Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກແຮງງານເກົາຫຼີ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 07/01/2021 08:54:27 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 3740 ຄັ້ງ

ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ໄດ້​ສົ່ງ​ສານອວຍ​ພອນ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ VIII ຂອງ​ພັກ​ແຮງ​ງານ​ເກົາ​ຫຼີ ທີ່ນະ​ຄອນຫຼວງ​ພຽງ​ຢາງ ຊຶ່ງ​ ມີ​ເນື້ອ​ໃນ​ວ່າ:

ເນື່ອງ​ໃນ​ໂອກາດ​ເປີດກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ VIII ຂອງພັກ​ແຮງ​ງານ​ເກົາຫຼີ, ໃນ​ນາມຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ສະມາຊິກ​ພັກ ແລະ ປະຊາຊົນ​ລາວ ບັນດາເຜົ່າ​ໃນ​ທົ່ວ​ປະເທດ, ພວກ​ຂ້າພະເຈົ້າ ຂໍ​ສົ່ງ​ຄຳ​ຊົມເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະເສີດ ຖານ​ສະຫາຍ​ອ້າຍ​ນ້ອງ ມາ​ຍັງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ, ບັນດາ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່ ແລະ ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່ ໄປ​ຍັງສະມາຊິກ​ພັກ​ແຮງ​ງານ​ເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ VIII ຂອງພັກ​ແຮງ​ງານ​ເກົາຫຼີ ແມ່ນ​ເຫດການ​ການເມືອງ​ທີ່​ມີ​ຄວາມໝາຍ​ທາງ​ປະຫວັດສາດໃນ​ການເຄື່ອນໄຫວ​ຂອງພັກແຮງງານ ​ເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍ​ນ້ອງ ຊຶ່ງ​ກອງ​ປະຊຸມ​ຈະ​ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ແລະ ກໍາ​ນົດ​ແນວທາງ​ຂອງ​ພັກ ໃນຕໍ່ໜ້າ ເພື່ອ​ສືບຕໍ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ສັງຄົມ​ນິຍົມ​ທີ່​ຮັ່ງມີ​ເຂັ້ມແຂງ, ຈະເລີນ​ຮຸ່ງເຮືອງ ຕາມ​ແນວ​ຄິດ​ຈຸ​ເຊ, ແນວທາງ​ຊົງ​ກຸນ ແລະ ບັນລຸ​ຜົນສຳເລັດ​ໃນ​ການ​ທ້ອນໂຮມ​ປະເທດ​ຊາດ ໂດຍ​ສັນຕິ​ວິ​ທີ.

ພວກ​ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ທິດ​ຊີ້​ນຳ​ອັນ​ຖືກຕ້ອງ ແລະ ເດັດດ່ຽວ​ໜຽວ​ແໜ້ນ ຂອງ​ພັກ​ແຮງ​ງານ​ເກົາຫຼີ ທີ່​ມີ ປະທານ ກິ​ມ​ອິນ​ຊຸງ ແລະ ປະທານ ກິ​ມ​ເຈິ​ງ​ອິນ ເປັນ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ເມື່ອ​ກ່ອນ ແລະ ສະຫາຍ ກິ​ມ​ເຈິ​ງ​ອຸນ ທີ່​ເປັນ​ຜູ້​ສືບ​ທອດ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ໃນ​ປັດຈຸບັນ​ນັ້ນ, ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍ​ນ້ອງ ຈະ​ສາມາດ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ພັກ​ແຮງ​ງານ​ເກົາຫຼີ ຢ່າງ​ມີ​ຜົນ​ສໍາ​ເລັດ​ອັນ​ຈົບງາມ ແລະ ນໍາ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ ສປປ ເກົາຫຼີ ອ້າຍ​ນ້ອງ ທຸກ​ຖ້ວນ​ໜ້າ.

ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ພວກ​ຂ້າພະເຈົ້າ ຂໍ​ສະແດງ​ຄວາມ​ຊົມເຊີຍ ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ທີ່ ພັກ​ແຮງ​ງານ​ເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍ​ນ້ອງ ຍາດ​ມາ​ໄດ້​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ ແລະ ຂໍ​ອວຍພອນ​ໃຫ້ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ VIII ຂອງ ພັກ​ແຮງ​ງານ​ເກົາຫຼີ ຈົ່ງ​ປະສົບ​ຜົນ​ສໍາ​ເລັດ​ຢ່າງ​ສະ ຫງ່າ​ງາມ.

ຂໍ​ອວຍພອນ​ໃຫ້ ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນເຊື້ອ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ສປປ ລາວ​ - ສປປ ເກົາຫຼີ ຈົ່ງ​ສືບຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ນຳ​ເອົາ​ຜົນ​ປະໂຫຍ​ດ​ຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ ກໍຄືເພື່ອ​ພາລະກິດ​ສັນຕິພາບ, ມິດຕະ ພາບ ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາໃນ​ພາກ​ພື້ນ ແລະ ໃນ​ໂລກ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com