Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງບາງກອກ, ເນື້ອໃນສານລະບຸວ່າ:
ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ໂດຍຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.
ຕະຫຼອດໄລຍະເວລາ 7 ທົດສະວັດ ແຫ່ງການສ້າງຕັ້ງສາຍພັວພັນການທູດຢ່າງເປັນທາງການຮ່ວມກັນ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງໃນແຕ່ລະດ້ານເປັນກ້າວໆຕະຫຼອດມາ, ເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ກົນໄກຮ່ວມມືຕ່າງໆ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີການເຄື່ອນໄຫວຢ່າງມີປະສິດທິຜົນ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ຊຶ່ງທັງໝົດນັ້ນ ໄດ້ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການເພີ່ມພູນຄູນສ້າງສາຍພົວພັນ ລາວ-ໄທ. ຂ້າພະເຈົ້າ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ - ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານສາທາລະນະສຸກ, ກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການພັດທະນາເສັ້ນທາງຄົມມະນາຄົມທາງບົກຂ້າມແມ່ນໍ້າຂອງ ເພື່ອເຊື່ອມຈອດກັບອະນຸພາກພື້ນ. ພິເສດ, ສອງປະເທດພວກເຮົາ ມີຂົວຂ້າມແມ່ນໍ້າເຖິງ 4 ແຫ່ງ ແລະ ພວມສ້າງອີກຈໍານວນໜຶ່ງ ເພື່ອເຊື່ອມຈອດ ລະຫວ່າງ ສອງປະເທດພວກເຮົາແຕ່ເໜືອຕະຫຼອດໃຕ້, ສິ່ງດັ່ງກ່າວ ໄດ້ກາຍເປັນປັດໄຈອັນສໍາຄັນໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດ ຂອງສອງປະເທດພວກເຮົາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍຄືຂອງພາກພື້ນຢ່າງແທ້ຈິງ. ພິເສດ, ສອງປະເທດພວກເຮົາ ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງໃກ້ຊິດໃນການຮັບມືກັບໄພພິບັດທາງທໍາມະຊາດ ກໍຄືໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມມືກັນຢ່າງໃກ້ຊິດຂອງສອງຝ່າຍ ພາຍໃຕ້ກົນໄກການຮ່ວມມື ລາວ-ໄທ, ໄທ-ລາວ ທີ່ມີຢູ່, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດນີ້, ຂ້າພະເຈົ້າ ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງປະເທດພວກເຮົາ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ.
ໂອກາດດັ່ງກ່າວນີ້ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ດອນ ປະຣະມັດວິໄນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com