Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ເລ ຮວ່າຍ ຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍ ເຖິງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເມື່ອວັນທີ 5 ເມສາຜ່ານມາ ຊຶ່ງມີເນື້ອໃນດັ່ງນີ້: ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງ ສະຫາຍ ທີ່ໄດ້ຮັບເລືອກເປັນ ກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ ໄດ້ຮັບຄວາມໄວ້ວາງໃຈຈາກ ກົມການເມືອງສູນກາງພັກແຕ່ງຕັ້ງເປັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ກັບຄວາມອາດສາມາດ, ຄວາມເຊື່ອໝັ້ນ ແລະ ການປະກອບສ່ວນຂອງ ສະຫາຍ ໃນຕະຫຼອດໄລຍະຜ່ານມາ.
ດ້ວຍມູນເຊື້ອການຮ່ວມມື ລະຫວ່າງ ສອງຄະນະພົວພັນຕ່າງປະເທດຂອງທັງສອງພັກ, ຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ສະຫາຍ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຈະພ້ອມກັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ປະສານສົມທົບນໍາກັນຢ່າງແໜ້ນແຟ້ນໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ຢ່າງມີໄຊ; ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ຍິ່ງມີການພັດທະນາເຂົ້າສູ່ລວງເລິກ, ແທດກັບສະພາບການຕົວຈິງ ແລະ ມີປະສິດທິຜົນໃນແຕ່ລະຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດບຸນປີໃໝ່ລາວ, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ແລະ ຄະນະນໍາ ພ້ອມດ້ວຍພະນັກງານ, ລັດຖະກອນຂອງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ຈະເລີນຮຸ່ງເຮືອງ ແລະ ເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ. ຂ້າພະເຈົ້າ ຍາມໃດກໍຍັງມີຄວາມຊົງຈໍາທີ່ດີຕໍ່ກັບການເຮັດວຽກ ແລະ ພົບປະຮ່ວມກັບ ສະຫາຍ.
ອວຍພອນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ, ໝັ້ນຄົງຂະໜ1ົງແກ່ນຊົ່ວກາລະນານ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com