Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ບຸກຄົນທີ່ເຂົ້າມາ ສປປ ລາວ ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ຈົນຄົບ 14 ວັນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 24/12/2020 08:56:34 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 5080 ຄັ້ງ

ຄະນະ​ສະເພາະ​ກິດ ອອກ​ມາດ​ຕະການ​ໃໝ່ ບຸກຄົນ​ທີ່​ເດີນທາງ​ເຂົ້າ​ມາ​ໃນ ສປປ ລາວ ຈະ​ຕ້ອງ​ໃສ່​ອຸປະກອນ​ຕິດຕາມ​ທາງ​ການ​ແພດ​ເພື່ອ​ໃຫ້​ສາມາດ​ຕິດຕາມ​ການ​ເຄືີ່ອນ​ໄຫວ​ຂອງ​ບຸກຄົນ​ດັ່ງກ່າວ​ໄດ້​ໃນ​ຂອບ​ເຂດ 14 ວັນ.

ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາ ລະນະ​ສຸກ ໄດ້​ຕາງໜ້າ​ໃຫ້​ຄະນະ​ສະເພາະ​ກິດ​ ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 22 ທັນວາຜ່ານ​ມາ ທີ່​ກະຊວງ​ສາທາລະນະ​ສຸກ​ວ່າ: ເນື່ອງ​ຈາກ​ສະພາບ​ການ​ລະບາດ​ຂອງ​ພະຍາດ COVID-19 ຍັງ​ບໍ່​ມີ​ທ່າ​ອ່ຽງ​ຫຼຸດ​ລົງ ແລະ ບາງ​ປະເທດ​ມີ​ການ​ລະບາດ​ຮອບ​ໃໝ່ ຍິ່ງ​ໄປ​ກວ່າ​ນັ້ນ ມີ​ການ​ກາຍພັນເປັນ​ພັນ​ທີ່​ຮ້າຍ​ແຮງ​ຂຶ້ນ​ກວ່າ​ເກົ່າ, ການ​ແຜ່​ເຊື້ອ ຈະ​ມີ​ຄວາມ​ໄວ​ຂຶ້ນ ແລະ ສະຫຼັບ​ສັບ​ຊ້ອນ ກວ່າ​ສາຍ​ພັນ​ເດີມ, ການ​ກວດ​ເຫັນ​ຜູ້​ຕິດເຊື້ອ​ປັດຈຸບັນ​ນີ້ ສ່ວນ​ຫຼາຍ ບໍ່​ມີ​ອາການ ຊຶ່ງ​ເຮັດ​ໃຫ້ການ​ປ້ອງ​ກັນ, ຄວບ​ຄຸມ ຍິ່ງ​ເພີ່ມ​ຄວາມ​ຫຍຸ້ງຍາກ​ສັບສົນ ຂຶ້ນ​ຕື່ມ.

ສະນັ້ນ ລັດຖະບານ ຈຶ່ງ​ຮຽກຮ້ອງ​ໃຫ້​ພົນລະເມືອງ​ລາວ ແລະ ຜູ້​ທີ່​ດຳລົງ​ຊີວິດ ຢູ່ ສປປ ລາວ ຕ້ອງ​ເພີ່ມ​ສະຕິ​ລະວັງ​ຕົວ ໃຫ້​ສູງ​ກວ່າ​ເກົ່າ ແລະ ສູງ​ກວ່າ ທີ່​ເປັນ​ຢູ່​ໃນ​ປັດຈຸບັນ ຊຶ່ງ​ມາດ​ຕະການ​ສຳລັບໄລຍະ​ແຕ່​ວັນ​ທີ 23 ທັນວາ 2020 ຫາ ວັນ​ທີ 31 ມັງກອນ 2021 ມີ​ດັ່ງນີ້:

1. ໃຫ້​ສືບຕໍ່​ໂຈະ​ການ​ອະນຸມັດ​ຖ້ຽວ​ບິນ​ເໝົາ​ລຳ​ຈາກ​ປະເທດ ຫຼື ຂົງເຂດ ທີ່​ມີ​ການ​ລະບາດ ຂອງ​ພະຍາດ COVID-19 ຢູ່​ພາຍ​ໃນ, ຍົກເວັ້ນ ຖ້ຽວ​ບິນ​ເພື່ອ​ມະນຸດ​ສະ​ທໍາ ທີ່​ມີ​ຄວາມ​ຈໍາ​ເປັນ ແຕ່​ຕ້ອງ​ໄດ້​ມີ​ການ​ຄົ້ນຄວ້າ​ລະອຽດ​ຮັດກຸມ ແລະ ກວດກາ​ຢ່າງ​ເຄັ່ງ​ຄັດ ເປັນ​ແຕ່​ລະ​ກໍ​ລະ​ນີ.

ພ້ອມ​ກັນ​ນີ້, ກໍ​ໃຫ້​ກວດກາ​ຜູ້ໂດຍສານ​ຖ້ຽວ​ບິນ ເໝົາ​ລຳ​ຈາກ​ປະເທດ​ບໍ່​ມີ​ການ​ລະບາດ​ຂອງ ພະຍາດ COVID-19 ຢູ່​ພາຍ​ໃນ ທີ່​ໄດ້​ຮັບ​ອະນຸຍາດ, ເດັດຂາດ​ບໍ່​ໃຫ້​ມີ​ຜູ້ໂດຍສານ​ຜ່ານ​ຈາກ​ປະເທດ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ COVID-19 ຢູ່​ພາຍ​ໃນ​ມາ​ນໍາ​ຖ້ຽວ​ບິນ​ເໝົາ​ລໍາ​ດັ່ງ​ກ່າວ.

2. ສືບຕໍ່​ໂຈະ​ການ​ອອກ​ວີ​ຊາ​ທ່ອງ​ທ່ຽວ ແລະ ຢ້ຽມຢາມ ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ. ສໍາ​ລັບ​ນັກ​ການ​ທູດ, ພະນັກງານ​ອົງການ​ຈັດ​ຕັ້ງ​ສາກົນ, ຊ່ຽວຊານ, ນັກ​ລົງທຶນ ທີ່​ມີ​ຄວາມ​ຈໍາ​ເປັນ ແລະ ຮີບ​ດ່ວນ ສາມາດ​ເຂົ້າ​ມາ​ປະຕິບັດ​ວຽກ​ງານ ຢູ່​ສະຖານທູດ, ບັນດາ​ກິດຈະການ ແລະ ໂຄງການ​ຕ່າງໆໄດ້ ແຕ່​ຕ້ອງ​ໄດ້​ຮັບ​ອະ ນຸຍາດ​ຈາກ​ຄະນະ​ສະເພາະ​ກິດ ແລະ ປະຕິບັດ​ຕາມມາດ​ຕະການປ້ອງ​ກັນຢ່າງ​ເຂັ້ມ​ງວດ ເປັນຕົ້ນ ຕ້ອງ​ມີ​ໃບຢັ້ງຢືນ​ການ​ກວດ​ເຊື້ອ COVID-19 ດ້ວຍ​ເຄື່ອງ PCR 72 ຊົ່ວໂມງ​ກ່ອນ​ເດີນທາງ ໂດຍ​ມອບ​ໃຫ້​ສາຍ​ການບິນ​ເປັນຜູ້​ກວດກາ​ຕົວ​ຈິງ ແລະ ເມື່ອ​ມາ​ຮອດ ສປປ ລາວ ແລ້ວ ຕ້ອງ​ໄດ້​ກວດ​ເຊື້ອ​ພະຍາດ COVID-19 ດ້ວຍ​ເຄື່ອງ PCR ແລະ ກັກ​ກັນ​ຕົວ ຢູ່​ສູນ ຫຼື ໂຮງແຮມ ທີ່​ລັດຖະບານ​ກຳນົດໃຫ້​ຄົບ 14 ວັນ.

3. ສືບຕໍ່​ປິດ​ດ່ານ​ປະເພນີ ແລະ ດ່ານ​ທ້ອງຖິ່ນ ສຳລັບ​ການ​ເຂົ້າ​-​ອອກ​ຂອງ​ບຸກຄົນ​ທົ່ວ​ໄປ ແລະ ການ​ຂົນສົ່ງ​ສິນ​ຄ້າ. ຍົກເວັ້ນ​ບາງ​ດ່ານ​ປະເພນີ ຫຼື ດ່ານ​ທ້ອງຖິ່ນ ທີ່​ໄດ້​ຮັບ​ອະນຸຍາດ ຈາກ​ລັດຖະບານໃຫ້​ ລົດ​ຂົນສົ່ງ​ສິນຄ້າ ເຂົ້າ​-​ອອກ​ໄດ້, ແຕ່​ຕ້ອງ​ໄດ້​ຮັບ​ການ​ສີດ​ຢາ​ຂ້າ​ເຊື້ອ​ພະຍາດຕາມ​ເຕັກນິກ​ຂອງ​ຂະແໜງການ​ກ່ຽວຂ້ອງ​ກຳ​ນົດ.

4. ສືບຕໍ່​ປິດ​ດ່ານ​ສາກົນ​ສຳລັບ​ການ​ເຂົ້າ​-​ອອກ ຂອງ​ບຸກຄົນ​ທົ່ວ​ໄປ, ຍົກເວັ້ນພົນ ລະເມືອງ​ລາວ ແລະ ຊາວ​ຕ່າງ ປະເທດ ທີ່​ມີ​ຄວາມ​ຈຳເປັນ​ຮີບ​ດ່ວນ ໃນ​ການ​ເດີນທາງ​ເຂົ້າ​-​ອອກ ສປປ ລາວ ທີ່​ໄດ້​ຮັບ​ອະ ນຸຍາດ​ຈາກ​ຄະນະ​ສະເພາະ​ກິດ. ສໍາ​ລັບ​ການ​ຂົນສົ່ງ​ສິນຄ້າ ຜ່ານ​ດ່ານ​ສາກົນ ແມ່ນ​ສາມາດ​ເຂົ້າ​-​ອອກ​ໄດ້ຄື​ດັ່ງ​ໄດ້​ປະຕິບັດ​ຜ່ານ​ມາ​ ໃນ​ເງື່ອນໄຂ​ປ້ອງ​ກັນ​ການ​ແຜ່​ເຊື້ອ.

5. ບໍ່​ອະນຸຍາດ​ໃຫ້​ຈັດ​ງານ​ຄອນເສີດ ແລະ ງານ​ລາຕີ​ສະ​ໂມ​ສອນ. ສ່ວນ​ງານ​ສະຫຼອງ​ປີ​ໃໝ່​ສາກົນ​ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ສະຫຼອງ​ຢູ່​ກັບ​ເຮືອນ ພາຍ​ໃນ​ຄອບຄົວ​ຂອງ​ໃຜ​ລາວ.

ການ​ສູດ​ມົນ​ຂ້າມ​ປີ ຫາກ​ຈະ​ຈັດ ໃຫ້​ຈັດ​ແບບ​ກະທັດ​ຮັດ ແລະ ຕ້ອງ​ປະຕິບັດ​ຕາມ​ມາດ​ຕະການ​ປ້ອງ​ກັນການ​ແຜ່​ລະບາດ​ຂອງ​ພະຍາດ COVID- 19 ທີ່​ຄະນະ​ສະເພາະ​ກິດ​ວາງ​ອອກ ຢ່າງ ເຂັ້ມ​ງວດ. ສໍາ​ລັບ​ງານ​ດອງ ກໍ​ໃຫ້​ຈັດ​ແບບ​ກະທັດ​ຮັດ ແລະ ປະຢັດ​ມັດທະຍັດ ຕາມ​ຮີດຄອງ​ປະ ເພນີ​ອັນ​ດີງາມ​ຂອງ​ລາວ​ເຮົາ ແລະ ປະຕິບັດ​ຕາມ​ມາດ​ຕະການ​ປ້ອງ​ກັນ ການ​ແຜ່​ລະບາດ ຂອງ​ພະຍາດ COVID- 19 ທີ່​ຄະນະ​ສະເພາະ​ກິດ​ວາງ​ອອກ.

6. ສືບຕໍ່​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍແຜ່ ໃຫ້​ທຸກ​ຄົນ​ໃຫ້​ສັງຄົມ ເຂົ້າໃຈ​ວ່າ ເຖິງ​ແມ່ນ​ວ່າ ປະເທດ​ເຮົາ ບໍ່​ມີ​ການ​ລະບາດ ຂອງ​ພະຍາດ COVID-19 ຢູ່​ພາຍ​ໃນກໍ​ຕາມ ແຕ່​ຢູ່​ບາງ​ປະເທດໃກ້​ຄຽງ ແລະ ຫຼາຍ​ປະເທດໃນ​ໂລກ ຍັງ​ມີ​ການ​ລະບາດ​ຮຸນ​ແຮງ, ຍ້ອນ​ແນວ​ນັ້ນ ໃຫ້​ພົນລະເມືອງ​ລາວ ແລະ ທຸກ​ຄົນ​ທີ່​ອາໄສ​ຢູ່ ສປປ ລາວ ຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ ໃນ​ການຈັດຕັ້ງ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂການ​ແຜ່​ລະບາດ​ຂອງ​ພະຍາດ COVID-19 ຢ່າງ​ເປັນ​ເຈົ້າ​ການ​ຮ່ວມ​ກັນ.

7. ສະເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ທ້ອງຖິ່ນ​ກ່ຽວຂ້ອງ ເພີ່ມ​ທະວີ​ການ​ຕິດ ຕາມ​ກວດກາ ການ​ເຂົ້າ​-​ອອກ ຢູ່​ດ່ານ, ລາດ​ຕະ​ເວນ ຕາມ​ຊາຍ​ແດນ ເພື່ອ​ຮັບປະກັນບໍ່​ໃຫ້​ມີ​ການ​ເຂົ້າ​-​ອອກ​ແບບ​ຊະຊາຍ ຫຼື ມີ​ການ​ລັກລອບ​ເຂົ້າ​-​ອອກ ບໍ່​ຜ່ານ​ດ່ານ​ຊາຍ​ແດນ ເພື່ອ​ຮັບປະກັນບໍ່​ໃຫ້​ມີ​ຄວາມ​ສ່ຽງ​ໃນ​ການນໍາ​ເຊື້ອ​ພະຍາດ​ເຂົ້າ​ມາ​ແຜ່​ລະບາດ​ໃນ​ຊຸມ​ຊົນ.

8. ສະເໜີ​ໃຫ້​ອົງການ​ປົກຄອງ​ແຕ່​ລະ​ຂັ້ນ ສືບຕໍ່​ເພີ່ມ​ທະວີ​ບົດບາດ​ການ​ຄຸ້ມ​ຄອງ, ການ​ຕິດຕາມ, ກວດກາ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂການ​ແຜ່​ລະບາດ​ຂອງ​ພະຍາດ COVID-19 ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ ແລະ ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຂອງ​ຕົນ​ຊາບຢ່າງ​ເປັນ​ປົກກະຕິ ແລະ ທັນ​ເວ​ລາ.

9. ບຸກຄົນ​ທີ່​ເດີນທາງ​ເຂົ້າ​ມາ​ໃນ ສປປ ລາວ ຈະ​ຕ້ອງ​ໃສ່​ອຸປະກອນ​ຕິດຕາມ​ທາງ​ການ​ແພດ ເພື່ອ​ໃຫ້​ສາມາດ​ຕິດຕາມ​ການ​ເຄືີ່ອນ​ໄຫວ​ຂອງ​ບຸກຄົນ​ດັ່ງກ່າວ​ໄດ້ ໃນ​ຂອບ​ເຂດ 14 ວັນ. ຄະນະ​ສະເພາະ​ກິດ ຈະ​ຄົ້ນຄວ້າ​ລະບຽບ​ການ ແລະ ຄິດໄລ່​ຄ່າ​ໃຊ້​ຈ່າຍ​ໃນ​ການ​ນຳ​ໃຊ້​ອຸປະກອນ ຕິດຕາມ​ດັ່ງກ່າວ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ.

10. ປັບປຸງ ແລະ ຟື້ນ​ຟູ​ຄືນ​ບັນດາ​ສະຖານທີ່​ຈຳກັດ​ບໍລິເວນ ຢູ່​ສູນ​ກາງ ແລະ ຢູ່​ແຕ່​ລະ​ທ້ອງ ຖິ່ນທີ່​ມີ​ແລ້ວ, ພ້ອມ​ກັນ​ນັ້ນ ກໍ​ໃຫ້​ເພີ່ມ​ສະຖານທີ່​ໃໝ່​ຕື່ມ ເພື່ອ​ເປັນ​ບ່ອນ​ຈໍາ​ກັດ​ບໍລິເວນ ແລະ ປິ່ນປົວ​ຜູ້​ຕິດເຊື້ອ ໃນ​ກໍລະນີ​ທີ່​ມີ​ຜູ້​ເດີນທາງ​ເຂົ້າ​ມາຈາກ ຕ່າງປະເທດ​ເປັນ​ຈໍາ​ນວນ​ຫຼາຍ ໂດຍ​ສະເພາະ​ແຮງ​ງານ​ລາວ ທີ່​ຕົກ​ຄ້າງ​ຢູ່​ຕ່າງ​ປະ​ເທດ.

11. ໃຫ້​ບັນດາ​ຂະແໜງ ການ​ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ​ເພີ່ມ​ທະວີ ການ​ຕິດຕາມ ກວດກາ​ສະຖານ ທີ່​ຈຳກັດ​ບໍລິເວນ ທີ່​ຕິດ​ພັນ​ກັບ​ການ​ປະຕິບັດ​ມາດ​ຕະການ ທີ່​ຄະນະ​ສະເພາະ​ກິດ​ວາງ​ອອກ ຢ່າງ​ເຂັ້ມ​ງວດ.

ພ້ອມ​ນີ້, ຕ້ອງ​ກໍາ​ນົດ​ມາດ​ຕະການ​ຕໍ່​ຜູ້​ທີ່​ລະເມີດ ຂໍ້​ຫ້າມ​ຕ່າງໆ ຂອງ​ຄະນະ​ສະເພາະ​ກິດ ແຕ່​ລະ ຂັ້ນ ຢ່າງ​ເຄັ່ງ​ຄັດ.

12. ໃຫ້​ຄົ້ນຄວ້າ ແລະ ກຳນົດ​ໃຫ້​ລະອຽດ ເງື່ອນໄຂ​ໃນ​ການ​ຊື້​ປະກັນ​ໄພ COVID-19 ສຳລັບ​ຄົນ​ຕ່າງປະເທດ​ທີ່​ຈະ​ເດີນທາງ​ເຂົ້າ​ມາ ສປປ ລາວ.

13. ໃຫ້​ຄະນະ​ສະເພາະ​ກິດ ສືບຕໍ່​ປະສານ​ກັບ​ປະເທດ​ເພື່ອນ​ມິດ ແລະ ອົງການ​ຈັດ​ຕັ້ງ​ສາກົນ ຕິດຕາມ​ການ​ຄົ້ນຄວ້າ​ວັກ​ຊິນ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ ທີ່​ປັດຈຸບັນຍັງ​ຢູ່​ໃນ​ໄລຍະ​ທົດ​ລອງ ເພື່ອ​ໃຫ້​ໄດ້​ມາ​ນຳ​ໃຊ້​ໃນ​ປະເທດ​ເຮົາ, ຄາດ​ຄະເນ​ໃຫ້​ໄດ້​ນໍາ​ໃຊ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຄະນະ​ສະເພາະ​ກິດ ຕ້ອງ​ໄດ້​ສ້າງ​ແຜນການ​ຈັດ​ຫາ ແລະ ນຳ​ໃຊ້​ຢາ​ວັກ​ຊິນ​ດັ່ງກ່າວ ມາ​ບໍລິການ​ໃຫ້​ປະຊາຊົນ ຢ່າງ​ທົ່ວ​ເຖິງ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com