Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສປປ ລາວ ຈະເປັນເຈົ້າ ພາບກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດ ນາມ (CLMV) ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ພະ ນະທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະ ຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອາ ນາຈັກກຳປູເຈຍ ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວຈະຈັດຂຶ້ນໃນວັນທີ 9 ທັນວານີ້ ໃນຮູບແບບກອງປະຊຸມທາງໄກ.
ກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມສຸດຍອດ CLV ຄັ້ງທີ 11 ຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະ ນາ CLV ຮອດປີ 2030, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບເຂດສາມຫຼ່ຽມພັດທະນາ CLV. ພ້ອມນີ້, ຈະໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ແຜນພັດທະນາອຸດສາຫະກໍາຢາງພາລາ ແບບຍືນຍົງໃນເຂດສາມຫຼ່ຽມພັດທະ ນາ CLV ແລະ ແຜນພັດທະນາການທ່ອງທ່ຽວ ສໍາລັບເຂດສາມ ຫຼ່ຽມພັດທະນາ CLV. ສຳລັບກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຈະດໍາເນີນໄປ ພາຍໃຕ້ຄໍາຂວັນ “ຍົກສູງປະສິດທິພາບ ການເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ” ແລະ ຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ຖະ ແຫຼງການຮ່ວມຂອງກອງປະ ຊຸມສຸດຍອດ CLMV ຄັ້ງທີ 9 ຜ່ານມາ ລວມທັງການຈັດຕັ້ງປະຕິບັດ ແຜນປະຕິບັດງານ CLMV (2019-2020) ແລະ ຈະໄດ້ຮັບຮອງເອົາ ຖະແຫຼງ ການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10, ຂອບວຽກເພື່ອການພັດທະນາປະເທດ CLMV ແລະ ບັນດາໂຄງການບຸລິມະສິດ, ສ່ວນກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະດໍາເນີນໄປ ພາຍໃຕ້ຄຳຂວັນ “ຄູ່ຮ່ວມມືເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ”, ຊຶ່ງຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ຈະໄດ້ຮັບຮອງເອົາ ຖະແຫຼງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ, ກົນໄກການປະຕິບັດວຽກງານຂອງ ຄະນະກໍາມະການປະສານງານ ແລະ ບັນດາໂຄງການບຸລິມະສິດ ACMECS.
ຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999 ໂດຍປະກອບມີປະເທດສະມາ ຊິກ 3 ປະເທດ ຄື: ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ, ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 13 ແຂວງທີ່ມີຊາຍແດນຕິດຈອດກັນ ແລະ ໃກ້ຄຽງກັນ ລະຫວ່າງ 3 ປະເທດ. ສໍາລັບຂອບການຮ່ວມມື CLMV ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ແລະ ປະກອບມີປະເທດສະມາຊິກ 4 ປະເທດຄື: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອສົ່ງເສີມການເຊື່ອມໂຍງພາກພື້ນ ກໍຄືການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາເສດຖະ ກິດ-ສັງຄົມ ລະຫວ່າງ ສະມາຊິກອາຊຽນໃໝ່ ແລະ ສະມາຊິກອາຊຽນເກົ່າ ໃຫ້ນັບມື້ນັບຍັບເຂົ້າໃກ້ກັນ ແລະ ເຊື່ອມໂຍງກັນ ແນໃສ່ການຮ່ວມມືໃນ 8 ຂະແໜງການບຸລິມະສິດ ຄື: ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ອຸດສາ ຫະກຳ, ພະລັງງານ, ໂທລະຄົມ ມະນາຄົມ ແລະ ການສື່ສານ, ການທ່ອງທ່ຽວ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຂອບການຮ່ວມມື ACMECS ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍປະກອບມີປະເທດສະມາຊິກ 5 ປະເທດ ຄື: ກຳປູເຈຍ, ມຽນມາ, ສປປ ລາວ, ໄທ ແລະ ຫວຽດນາມ, ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ ບົນພື້ນຖານ 3 ເສົາຄໍ້າ ຄື: (1) ການເຊື່ອມຈອດທີ່ໂລ່ງລ່ຽນ, (2) ຄວາມກົມກຽວທາງດ້ານເສດຖະກິດ ແລະ (3) ການພັດທະນາທີ່ທັນສະໄໝ ແລະ ຍືນຍົງ ແລະ ກວມເອົາ 10 ຂົງເຂດບຸລິມະສິດ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການລົງທຶນ, ການເງິນ-ທະນາຄານ, ການພັດທະນາຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ກະສິກຳ, ທ່ອງທ່ຽວ ແລະ ສາທາລະນະສຸກ.
(ຂ່າວ: ກົມເສດຖະກິດ ກະຊວງການຕ່າງປະເທດ)
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com