Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ບັນດາການນຳພັກ-ລັດທີ່ນັບຖືຮັກແພງ,ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ
ການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນໃນທົ່ວໂລກ ເລີ່ມແຕ່ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫຼືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈຂອງຂະບວນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໄດ້ໃນປີ 2030 ພາຍໃຕ້ການນຳຂອງ ທ່ານ ແອນໂຕນີໂອ ກູເຕີເຣສ (Antonio Guterres) ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ .
ການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ ສຳລັບປີນີ້ ໄດ້ດຳເນີນໄປໃນທ່າມກາງການແຜ່ລະບາດຂອງພະຍາດ COVID-19 ທີ່ຍັງຢູ່ໃນທ່າອ່ຽງເພີ່ມຂຶ້ນຢ່າງຮ້າຍແຮງ. ຢູ່ຫຼາຍປະເທດ ການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ກາຍເປັນປັດໄຈໜຶ່ງທີ່ພາໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເນື່ອງຈາກການແຜ່ລະບາດຂອງພະຍາດ ໄດ້ພາໃຫ້ເກີດການຂາດແຄນອາຫານ, ບໍ່ມີວຽກເຮັດງານທຳ, ບໍ່ມີຄວາມໝັ້ນຄົງທາງດ້ານເສດຖະກິດ, ມີການປິດໂຮງຮຽນ, ກະແສການເຄື່ອນຍ້າຍແຮງງານ ແລະ ໄພຂົ່ມຂູ່ຄວາມບໍ່ສະຫງົບຕໍ່ພົນລະເມືອງ ເຮັດໃຫ້ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຮູບແບບຕ່າງໆ ເພີ່ມຂຶ້ນ ໂດຍສະເພາະຄວາມຮຸນແຮງທາງຮ່າງກາຍ ແລະ ຈິດໃຈ ທີ່ມີຄວາມສ່ຽງສູງເຮັດໃຫ້ເດັກຍິງ ຖືກລ່ວງລະເມີດທາງເພດ ແລະ ການແຕ່ງງານໃນໄວເດັກເພີ່ມຂຶ້ນ;
ພີ່ນ້ອງຮ່ວມຊາດ ທີ່ຮັກ ແພງທັງຫຼາຍ
ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີ 2020 ຢູ່ ສປປ ລາວ ແມ່ນດຳເນີນໄປໃນທ່າມກາງບັນຍາກາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະເປັນປີສະຫຼຸບມ້ວນທ້າຍ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຍັງຢູ່ໃນໄລຍະການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ. ການລະນຶກວັນດັ່ງກ່າວນີ້ແມ່ນເພື່ອປຸກລະດົມໃຫ້ທຸກຮຸ່ນຄົນໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລ່ວງລະເມີດສິດທິມະນຸດຂັ້ນພື້ນຖານຂອງແມ່ຍິງ ເພື່ອທຸກຄົນຈະໄດ້ພ້ອມກັນສົ່ງເສີມ ແລະ ປະຕິບັດສິດສະເໝີພາບຍິງ-ຊາຍ, ເຮັດໃຫ້ທຸກຄົນໃນທົ່ວສັງຄົມໄດ້ຮ່ວມກັນຮ່ຳຮຽນ, ດຳລົງຊີວິດ ແລະ ເຄື່ອນໄຫວຢ່າງມີກຽດສັກສີ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສັງຄົມລາວໃຫ້ເປັນສັງຄົມທີ່ປອດໄພ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ຕະຫຼອດໄລຍະ 1 ປີຜ່ານ ມາ ເຖິງແມ່ນພວກເຮົາປະເຊີນກັບສະພາບການ ແລະ ຄວາມຫຍຸ້ງຍາກຫຼາຍປະການ ລວມທັງບັນຫາໂຄວິດ 19 ພວກເຮົາຍັງສາມາດປະຕິບັດວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສຳເລັດຫຼາຍດ້ານ ເຊັ່ນ ປະຕິບັດພັນທະຕໍ່ສົນທິສັນຍາສາກົນທີ່ ສປປ ລາວ ພາຄີ ດ້ວຍການເຊື່ອມສານເອົາເນື້ອໃນຂອງສົນທິສັນຍາ ເຂົ້າໃນນິຕິກຳ ຂອງ ສ ປປ ລາວ, ປະກາດໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ສຳເລັດບົດລາຍງານແຫ່ງຊາດປະຈຳ ໄລຍະທີ 8 ແລະ 9, ສະຫຼຸບ 5 ປີການຈັດຕັ້ງປະຕິບັດ 3 ແຜນດຳເນີນງານແຫ່ງຊາດ ທີ່ກ່ຽວພັນກັບວຽກງານຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ ແລະ ເດັກ ແລະ ວຽກງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ໄລຍະ 2016-2020, ສ້າງຂະບວນການປູກຈິດສຳນຶກໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຖິງແມ່ນວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ ສປປ ລາວ ໃນປີຜ່ານມາ ຈະມີຜົນສຳເລັດຫຼາຍດ້ານກໍຕາມ, ແຕ່ພວກເຮົາກໍຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນ ຮີດຄອງປະເພນີ ແລະ ແນວຄິດຄອງເດີມ ທີ່ຫຼ້າຫຼັງ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຄອບຄົວ ຍັງເປັນອຸປະສັກໃຫ້ແກ່ການປັບປ່ຽນທັດສະນະຄະຕິຂອງສັງຄົມ ທີ່ບາງຄັ້ງຍັງເຫັນວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນເລື່ອງທຳມະດາ, ການແຕ່ງດອງກ່ອນໄວອັນຄວນ, ການປະລະການຮຽນຂອງເດັກຍິງ ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ນອກຈາກນັ້ນ, ຈຳນວນບຸກຄະລາກອນ ທີ່ເປັນຊ່ຽວຊານໃນວຽກງານດັ່ງກ່າວຍັງມີຈຳກັດ.
ພີ່ນ້ອງຮ່ວມຊາດທີ່ຮັກ ແພງທັງຫຼາຍ
ໃນໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍມາຍັງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈ ມາຍັງປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ.
ຂໍຮຽກຮ້ອງມາຍັງບັນດາການຈັດຕັ້ງ ແລະ ທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບກວດກາຄືນອຸປະສັກ ແລະ ສິ່ງທ້າທາຍ ແລະ ຊອກຫາວິທີການແກ້ໄຂໃນຕໍ່ໜ້າ. ພ້ອມທັງເອົາໃສ່ປະກອບສ່ວນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະ ແມ່ນແຜນງານທີ່ຕິດພັນກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຄ່ຽງຄູ່ກັນນັ້ນ, ກໍສືບຕໍ່ໂຄສະນາ ເຜີຍແຜ່ ແລະ ຊຸກຍູ້ການປະຕິບັດນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ປັບປຸງຂອດການປະສານງານ ແລະ ການບໍລິການຊ່ວຍເຫຼືອທີ່ຈຳເປັນ ແລະ ມີຄຸນນະພາບແກ່ແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໂດຍສະເພາະແມ່ຍິງ ທີ່ຢູ່ເຂດຫ່າງໄກສອກຫຼີກ ພ້ອມນີ້ກໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມເປັນເຈົ້າການໃນການປ້ອງກັນ ແລະ ແກ້ໄຂເພື່ອບໍ່ໃຫ້ເກີດຄວາມຮຸນແຮງ ໂດຍເລີ່ມຈາກການປັບປ່ຽນທັດສະນະຄະຕິ ບໍ່ໃຫ້ມີການຈຳແນກຄວາມສະເໝີພາບຍິງ-ຊາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງເໝາະສົມ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການປະກອບສ່ວນ ຂອງທຸກພາກສ່ວນໃນທົ່ວສັງຄົມ ຈະເຮັດໃຫ້ພວກເຮົາປະສົບຜົນສຳເລັດ, ແມ່ຍິງ ແລະ ເດັກຍິງ ກໍຄືຄອບຄົວ ຊຸມຊົນ, ສັງຄົມມີສະພາບແວດລ້ອມທີ່ປອດໄພ ໄດ້ຮັບຄວາມຮັກ ຄວາມອົບອຸ່ນ ຄວາມຢູ່ດີກິນດີ ແລະ ມີຊີວິດທີ່ສົດໃສຕະຫຼອດໄປ.
ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີນີ້ ພາຍໃຕ້ຄຳຂວັນ: ການສະໜັບສະໜູນທຶນ, ການຊ່ວຍເຫຼືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ແລະ ເດັກຍິງ ຈົ່ງປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com