Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ຂໍຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຢ່າງສຸດອົກສຸດ ໃຈ ແລະ ໂດຍຜ່ານກອງປະຊຸມໃຫຍ່ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນຖານສະຫາຍ ໄປຍັງສະມາຊິກພັກ ປປ ລາວ ທຸກຖ້ວນໜ້າ.
ຕະຫຼອດໄລຍະ 5 ປີ ຜ່ານມາ, ພັກປະຊາຊົນ ປະຕິ ວັດລາວ ໄດ້ຈັດຕັ້ງນຳພາສະມາຊິກພັກ ແລະ ປະຊາ ຊົນໃນທົ່ວປະເທດ ຢ່າງສະຫຼາດສ່ອງໃສ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ບັນລຸຜົນສຳເລັດອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຈະເປັນໂອກາດແຫ່ງການສ້າງເຫດການສຳຄັນອັນໃໝ່ ໃນການຕໍ່ສູ້ຂອງພັກ ເພື່ອບັນລຸຄວາມຈະເລີນວັດທະນາຖາວອນຂອງປະເທດຊາດ ແລະ ຍົກສູງບົດບາດການນຳພາຂອງພັກ ຍິ່ງໆຂຶ້ນ.
ໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາສູ່ລະດັບສູງ. ພາຍໃຕ້ການເອົາໃຈໃສ່ອັນເລິກເຊິ່ງຂອງ ບັນດາຜູ້ນຳສູງສຸດຂອງສອງປະເທດ ການຕໍ່ສູ້ຮ່ວມກັນ ເພື່ອຜົນສຳເລັດຂອງພາລະກິດສັງຄົມນິຍົມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ຂໍອວຍພອນໄຊອັນປະເສີດໃຫ້ ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫຼວງ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com