Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຖານທູດລາວ ປະຈຳມາເລເຊຍ ໄດ້ອອກໜັງສືຊີ້ແຈງຕໍ່ກໍລະນີບາງບຸກຄົນ, ບາງກຸ່ມຄົນ ໄດ້ລົງຂ່າວໃນສື່ສັງຄົມອອນລາຍ ແລະ ແຊຂໍ້ມູນ, ຮູບພາບ ກ່ຽວກັບແຮງງານລາວ ທີ່ເຮັດວຽກໃນເຮືອປະມົງ ຢູ່ປະເທດມາເລເຊຍ ແລະ ໄດ້ໄປຂໍຄວາມຊ່ວຍເຫຼືອຈາກສະ ຖານທູດລາວ ປະຈໍາມາເລເຊຍ ເພື່ອເດີນທາງກັບປະເທດ ດ້ວຍການເຊົ່າຍົນເໝົາລຳ, ແຕ່ຖືກ ບໍລິສັດນາຍໜ້າ ຮ່ວມກັບສະຖານທູດຫຼອກລວງເອົາເງິນ ແລະ ບໍ່ສາມາດເດີນທາງ ກັບປະເທດໄດ້.
ຕໍ່ກັບການກ່າວຫາດັ່ງ ກ່າວ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ກົວລາລໍາເປີ ຂໍຖືເປັນກຽດອະທິບາຍ ແລະ ຊີ້ແຈງຕາມຄວາມເປັນຈິງດັ່ງລຸ່ມນີ້:
ໃນວັນທີ 9 ພະຈິກ 2020, ບໍລິສັດບໍລິການທ່ອງທ່ຽວ V Travel ໄດ້ມາພົບກັບສະຖານທູດ ແລະ ແຈ້ງຄວາມປະສົງຂອງຕົນໃນການຈັດຍົນເຊົ່າເໝົາລໍາ ເພື່ອສົ່ງແຮງງານລາວກັບຄືນປະເທດ, ພາຍຫຼັງໄດ້ມີການປະຊຸມ, ປຶກສາຫາລືກັນ ແລະ ຮັບຊາບບັນຫາທີ່ທາງບໍລິສັດໄດ້ນໍາສະເໜີ, ໃນວັນທີ 12 ພະຈິກ 2020 ບໍລິສັດໄດ້ເຮັດ ໜັງສືເປັນທາງການມາຍັງສະຖານທູດ ເພື່ອຂໍອະນຸມັດ ຈັດຍົນເຊົ່າເໝົາລໍາໃຫ້ແກ່ແຮງງານລາວ ທີ່ເຮັດວຽກຢູ່ ເຮືອປະມົງ ຂອງມາເລເຊຍ ປະມານ 530 ຄົນ.
ໃນວັນທີ 14 ພະຈິກ 2020, ສະຖານທູດ ໄດ້ເຮັດບົດລາຍງານຫາກະຊວງການຕ່າງປະ ເທດກ່ຽວກັບບັນຫາດັ່ງກ່າວ ແລະ ລາຍງານສະພາບບັນຫາຄວາມຫຍຸ້ງຍາກຂອງແຮງງານ ລາວ ໂດຍສະເພາະແມ່ນຄວາມ ຫຍຸ້ງຍາກດ້ານທີ່ພັກອາໄສ ແລະ ການກິນ ເພາະທາງບໍລິສັດປະມົງໄດ້ຢຸດຈ້າງບວກໃສ່ ສະພາບການລະບາດຂອງພະ ຍາດໂຄວິດ-19 ຢູ່ມາເລເຊຍ. ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ຄະນະສະເພາະກິດຂັ້ນສູນກາງ ພິຈາລະນາອະນຸຍາດໃຫ້ ຍົນເຊົ່າເໝົາລໍາບິນເຂົ້າລາວ ຕາມການສະເໜີ ໂດຍສະເໜີ ໃນອາທິດທີ 1 ຫຼື 2 ຂອງເດືອນທັນວາ 2020, ອີງຕາມສະພາບຄວາມພ້ອມຂອງລັດຖະບານ ທາງດ້ານສະຖານທີ່ພັກເຊົາທີ່ໃຊ້ເປັນບ່ອນກັກໂຕ 14 ວັນ ແລະ ອື່ນໆ. ວັນທີ 24 ພະຈິກ 2020 ກົມກົງສູນ ກະຊວງການ ຕ່າງປະເທດໄດ້ເຮັດໜັງສືແຈ້ງໃຫ້ສະຖານທູດຊາບກ່ຽວກັບການເຫັນດີຂອງຄະນະນໍາກະຊວງໃນການອະນຸຍາດ ໃຫ້ ແຮງງານລາວ ກັບຄືນປະເທດ, ພ້ອມທັງໃຫ້ສະຖານທູດກໍານົດມື້ທີ່ຈະເດີນທາງເຂົ້າປະເທດ ແລະ ໃຫ້ເອົາລາຍຊື່ຂອງຜູ້ ໂດຍ ສານນັ້ນ ນໍາສະເໜີກົມກົງສູນ ກະຊວງການຕ່າງປະເທດ ພ້ອມ ນີ້ ໃຫ້ຊຸກຍູ້ທາງບໍລິສັດການ ບິນສະເໜີຂໍອະນຸຍາດຖ້ຽວບິນເຂົ້າປະເທດນໍາຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກົມການບິນພົນລະເຮືອນຕາມຂັ້ນຕອນ.
ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີໄດ້ມີແຈ້ງການ, ສະບັບເລກທີ 1291/ຫສນຍ, ລົງວັນທີ 26 ພະຈິກ 2020 ໂດຍໃຫ້ຢຸດຕິຊົ່ວຄາວການອະ ນຸຍາດໃຫ້ຍົນເຊົ່າເໝົາລໍາບິນເຂົ້າ ປະເທດ ຍ້ອນມີຄົນຕິດເຊື້ອໂຄວິດ-19 ຈາກຕ່າງປະເທດເຂົ້າມາ ສປປ ລາວ. ເຖິງຢ່າງໃດກໍຕາມ, ສະຖານທູດໄດ້ສືບຕໍ່ຄວາມພະຍາຍາມຊ່ວຍເຫຼືອແຮງງານດັ່ງກ່າວ ໂດຍໄດ້ເຮັດບົດລາຍງານ ສະບັບທີສອງໃນ ວັນທີ 1 ທັນວາ 2020 ເຖິງກະ ຊວງການຕ່າງປະເທດ ແລະ ໄດ້ສະໜອງຂໍ້ມູນກ່ຽວກັບແຮງງານໃຫ້ລະອຽດ ແລະ ເລິກເຊິ່ງຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ຄະນະ ສະເພາະກິດ ຂັ້ນສູນກາງ ໄດ້ພິຈາລະນາອະນຸຍາດໃຫ້ຍົນເຊົ່າເໝົາລໍາດັ່ງກ່າວ ນໍາສົ່ງແຮງງານລາວກັບຄືນປະເທດເປັນກໍລະນີພິເສດ ໂດຍໄດ້ສະເໜີມື້ເດີນທາງເຂົ້າລາວ ຖ້ຽວທີ 1, ໃນວັນທີ 12 ທັນວາ 2020 ແລະ ຖ້ຽວທີ 2 ໃນວັນທີ 17 ທັນວາ 2020 ເພື່ອໃຫ້ສາມາດນໍາເອົາ ແຮງງານລາວທັງໝົດກັບຄືນປະເທດດ້ວຍຄວາມປອດໄພ.
ປັດຈຸບັນ ບັນຫາດັ່ງກ່າວຢູ່ ໃນຂັ້ນຕອນພິຈາລະນາຂອງຄະນະສະເພາະກິດຂັ້ນສູນກາງ ຊຶ່ງສະຖານທູດກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ໃນຄວາມ ເປັນຈິງ, ຜ່ານມາສະຖານທູດ ໄດ້ເຮັດວຽກດ້ວຍຄວາມຕັ້ງໃຈ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ດໍາເນີນການເອງທຸກຢ່າງ ໃນການຈັດຍົນເຊົ່າເໝົາ ລໍາ ເພື່ອແກ້ໄຂໃຫ້ບັນຫາພີ່ນ້ອງ ຄົນລາວທີ່ຕົກຄ້າງຢູ່ມາເລເຊຍ, ຈໍານວນ 400-500 ຄົນ ໃຫ້ໄດ້ເດີນທາງກັບບ້ານດ້ວຍຄວາມປອດໄພ, ພະນັກງານທຸກຄົນໄດ້ໃຫ້ການຊ່ວຍເຫຼືອ ໃນການສົ່ງພວກກ່ຽວຢູ່ສະຫນາມບິນ, ປະສານຂໍການຊ່ວຍເຫຼືອນໍາທາງຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ແກ້ໄຂໃຫ້ຄົນລາວ ທີ່ເອກະສານບໍ່ຄົບຖ້ວນ ໃຫ້ໄດ້ກັບຄືນບ້ານເກີດດ້ວຍຄວາມສະຫວັດດີພາບທຸກຄົນ.
ສະຖານທູດບໍ່ໄດ້ມີສ່ວນຮ່ວມທາງດ້ານຜົນປະໂຫຍດຫຍັງໝົດກັບບໍລິສັດດັ່ງທີ່ມີ ການກ່າວອ້າງໂຈມຕີຂອງຄົນເຫຼົ່ານັ້ນ, ກົງກັນຂ້າມໃນຄວາມເປັນຈິງສະຖານທູດໄດ້ໃຫ້ຄຳ ປຶກສານຳບໍລິສັດ ເພື່ອໃຫ້ກໍາໜົດລາຄາປີ້ຍົນໃນລາຄາຖືກ ແລະ ເໝາະສົມ ເພື່ອບໍ່ໃຫ້ມີລາຄາສູງ ເມື່ອທຽບໃສ່ລາຄາປີ້ຍົນທີ່ບໍລິສັດເອກະຊົນຈັດຍົນເຊົ່າເໝົາລໍາ, ສ່ວນການຄິດໄລ່ຄ່າບໍລິການອື່ນໆເຊັ່ນ: ການກະກຽມເອກະສານຕ່າງໆ, ການກະກຽມລົດເດີນທາງແຕ່ ບ່ອນຢູ່ ຫາ ສະໜາມບິນ ແມ່ນບໍລິສັດເປັນຝ່າຍກໍານົດ ແລະ ຕົກລົງເອງກັບທາງຜູ້ຕາງໜ້າຂອງຜູ້ອອກແຮງງານ ແລະ ກໍໄດ້ຮັບຊາບວ່າ: ໂດຍພື້ນຖານດ້ານລາຄານັ້ນ ບໍລິສັດ ແລະ ຜູ້ຕາງໜ້າອອກແຮງງານ, ທັງສອງຝ່າຍໄດ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ໃນດ້ານຕ່າງໆທີ່ນອກເໜືອຈາກລາຄາປີ້ຍົນ ຊຶ່ງເປັນການຕົກລົງກັນລະຫວ່າງຜູ້ໂດຍສານ ແລະ ບໍລິສັດທີ່ຈະຈັດຍົນເຊົ່າເໝົາລໍາໃນຄັ້ງນີ້. ຖ້ຽວບິນດັ່ງກ່າວນີ້ ແມ່ນຈະມີພຽງແຕ່ຜູ້ໂດຍສານຂາເຂົ້າລາວ ທີ່ເປັນແຮງງານລາວ ຈາກກົວລາລໍາເປີ-ນະ ຄອນຫຼວງວຽງຈັນ ເທົ່ານັ້ນ ແລະ ຈະບໍ່ມີຜູ້ໂດຍສານ ຂາອອກ ນະຄອນຫຼວງວຽງຈັນ-ກົວລາລໍາເປີ.
ປັດຈຸບັນສະຖານທູດລາວ ປະຈຳມາເລເຊຍກໍໄດ້ມີໂອ ກາດໂອ້ລົມກັບຜູ້ຕາງໜ້າຜູ້ອອກແຮງງານລາວເຮົາຢູ່ມາເລເຊຍ (ຜ່ານທາງໂທລະສັບ) ເພື່ອແຈ້ງໃຫ້ເຂົາເຈົ້າຊາບເຖິງສະພາບຄວາມຫຍຸ້ງຍາກຕົວຈິງ ທີ່ພົວພັນກັບການປະຕິບັດມາດ ຕະການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ດໍາເນີນການພາຍໃນປະເທດ ແລະ ໄດ້ແນະນໍາເຂົາເຈົ້າໃຫ້ແຈ້ງຂໍ້ມູນອັນຖືກຕ້ອງຈາກສະ ຖານທູດແກ່ທຸກຄົນໄດ້ຮັບຊາບ ແລະ ເຂົ້າໃຈໃຫ້ທຸກຄົນມີຄວາມ ອົດທົນ, ທຸ່ນທ່ຽງ ແລະ ບໍ່ໃຫ້ເຊື່ອຄໍາກ່າວຫາທີ່ບໍ່ແມ່ນຄວາມຈິງຂອງບຸກຄົນທີ່ບໍ່ຫວັງດີ, ໄດ້ແນະນໍາໃຫ້ຕິດຕາມ ແລະ ປະສານຫາສະຖານທູດໂດຍກົງ ຖ້າຫາກວ່າມີບັນຫາໃດບໍ່ເຂົ້າໃຈ.
(ຂ່າວ: ສະຖານທູດລາວ ປະຈຳມາເລເຊຍ)
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com