Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ ພາຍຫຼັງ ພາຍຸໂນອຶນ (ເລກ 5) ໄດ້ພັດເຂົ້າຫວຽດນາມ ໃນເດືອນກັນຍາ ຜ່ານມາ, ກໍໄດ້ມີພາຍຸ Linfa (ເລກ 6) ແລະ Nangka (ເລກ 7) ພັດເຂົ້າບັນດາແຂວງພາກກາງຂອງຫວຽດນາມ ເປັນຕົ້ນແມ່ນ: ແຂວງກວາງບິ່ງ, ແຂວງກວາງຈິ, ແຂວງເທື່ອທຽນເຫວ້, ແຂວງກວາງນາມ, ແຂວງດານັງ ແລະ ແຂວງ ອື່ນໆ ຕື່ມອີກ ຕິດຕໍ່ກັນ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມຢ່າງຫຼວງຫຼາຍ.
ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສົ່ງ ເຖິງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ, ພິເສດແມ່ນຄອບຄົວ ທີ່ຖືກຜົນກະທົບ ແລະ ຖືກເຄາະຮ້າຍໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໄຍ ຊີ້ນໍາຂອງລັດຖະບານ, ບັນດາຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນໃນຂົງເຂດທີ່ຖືກຜົນກະທົບໄພທໍາມະຊາດໃນຄັ້ງນີ້ຈະຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.
ໃນໂອກາດດຽວກັນນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ເຊັ່ນດຽວກັນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com