍ້າ​ຖ້ວມ, ດິນ​ເຈື່ອນ, ແຫ້ງ­ແລ້ງ, ລົມ­ພາ­ຍຸ​ພັດ, ອື່ນໆ. ໄພ­ພິ­ບັດ​ດັ່ງ­ກ່າວ ນັບ​ແຕ່​ປີ 2000 ເປັນ­ຕົ້ນ​ມາ ກໍໄດ້​ເກີດ​ຂຶ້ນ​ທຸກໆ​ປີ ແລະ ມີ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ, ສ້າງ​ຜົນ​ກະ­ທົບ ແລະ ຄວາມ​ເສຍ​ຫາຍ​ຫຼວງ ຫຼາຍ​ຕໍ່​ສຸ­ຂະ­ພາບ, ຊີ­ວິດ, ຊັບ​ສິນ, ເສດ­ຖະ­ກິດ, ສັງ­ຄົມ ແລະ ສິ່ງ­ແວດ­ລ້ອມຂອງ​ປະ­ເທດ, ເປັນ­ຕົ້ນ ເຫດ­ການ​ໄພ​ພິ­ບັດ​ນໍ້າ​ຖ້ວມ​ເກີດ​ຂຶ້ນ​ໃນ​ປີ 2018 ທີ່​ຜ່ານ​ມາ ຖື​ວ່າ​ເປັນ​ຄັ້ງ​ປະ­ຫວັດ ສາດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ຮຸນ​ແຮງ ແລະ ໜັກ­ໜ່ວງ ເຫດ ການ​ດັ່ງ­ກ່າວ​ແມ່ນ​ມີ​ສາ­ເຫດ​ມາ​ຈາກທັງ​ທໍາ​ມະ​ຊາດ ແລະ ມະ­ນຸດ​ເປັນ​ຜູ້​ສ້າງ​ຂຶ້ນ, ເຮັດ​ໃຫ້​ປະ­ຊາ­ຊົນ​ຕ້ອງ​ເສຍ​ຊີ­ວິດ ແລະ ສູນ­ຫາຍ​ເປັນ​ຈໍາ​ນວນ​ຫຼາຍ, ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ເສດ­ຖະ­ກິດ, ສັງ­ຄົມ ແລະ ສິ່ງ ແວດ­ລ້ອມ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ 3 ພັນ​ກວ່າ​ຕື້​ກີບ, ລັດ­ຖະ­ບານ​ຕ້ອງ​ໄດ້​ນໍາ​ໃຊ້​ງົບ­ປະ­ມານ​ຫຼວງ­ຫຼາຍ​ເຂົ້າ​ໃນ​ການ​ແກ້​ໄຂ ທັງ​ໄລ­ຍະ​ສຸກ​ເສີນ ແລະ ຟື້ນ​ຟູ​ຄືນ​ຫຼັງ​ໄພ​ພິ­ບັດ. ໃນ​ປີ 2019 ທີ່​ຜ່ານ​ມາ, ໃນ​ໄລ­ຍະ​ທີ່​ປະ­ເທດ​ຂອງ​ພວກ​ເຮົາ​ກໍາ​ລັງ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ກໍຄື ໄລ­ຍະ​ການ​ເລັ່ງ​ປະ­ຕິ­ບັດ​ຟື້ນ​ຟູ​ຄືນ​ຫຼັງ​ໄພ​ນໍ້າ​ຖ້ວມ​ປີ 2018, ກໍໄດ້​ເກີດ​ເຫດ­ການ​ໄພ​ນໍ້າ​ຖ້ວມ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ສຸ­ຂະ­ພາບ, ຊີ­ວິດ ແລະ ຊັບ​ສິນ​ຂອງ​ປະ­ຊາ ຊົນ, ເຮັດ​ໃຫ້​ປະ­ຊາ­ຊົນ​ຫຼາຍ​ພັນ​ຄົນ​ຂາດ​ທີ່­ຢູ່​ອາ­ໄສ ແລະ ຕ້ອງ​ໄດ້​ຍົກ­ຍ້າຍ​ໄປ​ບ່ອນ​ທີ່​ປອດ​ໄພ​ຊົ່ວ­ຄາວ, ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ທີ່​ການ​ຜະ­ລິດ​ກະ​ສິ​ກໍາ, ລະ­ບົບ​ຊົນ­ລະ­ປະ­ທານ, ໂຄງ​ລ່າງ​ດ້ານ​ເສັ້ນ­ທາງ, ຂົວ, ໂຮງ­ຮຽນ, ໂຮງ­ໝໍ, ແຫຼ່ງ​ນໍ້າ​ກິນ ນໍ້າ​ໃຊ້, ລະ­ບົບ​ສຸ​ຂະ​ອະ­ນາ­ໄມ, ໄຟ­ຟ້າ, ນໍ້າ​ປະ­ປາ, ອື່ນໆ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ 1.560 ຕື້​ກວ່າ​ກີບ.

ຕົກ​ມາ​ໃສ່​ປີ 2020 ນີ້, ປະ­ເທດຂອງ​ພວກ​ເຮົາ ກໍໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ໜັກ​ໜ່ວງ​ເຊັ່ນ​ດຽວ​ກັນ​ກັບ​ບັນ­ດາ​ປະ­ເທດ​ໃນ​ໂລກ ຈາກ​ການ​ລະ­ບາດ ຂອງ​ເຊື້ອ​ພະ­ຍາດ​ຈຸ​ລະ​ໂ​ຣກ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ໂດຍ​ສະ­ເພາະ ຕໍ່​ເສດ ຖະ­ກິດຂອງ​ປະ­ເທດ ເປັນ­ຕົ້ນ ດ້ານ​ການ​ຄ້າ, ການ­ທ່ອງ­ທ່ຽວ, ການ​ລົງ­ທຶນ​ຈາກ​ພາກ​ທຸ­ລະ​ກິດ, ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ລັດ, ການ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ (GDP), ທຶນ​ພັດ­ທະ­ນາ, ອື່ນໆ. ບັນ­ຫາ​ການ​ລະ­ບາດ​ຂອງ​ພະ ຍາດ​ໂຄ​ວິດ - 19 ຍັງ​ສືບ­ຕໍ່​ເພີ່ມ​ທະ­ວີ​ຂຶ້ນ​ຢູ່​ໃນ​ໂລກ ແລະ ສົ່ງ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ ຂອງ ສປປ ລາວ, ໂດຍ​ສະ­ເພາະຂະ­ແໜງ­​ການ­ທ່ອງ­ທ່ຽວ ແລະ ການ​ບໍ­ລິ ການ​ປິ່ນ​ອ້ອມ, ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ເພື່ອ​ສົ່ງ​ອອກ ຍັງ​ສືບ­ຕໍ່​ໄດ້​ຮັບ​ຜົນ​ກະ ທົບ, ສະ­ພາບ​ການ​ວ່າງ​ງານ​ຍັງ​ສືບ­ຕໍ່​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ແຮງ​ງານ​ທີ່​ກັບ​ຈາກ​ຕ່າງ­ປະ­ເທດ​ມີ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຊອກ​ວຽກ​ເຮັດ​ງານ​ທໍາ ບວກ​ກັບ​ບາງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່­ຢູ່​ພາຍ​ໃນ​ປະ​ເທດ​ຈໍາ​ເປັນ​ຕ້ອງ​ໄດ້​ຫຼຸດ​ຜ່ອນ​ຈໍາ​ນວນ​ແຮງ​ງານ​ລົງ. ນອກ­ຈາກ​ບັນ­ຫາ​ການ​ລະ­ບາດ ຂອງ​ພະ­ຍາດ​ໂຄ​ວິດ -19 ແລ້ວ, ໃນ​ປີ 2020 ນີ້ ຍັງ​ມີ​ເຫດ­ການ​ໄພ­ພິ­ບັດ​ທາງ​ທໍາ​ມະ​ຊາດ​ເກີດ​ຂຶ້ນ ເປັນ­ຕົ້ນ ນໍ້າ​ຖ້ວມ, ດິນ​ເຈື່ອນ, ລົມ­ພາ­ຍຸ, ພະ­ຍາດ​ໄຂ້ ຍຸງ​ລາຍ, ສັດ­ຕູ​ພືດ​ທໍາ​ລາຍ​ຜົນ ລະ­ປູກ​ຂອງ​ປະ­ຊາ­ຊົນ​ຢູ່​ບັນ­ດາ​ແຂວງ​ທາງ​ພາກ​ເໜືອ, ການ​ລະ­ບາດ​ຂອງ​ພະ­ຍາດ​ໝູ​ອາ​ຟຣິກາ, ແຜ່ນ­ດິນ​ໄຫວ, ອື່ນໆ ຊຶ່ງ​ເຫດ­ການ​ໄພ­ພິ­ບັດ​ດັ່ງ­ກ່າວ ກໍໄດ້​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ສຸ­ຂະ­ພາບ, ຊີ­ວິດ ແລະ ຊັບ​ສິນ​ຂອງ​ພໍ່​ແມ່​ປະ​ຊົນ. ນອກ­ຈາກ​ນີ້, ສປປ ລາວ ກໍແມ່ນ​ປະ­ເທດ​ໜຶ່ງ​ທີ່​ຍັງ​ບໍ່​ທັນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ ແລະ ເປັນ​ປະ­ເທດ​ທີ່​ຖືກ​ຄຸກ​ຄາມ​ຈາກ​ໄພ​ພິ­ບັດ​ທໍາ​ມະ​ຊາດ​ທີ່​ສາ­ເຫດ​ມາ​ຈາກ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ທີ່​ເກີດ​ຂຶ້ນ​ຊໍ້າ​ແລ້ວ​ຊໍ້າ​ອີກ ເຮັດ​ໃຫ້­ການ​ພັດ­ທະ ນາ​ຂອງ​ປະ­ເທດ​ຊາດ​ພົບ​ກັບ​ຄວາມ​ຫຍຸ້ງ­ຍາກ​ເພີ່ມ​ຂຶ້ນ.

ດັ່ງ​ບັນ­ຫາ​ໄພ­ພິ­ບັດ ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ, ລັດ­ຖະ­ບານ ສປປ ລາວ ໄດ້​ມີ​ຄວາມ​ຮັບ​ຮູ້​ສູງ ແລະ ໃຫ້​ຄວາມ​ສໍາ​ຄັນ ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ, ໂດຍ​ສະ­ເພາະໄດ້​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຍຸດ­ທະ­ສາດ​ຫຼຸດ­ຜ່ອນ​ໄພ­ພິ­ບັດ​ສາ­ກົນ ແລະ ອາ​ຊຽນ ເຂົ້າ​ສູ່​ການ​ປະ­ຕິ­ບັດ​ຕົວ​ຈິງ​ຢູ່​ພາຍ​ໃນ​ປະ­ເທດ ເປັນ­ຕົ້ນ ໄດ້​ເຊື່ອມ​ເອົາ​ວຽກ​ງານ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ ເຂົ້າ​ໃນ​ແຜນ​ງານ ແລະ ໂຄງ­ການ​ພັດ ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ທັງ​ຢູ່​ລະ­ດັບ​ຊາດ ແລະ ທ້ອງ­ຖິ່ນ, ເພີ່ມ​ທະ­ວີ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ລະ­ບົບ​ການ​ພະ­ຍາ­ກອນ ແລະ ການ​ເຕືອນ​ໄພ​ລ່ວງ​ໜ້າ, ຍົກ​ລະ­ດັບ​ຂີດ​ຄວາມ​ສາ­ມາດ​ໃຫ້​ແກ່​ກົນ​ໄກ​ການ­ຈັດ­ຕັ້ງ​ປະ ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ ບັດ ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ ຖິ່ນ ໂດຍ​ສະ­ເພາະຢູ່​ຊຸມ​ຊົນ​ຂັ້ນ​ບ້ານ, ເພີ່ມ​ທະ­ວີ​ວຽກ​ງານ​ໂຄ ສະ­ນາ​ສຶກ­ສາ​ອົບ­ຮົມ ແລະ ສ້າງ​ຈິດ​ສໍາ​ນຶກ​ຊຸມ​ຊົນ​ທົ່ວ​ສັງ­ຄົມ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສ່ຽງ​ໄພ­ພິ ບັດ ແລະ ປະ­ກອບສ່ວນ​ເຂົ້າ​ໃນ​ການ​ກຽມ­ພ້ອມ​ຮັບ​ມື​ກັບ​ໄພ ພິ­ບັດ; ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ໄພ­ພິ­ບັດ ໂດຍ​ຖື​ເອົາ​ຫຼັກ­ການ​ກໍ່­ສ້າງ​ຄືນ­ໃໝ່​ໃຫ້​ດີ ກ​ວ່າ​ເກົ່າ (Build Back Better Principle) ເຂົ້າ​ໃນ​ຂະ­ບວນ​ການ​ຟື້ນ​ຟູ ແລະ ກໍສ້າງ​ຄືນ­ໃໝ່​ຫຼັງ​ໄພ​ພິ­ບັດ. ພ້ອມ​ນີ້, ກໍ່​ຈະ​ສຸມ​ໃສ່​ປະ­ຕິ­ບັດ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ປ້ອງ​ກັນ ແລະ ປົກ​ປັກ​ຮັກ­ສາ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ໂດຍ​ສະ­ເພາະ​ສຸມ​ໃສ່​ໃນ​ການ​ປົກ​ປັກ​ຮັກ­ສາ​ປ່າ­ໄມ້ ແລະ ພື້ນ​ທີ່​ສັນ​ປັນ​ນໍ້າ ຊຶ່ງ​ເປັນ​ມາດ​ຕະ­ການ​ທີ່​ມີ​ປະ­ສິດ​ທິ​ຜົນ ເພື່ອ​ຫຼຸດ­ຜ່ອນ​ໄພ­ພິ­ບັດ​ຈາກ​ທໍາ​ມະ​ຊາດ ແລະ ຜົນ​ກະ­ທົບ​ຈາກ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ປັດ­ຈຸ­ບັນ ສປປ ລາວ ຂອງ​ພວກ​ເຮົາ ກໍໄດ້​ມີ​ກົດ­ໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ຊຶ່ງ​ໄດ້​ຖືກ​ຮັບ ຮອງ ແລະ ປະ­ກາດ​ໃຊ້​ເປັນ​ທາງ​ການ ໃນ​ເດືອນສິງ­ຫາ ປີ 2019 ທີ່​ຜ່ານ​ມາ. ຈຸດ­ປະ­ສົງ​ຂອງ​ກົດ­ໝາຍ​ສະ­ບັບ​ນີ້ ໄດ້​ກໍາ​ນົດ​ຫຼັກ­ການ, ລະ­ບຽບ​ການ ແລະ ມາດ​ຕະ­ການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງ­ກ່າວ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດຢ່າງ​ມີ​ປະ­ສິດ­ທິ­ພາບ, ປະ­ສິດ​ທິ​ຜົນ ແລະ ທັນ​ສະ­ໄໝ ຮັບ­ປະ­ກັນ​ການ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ວ່ອງ­ໄວ, ຊັດ​ເຈນ ແນ­ໃສ່ ເຝົ້າ​ລະ­ວັງ, ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ທີ່​ເກີດ​ຈາກ​ໄພ­ພິ­ບັດ ຕໍ່​ສຸ­ຂະ­ພາບ, ຊີ­ວິດ, ຊັບ​ສິນ​ຂອງ​ລັດ, ລວມ​ໝູ່, ປະ­ຊາ­ຊົນ, ສິ່ງ­ແວດ­ລ້ອມ ແລະ ໂຄງ​ລ່າງ​ພື້ນ­ຖານ ພ້ອມ​ທັງ​ຟື້ນ​ຟູ, ບູ­ລະ­ນະ ແລະ ກໍ່­ສ້າງ​ຄືນ­ໃໝ່ ຫຼັງ​ໄພ­ພິ­ບັດ, ສາ­ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ ກົນ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ຕາມ​ທິດ​ສີ­ຂຽວ, ຍືນ​ຍົງ ແລະ ຄວາມ​ໝັ້ນ­ຄົງ​ຂອງ​ຊາດ; ພ້ອມ​ນີ້ ກໍໄດ້​ກໍາ​ນົດ​ແຈ້ງ​ພັນ­ທະ​ຂອງ​ພົນ­ລະ­ເມືອງ​ຕໍ່​ກັບ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ ຄື: ພົນ­ລະ­ເມືອງ​ທຸກ​ຄົນ ມີ​ພັນ­ທະ​ໃນ​ການ​ຈໍາ​ກັດ ແລະ ສະ­ກັດ​ກັ້ນ​ໄພ­ພິ­ບັດ ດ້ວຍ​ການ​ຕິດ­ຕາມ, ລາຍ​ງານ​ສະ­ພາບ​ຄວາມ​ສ່ຽງ​ໄພ­ພິ­ບັດ, ມີ​ສ່ວນ​ຮ່ວມ​ໃນ​ການກຽມ­ພ້ອມ, ຕອບ​ໂຕ້, ຫຼຸດ­ຜ່ອນ​ຄວາມ​ເສຍ​ຫາຍ, ໃຫ້­ການ​ຊ່ວຍ­ເຫຼືອ​ບັນ ເທົາ​ທຸກ ແລະ ການ​ຟື້ນ​ຟູ​ຫຼັງ​ໄພ­ພິ­ບັດ ລວມ​ທັງການປະ ກອບ­ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ຄຸ້ມ​ຄອງ​ໄພ­ພິ­ບັດ ແລະ ຊື້​ປະ­ກັນ​ໄພ​ອຸ­ປະ​ຕິ​ໄພ ແລະ ໄພ​ພິ­ບັດ. ບາງ​ມາດ​ຕະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ ທີ່​ສໍາ​ຄັນ​ຕາມ​ທີ່​ໄດ້​ກໍາ​ນົດ​ໃນ​ກົດໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ລວມ​ມີ: ມາດ​ຕະ­ການ​ປ້ອງ​ກັນ​ໄພ­ພິ­ບັດ, ຂະ­ແໜງ­ການ​ທີ່​ກ່ຽວ ຂ້ອງ ຕ້ອງ​ມີ​ມາດ​ຕະ­ການ​ປ້ອງ​ກັນ ເປັນ­ຕົ້ນການ​ສ້າງ​ລະ­ບົບ​ເຕືອນ​ໄພ​ລ່ວງ​ໜ້າ, ປ້ອງ​ກັນ​ການ​ເຊາະ​ເຈື່ອນ​ຂອງ​ດິນ, ຕ້ານ​ໄພ​ນໍ້າ​ຖ້ວມ, ໄພ​ແຫ້ງ­ແລ້ງ ເພື່ອ​ຫຼຸ​ດ ຜ່ອນ​ຜົນ​ກະ­ທົບ​ຈາກ​ໄພ​ພິ­ບັດ​ທໍາ​ມະ​ຊາດ; ບຸກ­ຄົນ, ນິ­ຕິ­ບຸກ ຄົນ ແລະ ການ­ຈັດ­ຕັ້ງ​ທີ່​ຄອບ ຄອງ, ນໍາ​ໃຊ້ ແລະ ຂົນ­ສົ່ງ​ວັດ­ຖຸ​ລະ­ເບີດ, ວັດ­ຖຸ​ໄວ​ໄຟ, ສານ​ເຄ​ມີ, ສານ​ກໍາ​ມັນ​ຕະ​ພາບ​ລັງ­ສີ, ການ​ຂຸດ​ຄົ້ນ​ຊັບ​ພະ­ຍາ​ກອນ​ທໍາ​ມະ​ຊາດ, ການ​ສ້າງ​ເຂື່ອນ ຕ້ອງ​ມີ​ວິ­ທີ​ການ ແລະ ມາດ​ຕະ­ການ​ປ້ອງ​ກັນ​ອັນ​ແນ່­ນອນ ເປັນ­ຕົ້ນ ນໍາ​ໃຊ້​ເຄື່ອງ­ມື​ທີ່​ທັນ​ສະ­ໄໝ, ຕິດ​ເຄື່ອງ­ໝາຍ, ແຈ້ງ​ເຕືອນ​ລ່ວງ​ໜ້າ, ກະ­ກຽມ​ຄວບ​ຄຸມ ແລະ ແກ້​ໄຂ​ຜົນ​ກະ­ທົບ ທີ່​ອາດ​ຈະ​ເກີດ​ຂຶ້ນ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ ທີ່​ມະ­ນຸດ​ສ້າງ​ຂຶ້ນ.

ມາດ​ຕະ­ການ​ຄວບ​ຄຸມ​ໄພ­ພິ­ບັດ, ໃນ​ກໍ­ລະ­ນີ​ໄພ​ພິ­ບັດ​ທໍາ​ມະ​ຊາດ​ເກີດ​ຂຶ້ນ ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ທີ່​ກ່ຽວ­ຂ້ອງ ປະ­ສານ​ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນບ່ອນ ເກີດ​ໄພ­ພິ­ບັດ, ຂະ­ແໜງ­ການ ແລະ ທຸກ​ພາກ­ສ່ວນ ຄົ້ນ​ຄວ້າ​ນໍາ​ໃຊ້​ວິ­ທີ​ການ ແລະ ມາດ​ຕະ­ການ​ຄວບ​ຄຸມ​ໄພ­ພິ­ບັດ ພ້ອມ​ທັງ​ປຸກ ລະ­ດົມ​ປະ­ຊາ­ຊົນ ແລະ ອົງ­ການ​ຈັດ​ຕັ້ງ ປະ­ກອບ­ສ່ວນ​ດ້ານ​ສະ ຕິ­ປັນ­ຍາ, ແຮງ​ງານ, ທຶນ­ຮອນ, ພາ­ຫະ­ນະ, ອຸ­ປະ­ກອນທີ່​ຈໍາ​ເປັນ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ດັ່ງ­ກ່າວ; ໃນ​ກໍ ລະ­ນີ​ໄພ­ພິ­ບັດ​ທີ່​ມະ­ນຸດ​ສ້າງ​ຂຶ້ນ ເປັນ­ຕົ້ນ ສານ​ເຄ​ມີ​ຮົ່ວ​ໄຫຼ, ຝຸ່ນ​ລະ­ອອງ, ກໍາ​ມັນ​ຕະ​ພາບ​ລັງ­ສີ, ດິນ​ເຊາະ​ເຈື່ອນ, ນໍ້າ​ຖ້ວມ, ນໍ້າ​ຫົ້ງ ຈາກ​ການ​ດໍາ​ເນີນ​ໂຄງ­ການ​ລົງ­ທຶນ ຫຼື ກິດ­ຈະ­ການ​ໃດ​ໜຶ່ງ ຜູ້​ພັດ­ທະ­ນາ​ໂຄງ­ການ​ລົງ­ທຶນ ຫຼື ຜູ້​ດໍາ​ເນີນ​ກິດ­ຈະ­ການ​ນັ້ນ ຕ້ອງ​ຮັບ­ຜິດ­ຊອບ​ແກ້​ໄຂ​ຕົ້ນ​ເຫດ ແລະ ຜົນ​ກະ­ທົບ ຂອງ​ເຫດ ການ​ດັ່ງ­ກ່າວ ພ້ອມ​ທັງ​ລາຍ​ງານໃຫ້​ລັດ­ຖະ­ບານ, ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ, ຂະ­ແໜງການ​ທີ່​ກ່ຽວ ຂ້ອງ ແລະ ແຈ້ງ​ໃຫ້​ມວນ​ຊົນ ຢ່າງ​ທັນ​ການ; ໃນ​ກໍ­ລະ­ນີ​ໄພ­ພິ ບັດ ຫາກ​ເກີດ​ຂຶ້ນ​ໃນ​ຫຼາຍ​ທ້ອງ ຖິ່ນ​ພ້ອມ​ກັນ ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ທີ່​ກ່ຽວ­ຂ້ອງ ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ບ່ອນ­ເກີດ​ໄພ­ພິ­ບັດ, ຂະ­ແໜງ­ການ ແລະ ທຸກ​ພາກ ສ່ວນ ຊອກ​ຫາ​ວິ­ທີ​ການ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຢ່າງ​ທັນ​ການ.

ບັນ­ດາ​ທ່ານ​ເພື່ອນ​ມິດ​ສະ­ຫາຍ ທີ່​ມີ​ກຽດ​ທັງ­ຫຼາຍ,

ຍ້ອນ​ເຫດ­ຜົນ​ບັນ­ຫາ​ຜົນ​ກະ­ທົບ​ຂອງ​ໄພ­ພິ­ບັດ ແລະ ຄວາມ​ສໍາ​ຄັນ​ໃນ​ການ​ກຽມ ພ້ອມ, ປ້ອງ​ກັນ ແລະ ຫຼຸດ­ຜ່ອນ​ຄວາມ​ເສຍ​ຫາຍ​ຈາກ​ໄພ­ພິບັດ ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຄຸ້ມ​ຄອງ​ໄພ­ພິ­ບັດ​ອາ​ຊຽນ ປີ 2004 ໄດ້​ຮ່ວມ​ກັນ​ປຶກ­ສາ​ຫາ­ລື ແລະ ເອ ກະ​ພາບ​ກໍາ​ນົດ​ເອົາ​ອາ­ທິດ​ທີ​ສອງ ຄື ວັນ​ທີ 13 ຂອງ ເດືອນ ຕຸ­ລາ ໃນ​ທຸກໆ​ປີ ເປັນ​ວັນ​ຄຸ້ມ​ຄອງ​ໄພ­ພິ­ບັດ​ອາ​ຊຽນ ຊຶ່ງ​ເປັນ​ວັນ​ດຽວ​ກັນ​ກັບ​ວັນ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ​ສາ­ກົນ ທີ່​ສະ­ມັດ­ຊາ​ໃຫຍ່ ຂອງ​ອົງ­ການ​ສະ­ຫະ​ປະ­ຊາ­ຊາດ ໄດ້​ຮັບຮອງ​ເອົາ​ໃນ​ປີ 1989. ນັບ​ແຕ່​ປີ 2005 ເປັນ­ຕົ້ນ​ມາ, ສປປ ລາວ ກໍຄື​ບັນ­ດາ​ປະ­ເທດ​ສະມາ­ຊິກ​ອາ​ຊຽນ ກໍໄດ້​ຈັດ​ບັນ­ດາ​ກິດ​ຈະ​ກໍາ​ເພື່ອ​ລະ­ນຶກ​ເຖິງ​ວັນ​ດັ່ງ ກ່າວ ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ໂຄ­ສະ­ນາ​ປູກ​ຈິດ​ສໍາ​ນຶກໃຫ້​ແກ່​ສັງ­ຄົມ, ການ­ຈັດ­ຕັ້ງ ແລະ ປະ ຊາ­ຊົນ​ບັນ­ດາ­ເຜົ່າ ໄດ້​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ ເຖິງ​ຄວາມ​ອັນ­ຕະ­ລາຍ, ຄວາມ​ສ່ຽງ ແລະ ຜົນ​ຮ້າຍ​ຂອງ​ໄພ­ພິ­ບັດ ກໍຄືຜົນ​ກະ­ທົບ ແລະ ຄວາມ​ເສຍ​ຫາຍ​ຈາກ​ໄພ­ພິ­ບັດ ລວມ​ທັງຄວາມ​ສໍາ​ຄັນ​ຂອງ​ການ​ກຽມ­ພ້ອມ, ປ້ອງ​ກັນ ແລະ ຫຼຸດ­ຜ່ອນ​ຄວາມ​ສູນ​ເສຍ​ຈາກ​ໄພ­ພິ­ບັດ, ລວມ​ທັງປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ວຽກ​ງານ​ດັ່ງ​ກ່າວ. ສໍາ​ລັບ​ປີ 2020 ນີ້, ສາ­ກົນ ໄດ້​ກໍາ​ນົດ​ເອົາ​ຄໍາ​ຂວັນ​ໃນ​ຫົວ­ຂໍ້ “ສ້າງ​ຄວາມ​ເຂັ້ມ­ແຂງ​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ­ພິ­ບັດ” “Strengthening disaster risk governance to manage disaster risk”

ສະ­ນັ້ນ, ເຜື່ອ​ຜັນ​ຂະ ຫຍາຍ​ກົດ­ໝາຍ ວ່າ​ດ້ວຍການ​ຄຸ້ມ​ຄອງ​ໄພ­ພິ­ບັດ ໃນ​ມາດ­ຕາ 68 ຊຶ່ງ​ໄດ້​ກໍາ​ນົດ​ເອົາ​ວັນ​ທີ 13 ຕຸ­ລາ ຂອງທຸກໆ​ປີ ເປັນ​ວັນ​ຄຸ້ມ​ຄອງ​ໄພ­ພິ­ບັດ​ແຫ່ງ​ຊາດ ກໍຄື ວັນ​ດຽວ​ກັນ​ກັບ ວັນ​ຄຸ້ມ​ຄອງ​ໄພ­ພິ ບັດ​ອາ​ຊຽນ ແລະ ວັນ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ​ສາ­ກົນ, ແລະ ຕິດ​ພັນ​ກັບ​ຫົວ​ຂໍ້​ຄໍາ​ຂວັນ ຂອງ​ວັນ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ​ສາ­ກົນ ຄື: “ສ້າງ​ຄວາມ​ເຂັ້ມ­ແຂງ​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ­ພິ­ບັດ”, ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ ໂດຍ​ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ຂອງ ລັດ ແລະ ຄູ່​ຮ່ວມ​ງານ​ສາ­ກົນ ໄດ້​ຈັດ​ບັນ­ດາ​ກິດ​ຈະ​ກໍາ ເພື່ອ​ລະ­ນຶກ​ເຖິງ​ວັນ​ດັ່ງ­ກ່າວ ໂດຍ​ມີ​ຈຸດ­ປະ­ສົງ ເພື່ອ​ໂຄ­ສະ­ນາ​ປູກ​ຈິດ​ສໍາ​ນຶກ​ໃຫ້​ສັງ­ຄົມ ແລະ ຊຸມ​ຊົນ ໄດ້​ມີ​ສະ­ຕິ ແລະ ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ ເປັນ­ຕົ້ນການ​ປ້ອງ​ກັນ, ຄວບ​ຄຸມ ແລະ ຟຶ້ນ​ຟູ​ຄືນ​ຫຼັງ​ໄພ​ພິ­ບັດ. ບັນ­ດາ​ກິດ​ຈະ​ກໍາ​ລວມ​ມີການ​ໂຄ­ສະ­ນາ​ອອກ​ຂ່າວ​ທາງ​ສື່​ມວນ​ຊົນ, ຕິດ​ປ້າຍ​ຄໍາ​ຂວັນ​ຕາມ​ເສັ້ນ­ທາງ ແລະ ສາຍ​ອອກ​ຈໍ​ເອວ​ຊີ​ດີ​ຢູ່​ຈຸດ​ເສັ້ນ​ທາງ​ສໍາ​ຄັນ ອື່ນໆ.

ໃນ​ໂອ­ກາດ ອັນ​ມີ​ຄວາມ​ໝາຍ​ສຳ­ຄັນ​ນີ້, ຂ້າ­ພະ­ເຈົ້າ ຂໍ​ຕາງ­ໜ້າ​ໃຫ້​ແກ່​ລັດ­ຖະ­ບານ ກໍ​ຄື ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ, ຂໍ​ສະ­ແດງ​ຄວາມ​ຂອບ​ອົກ​ຂອບ­ໃຈ​ຢ່າງ​ສູງ ຕໍ່​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ ຂອງ​ທຸກ​ພາກ­ສ່ວນ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ ໂດຍ​ສະ ເພາະ ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ທັງ​ໄລ­ຍະ​ການ​ບັນ­ເທົາ​ທຸກ​ສຸກ​ເສີນ ແລະ ການ​ຟື້ນ​ຟູ​ຄືນ​ຫຼັງ​ໄພ​ພິ­ບັດ. ພ້ອມ​ດຽວ​ກັນ​ນີ້, ກໍຂໍ​ຮຽກ­ຮ້ອງ​ມາ​ຍັງ ປະ­ຊາ­ຊົນ​ລາວ ທຸກ​ຊັ້ນ​ຄົນ, ທຸກ​ເພດ, ທຸກ​ໄວ ລວມ​ທັງ ຊາວ​ຕ່າງ​ດ້າວ ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ ຂອງ ສປປ ລາວ, ອົງ­ການ​ຈັດ​ຕັ້ງ​ລັດ​ທຸກ​ຂັ້ນ, ໂດຍ​ສະ­ເພາະ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ໃນ​ທຸກ​ຂັ້ນ ສູນ​ກາງ, ແຂວງ, ເມືອງ ແລະ ບ້ານ ຈົ່ງ​ພ້ອມ​ກັນ​ປະ­ຕິ­ບັດ ແລະ ຜັນ​ຂະ­ຫຍາຍ ກົດ­ໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ລວມ​ທັງ ຄຳ​ຂວັນຂອງ​ວັນ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ​ສາ­ກົນ ກໍຄື ວັນ​ຄຸ້ມ​ຄອງ​ໄພ­ພິ­ບັດ​ແຫ່ງ​ຊາດ ໃນ​ປີ​ນີ້ຢ່າງ​ເປັນ​ຂະ­ບວນ​ການ ແລະ ມີ​ຄວາມ​ຕື່ນ​ຕົວ​ສູງ, ພ້ອມ​ກັນ​ສ້າງ​ສັງ­ຄົມ​ລາວ​ໃຫ້​ກາຍ ເປັນ​ສັງ­ຄົມ​ທີ່​ມີ​ຄວາມ​ປອດ​ໄພ, ເຂັ້ມ­ແຂງ, ກຽມ­ພ້ອມ​ຕອບ​ໂຕ້ ແລະ ສາ­ມາດ​ຟື້ນ​ຕົວ​ໄວ ຈາກ​ຜົນ​ກະ­ທົບ​ດ້ານ​ໄພ​ພິ­ບັດ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 021336111, ແຟັກ: 021336113,ອີເມວ: pasaxonit@gmail.com, ຕູ້ ປ.ນ 1110