Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດທີ່ ພັກປະຊາຊົນ ປະຕິວັດລາວ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI, ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສົ່ງສານອວຍພອນ ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນດັ່ງນີ້:
ຄະນະກຳມະການສູນກາງພັກກອມມູນິດຈີນ ຖືເປັນກຽດຕາງໜ້າໃຫ້ແກ່ ພັກກອມມູນິດຈີນ ແລະ ປະຊາຊົນຈີນ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ແລະ ຂໍສົ່ງຄຳອວຍພອນອັນຈິງໃຈ ມາເຖິງສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປວງຊົນລາວທຸກຖ້ວນໜ້າ ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ ໄດ້ຖືສໍາຄັນຕໍ່ວຽກງານການກໍ່ສ້າງພັກ, ເອົາໃຈໃສ່ເພີ່ມທະວີ ແລະ ສ້າງຄວາມໜັກແໜ້ນໃຫ້ແກ່ການນໍາພາຂອງພັກ, ເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ນໍາພາທົ່ວພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ ຊຸກຍູ້ພາລະກິດແຫ່ງການກໍ່ສ້າງລະບອບສັງຄົມນິຍົມ ແລະ ການປ່ຽນແປງໃໝ່, ພ້ອມທັງຍາດໄດ້ຜົນສໍາເລັດອັນສໍາຄັນເປັນຈໍານວນຫຼວງຫຼາຍ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍໃຕ້ການປະເຊີນໜ້າກັບການເກີດ ແລະ ແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື ພະຍາດໂຄວິດ-19 ແບບກະທັນຫັນ, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ສະແດງບົດບາດເປັນແກນນໍາໃນການນໍາພາ, ຊຸກຍູ້ການສະກັດກັ້ນ-ຄວບຄຸມການລະບາດຂອງພະຍາດ ໄປຄວບຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ການເມືອງມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມຄັ້ງສໍາຄັນ ທີ່ເປີດຂຶ້ນໃນທ່າມກາງທີ່ພາລະກິດຂອງພັກ ແລະ ສປປ ລາວ ໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່ ຊຶ່ງແນ່ນອນຈະເປັນການປະກອບສ່ວນຢ່າງເລິກເຊິ່ງ ແລະ ຍາວນານ ໃຫ້ແກ່ການຊຸກຍູ້ພາລະກິດການກໍ່ສ້າງສັງຄົມນິຍົມຂອງລາວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງສູນກາງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ກໍານົດທິດທາງທີ່ສໍາຄັນ ແລະ ເປັນກໍາລັງຊຸກດັນເພື່ອຄວາມກ້າວໜ້າ ຂອງ ການພັດທະນາ ພາລະກິດກ້າວຂຶ້ນສັງຄົມນິຍົມ ຢູ່ ສປປ ລາວ.
ພັກ ແລະ ລັດຖະບານຈີນ ຖືສໍາຄັນໃນລະດັບສູງຕໍ່ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ ແລະ ຍິນດີຮ່ວມກັບຝ່າຍລາວ ຈັດຕັ້ງຜັນຂະຫຍາຍຄວາມຮັບຮູ້ອັນສໍາຄັນ ລະຫວ່າງການນໍາສູງສຸດ ຂອງ ສອງພັກ, ສອງລັດ ຈີນ-ລາວ ຕາມຈິດໃຈແຫ່ງການເປັນ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ “ໝັ້ນຄົງ ຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ແລະ ຮ່ວມມືຮອບດ້ານ” ລະຫວ່າງ ຈີນ-ລາວ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍ ແລະ ການສ້າງຄູ່ຮ່ວມຊາຕາກຳ ສືບຕໍ່ກ້າວຂຶ້ນສູ່ລະດັບສູງອັນໃໝ່ເລື້ອຍໆ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍຂຶ້ນ, ພ້ອມທັງ ປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com