Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານຊົມເຊີຍ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 23/10/2020 08:49:06 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 2529 ຄັ້ງ

ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ​ ປະທານ​ປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໄດ້​ສົ່ງ​ສານ​ຊົມເຊີຍ​ເຖິງ ພະນະ​ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສາທາລະນະ​ລັດ ເກົາຫຼີ ທີ່ ເຊ​ອູນ ຊຶ່​ງມີ​ເນື້ອ​ໃນ​ວ່າ:
ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລະ ຫວ່າງ  ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ສາທາລະນະ​ລັດ ເກົາຫຼີ ຄົບຮອບ 25 ປີ, ໃນ​ນາມ​ປະຊາຊົນ​ລາວ​ທຸກ​ຖ້ວນ​ໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະເຈົ້າ ຂໍ​ສົ່ງ​ຄຳ​ຊົມເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ພະນະ​ທ່ານ ໂດຍ​ຜ່ານ ພະນະ​ທ່ານ ໄປ​ຍັງ ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທຸກ​ຖ້ວນ​ໜ້າ.
ຂ້າພະເຈົ້າ ມີ​ຄວາມ​ປິ​ຕິ​ຍິນດີ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດ​ໄລຍະ 25 ປີ ທີ່​ຜ່ານ​ມາ, ສປປ ລາວ ແລະ ສ ເກົາຫຼີ ໄດ້​ພ້ອມ​ກັນ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສອງ​ປະເທດ​ພວກ​ເຮົາ ເປັນຕົ້ນ​ແມ່ນ ການ​ຊ່ວຍເຫຼືອ​ເພື່ອ​ການ​ພັດທະນາ​ຂອງ ສ ເກົາຫຼີ ໃຫ້​ແກ່ ສປປ ລາວ ໃນ​ຫຼາຍ​ຂົງເຂດ ເຊັ່ນ: ໃນ​ຂະແໜງການ​ພັດທະນາ​ຊັບພະຍາກອນ​ມະນຸດ, ສາທາລະນະ​ສຸກ, ກະ​ສິ​ກໍາ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ ແລະ ອື່ນໆ. ພ້ອມ​ດຽວ​ກັນ​ນັ້ນ, ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ໃນ​ຂອບ​ຫຼາຍ​ຝ່າຍ ໃນ​ລະດັບ​ພາກ​ພື້ນ ແລະ ສາກົນ ກໍ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະເພາະ​ການ​ຮ່ວມ​ມື​ໃນ​ຂອບສະຫະ​ປະຊາຊາດ,    ອາ​ຊຽ​ນ-ສ.ເກົາຫຼີ, ແມ່​ນໍ້າ​ຂອງ​-ສ.ເກົາຫຼີ ແລະ ອື່ນໆ.
ເຖິງ​ແມ່ນ​ວ່າ ສະພາບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ໄດ້​ເຮັດ​ໃຫ້ການ​ໄປມາຫາສູ່ ລະຫວ່າງ ສອງ​ປະເທດ ສປປ ລາວ ແລະ ສ ເກົາຫຼີ ມີ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ຂ້າພະເຈົ້າ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ປະເທດ​ພວກ​ເຮົາ​ຈະ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ໃກ້ຊິດ ລະຫວ່າງ ສອງ​ປະເທດ​ພວກ​ເຮົາ ເພື່ອ​ນໍາ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ ມາສູ່​ປະຊາຊົນ​ສອງ​ຊາດ ກໍ​ຄື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ແລະ ສາ​ກົນ.
ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ຂ້າພະເຈົ້າ ຂໍ​ອວຍພອນ​ມາ​ຍັງພະນະ​ທ່ານ ຈົ່ງ​ມີ​ພະລາ​ນາ​ໄມ​ສົມບູນ, ປະສົບ​ຜົນສຳເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ພາລະກິດ​ພັດທະນາ ແລະ ນໍາ​ພາ​ປະເທດ​ຊາດ​ໃຫ້​ຈະເລີນ​ກ້າວໜ້າ ແລະ ຮຸ່ງເຮືອງ​ສີວິໄລ​ຍິ່ງໆ​ຂຶ້ນ. 
ໃນ​ໂອກາດ​ດຽວ​ກັນ, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແລະ ພະນະ​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແຫ່ງ ສປປ​ລາວ ກໍ​ໄດ້​ສົ່ງ​ສານ​ຊົມເຊີຍ​ເຖິງ ຄູ່​ຮ່ວມ​ຕຳແໜ່ງ​ແຫ່ງ ສ ເກົາຫຼີ ເຊັ່ນ​ດຽວ​ກັນ.
 

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com