Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ຖະແຫຼງການຮ່ວມ ລາວ - ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 30/06/2021 09:08:03 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 962 ຄັ້ງ

1. ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງສະຫາຍ    ຫ​ງວຽນ​ ຝູ​  ຈ້ອງ  ເລຂາທິການ​ໃຫຍ່  ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ  ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ  ສະຫາຍ    ຫ​ງວຽນ​ຊວັນ​ຟຸກ  ປະທານ​ປະເທດ​ ແຫ່ງ​ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ; ສະຫາຍ ທອງ​ລຸນ  ສີ​ສຸ​ລິດ   ເລຂາທິການ​ໃຫຍ່​  ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ​ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ນໍາ​ພາຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສປປ ລາວ ຢ້ຽມຢາມ​ສັນ ຖະວະໄມຕີ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 28 ເຖິງ 29 ມິຖຸນາ 2021.
ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາ ທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ພົບ​ປະ ​ເຈລະຈາ​ກັບ ສະຫາຍ​ ຫ​ງວຽນ ຝູ ຈ້ອງ ເລຂາທິການ​ໃຫຍ່; ສະຫາຍ  ຫ​ງວຽນ ຊວັນ ຟຸກ ​ປະທານ​ປະເທດ; ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີ, ສະຫາຍ​ ເວືອງ ດິ່ງ ເຫ​ວະ ປະທານ​ສະພາ​ແຫ່ງ​ຊາດ; ພ້ອມ​ນັ້ນ, ກໍໄດ້​ຢ້ຽມຢາມ ແລະ ໂອ້​ລົມ​ກັບ​ພະນັກງານ,  ນັກ​ສຶກສາ​ຂອງສະ​ຖາ​ບັນ​ການເມືອງ​ແຫ່ງ​ຊາດ​ໂຮ່​ຈິມິນ; ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂາໍ່​ນັບ​ຂອງຄະ​ນະ​ກໍາ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ,  ສະມາຄົມ​ມິດຕະພາບ ຫວຽດນາມ​-​ລາວ,  ຄະນະ​ປະສານ​ງານ​ອະດີດ​ທະຫານ​ອາສາ​ສະໝັກ  ແລະ  ຊ່ຽວຊານ​ຫວຽດນາມຢູ່ລາວ; ວາງ​ ພວງມາລາ ທີ່​ອະ​ນຸ​ສາ​ວະລີ​ນັກຮົບ​ນິລະນາມ  ແລະ  ສຸສານ ປະທານ ​ໂຮ່​ຈິ​ມິນ.
2. ໃນ​ທ່າມກາງ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດ ຕະພາບ​ອັນ​ດູດດື່ມ, ຄວາມ​ສາມັກຄີ​ພິເສດ  ແລະ  ການ​ເຊື່ອ​ໝັ້ນ​ຊຶ່ງ​ກັນ ແລະ ກັນ​ນັ້ນ, ສອງ​ຝ່າຍ ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະເທດ; ໄດ້​ແລກປ່ຽນ ແລະ ເປັນ​ເອກະ​ພາບ​ກັນ ກ່ຽວ​ກັບ​ບັນດາ​ແຜນ​ນະໂຍ​ບາຍ, ມາດ​ຕະການ​ ເພື່ອ​ສືບ​ຕໍ່​ນຳ​ເອົາ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ​-​ຫວຽດນາມ ໃຫ້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ກວ້າງ ແລະ ລວງ​ເລິກ, ມີ​ປະສິດ​ທິ​ຜົນ  ແລະ  ແທດເໝາະ​ກັບ​ສະພາບ​ຕົວ​ຈິງໃນ ​ແຕ່​ລະ​ຂົງເຂດ, ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດມະ ຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ, ຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ ທະສາດ​ການ​ຮ່ວມ​ມື 10 ປີ 
ລະຫວ່າງລາວ ແລະ ຫວຽດນາມ ຢ່າງ​ມີ​ໄຊ; ພ້ອມ​ດຽວ​ກັນ​ນັ້ນຍັງ​ໄດ້​ແລກ​ປ່ຽນ​ຄໍາ​ຄິດ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ແລະ ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ.
3. ສະຫາຍ ຫ​ງວຽນ​ຝູ​ຈ້ອງ ເລຂາທິການ​ໃຫຍ່ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ການ​ນໍາ ພັກ​-​ລັດ ຫວຽດນາມ ແລະ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ບັນດາ​ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ທີ່​ແຕ່​ລະ​ພັກ, ແຕ່​ ລະ​ປະເທດ ຍາດ​ມາໄດ້ໃນພາ ລະກິດ​ການ​ປ່ຽນແປງ​ໃໝ່; ສະ ແດງ​ຄວາມ​ເຊື່ອ​ໝັ້ນຢ່າງໜັກ ​ແໜ້ນ​ວ່າ ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ແລະ ພັກ​ກອມ​ມູ​ນິດ ຫວຽດນາມ, ພາລະກິດ​ການ​ປ່ຽນແປງ​ໃໝ່, ການ​ປົກ​ປັກ​ຮັກ ສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຂອງລາວ ແລະ ຫວຽດນາມ ຈະ​ສືບຕໍ່​ຍາດ​ໄດ້​ບັນດາ​ຜົນ​ສໍາ​ເລັດ​ທີ່​ໃຫຍ່​ຫຼວງ​ກວ່າ​ເກົ່າ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ແລະ  ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ຢ່າງ​ມີ​ໄຊ, ສ້າງສາ​ປະເທດ​ລາວ ແລະ ຫວຽດນາມ ໃຫ້​ນັບ​ມື້​ມັ່ງ​ຄັ່ງ​ເຂັ້ມແຂງ, ຍົກ​ສູງ​ບົດບາດ, ອິດ​ທິ​ພົນ​ຂອງ​ແຕ່​ລະ​ປະເທດ​ຢູ່​ພາກ​ພື້ນ ແລະ ສາກົນ ຢ່າງ​ບໍ່​ຢຸດ​ຢັ້ງ, ກ້າວ​ຂຶ້ນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມຢ່າງ​ໜັກແໜ້ນ.
4. ສອງ​ຝ່າຍ ຢືນຢັນວ່າ ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ​-​ຫວຽດນາມ ແມ່ນ​ຊັບ​ສົມ ບັດ​ລວມ​ອັນ​ລໍ້າ​ຄ່າ​ຂອງ​ສອງ​ຊາດ, ເປັນ​ປັດ​ໄຈ​ຮັບປະກັນ​ການ​ຄົງ​ຕົວ ແລະ ຂະຫຍາຍຕົວ​ຂອງ​ສອງ​ປະ​ເທດ. ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ມີຄວາມຮັບຜິດຊອບຮ່ວມ ​ກັນຖະ​ໜຸ​ຖະໜອມ ແລະ ເພີ່ມ​ ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະ ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບ ດ້ານ ລາວ​-​ຫວຽດນາມ ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ຂະ ຫຍາ​ຍ​ຕົວ​ເຂົ້າ​ສູ່​ລວງ​ກວ້າງ ແລະ ລວງ​ເລິກ​ໃນ​ທຸກ​ຂົງເຂດ​ວຽກ​ງານ ບົນ​ພື້ນຖານ​ການ​ເສີມ​ຂະຫຍາຍ​ຈິດໃຈຄວາມ​ເປັນ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື​ຢ່າງ​ສະເໝີພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ, ໃຫ້​ບຸລິ​ມະ​ສິດ​ພິເສດ, ສະໜັບສະໜູນ ແລະ ສ້າງ​ເງື່ອນ​ໄຂ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ກັນ ເພື່ອ ​ພ້ອມ​ກັນ​ພັດທະນາ, ເພື່ອຄວາມສົມ ບູນ​ພູນ​ສຸກ​ຂອງ​ແຕ່​ລະ​ປະເທດ, ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດທະ ນາ​ຢູ່ອາຊີ​ຕາເວັນອອກສ່ຽງໃຕ້ ແລະ ໃນ​ໂລກ. ສອງ​ຝ່າຍເນັ້ນ ​ໜັກ ຢຶດໝັ້ນ​ເປົ້າໝາຍ​ເອກະ ລາດ​ແຫ່ງ​ຊາດ ແລະ ສັງຄົມ​ນິ ຍົມ;  ສືບຕໍ່​ຄຽງ​ບ່າ​ຄຽງ​ໄຫຼ່,  ສະ ໜັບສະໜູນ​ຊຶ່ງ​ກັນ ແລະ ກັນ​ໃນ​ພາລະກິດ​ການ​ສ້າງສາ  ແລະ ພັດທະນາ​ຢູ່​ແຕ່​ລະ​ປະ​ເທດ.
 ສອງ​ຝ່າຍ ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ສະ ໜັບສະໜູນ ແລະ ການ​ຊ່ວຍ ເຫຼືອ​ອັນ​ໃຫຍ່​ຫຼວງ, ລໍ້າ​ຄ່າ, ໝົດ​ຈິດ​ໝົດ​ໃຈ​ທີ່​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ໄດ້​ມີ​ໃຫ້​ແກ່​ກັນ ແລະ ກັນ ຕະຫຼອດ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນໂຮມ​ປະເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໃນ​ພາລະກິດ​ແຫ່ງ​ການ​ປ່ຽນແປງ​ໃໝ່, ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ປັດ​ຈຸ​ບັນ.
5. ສອງ​ຝ່າຍ ເປັນ​ເອກະ​ພາບ​ກັນ​ສືບຕໍ່​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການເມືອງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິຜົນ​ ຫຼາຍ​ກວ່າ​ເກົ່າ; ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ບັນດາບັນຫາ​ຍຸດທະສາດທີ່ພົວພັນເຖິງຄວາມ​ ສະຫງົບ ແລະ ການພັດທະນາ​ຢູ່​ແຕ່​ລະ​ປະເທດ, ສືບຕໍ່​ຍົກ​ສູງ​ປະສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂັ້ນ, ທຸກ​ຂະແໜງການ ແລະ ທ້ອງຖິ່ນ​ຂອງ​ສອງ​ປະເທດ; ສືບຕໍ່​ຮັກສາ​ບັນດາ​ການ​ພົບ​ປະ, ຢ້ຽມຢາມ ລະຫວ່າງ​ການ​ນໍາ​ຂັ້ນ ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ດ້ວຍ​ຫຼາຍ​ຮູບ​ການ; ເປັນ​ເຈົ້າ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການເມືອງ, ບໍາ​ລຸງ​ກໍ່ສ້າງ​ພະນັກງານ​ການ​ນໍາ-​ຄຸ້ມ​ຄອງ​ແຕ່​ລະ​ຂັ້ນ;  ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ,  ຮັບປະກັນ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ,  ເປີດ​ກວ້າງ​ການ​ເຊື່ອມ​ໂຍງ​ສາກົນ;  ຍູ້​ແຮງ​ການ​ໂຄສະນາ​ສຶກສາກ່ຽວ​ກັບ​ມູນເຊື້ອ​ການ​ພົວພັນ​ພິເສດ ລາວ​-​ຫວຽດນາມ ໃນ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ແລະ ຊັ້ນ​ຄົນ​ຕ່າງໆ,  ໂດຍສະ ເພາະ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ​ຂອງ ​ສອງ​ປະເທດ; ກໍ່ສ້າງ​ບາງໂຄງ ການ​ອະ​ນຸ​ສອນ​ສະຖານ​ທາງ ປະຫວັດສາດທີ່​ມີ​ຄວາມ​ໝາຍ​ຕໍ່​ການ​ພົວພັນ ລາວ​-​ຫວຽດນາມ.
6. ສອງ​ຝ່າຍ ເປັນ​ເອກະ​ພາບ​ໃນ​ການ​ອອກແຮງ​ຊຸກຍູ້ ສ້າງ​ບາດກ້າວ​ບຸກ​ທະລຸ​ໃນ​ການ​ຍົກ​ສູງ​ປະສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດ​ທະ​ນະ​ທໍາ, ວິທະຍາ​ສາດ​-​ເຕັກນິກ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ທ່າແຮງ​ບົ່ມ​ຊ້ອນ ແລະ ຄວາມ​ອາດ​ສາມາດ​ຂອງ​ແຕ່​ລະ​ປະເທດໃຫ້​ໄດ້​ຫຼາຍ​ທີ່​ ສຸດ;  ຍູ້​ແຮງ​ການ​ປະຕິບັດ​ບັນ ດາ​ສົນທິສັນຍາ, ບົດ​ບັນທຶກ​ການ​ຮ່ວມ​ມືລະຫວ່າງ​ສອງ​ລັດຖະບານ ແລະ ບັນດາ​ແຜນ ການ​ຮ່ວມ​ມື ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ​ຂອງ​ສອງ​ປະເທດ ຢ່າງ​ມີ​ປະສິດ​ທິ​ຜົນ.  ສອງ​ຝ່າຍມີ​ບັນດາ​ມາດ​ຕະການ​ອັນ​ລະອຽດ ແນໃສ່​ຊຸກຍູ້​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ຮັບ​ປະ ກັນ​ຄວາມ​ຄືບ​ໜ້າ  ແລະ  ຄຸນ​ນະ​ພາບ​ຂອງ​ບັນດາ​ໂຄງການ​ລົງທຶນ, ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຈຸດ​ສຸມ; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຄົມມະນາຄົມ, ພະລັງງານ, ໂທລະ​ຄົມມະນາຄົມ, ການ​ທ່ອງທ່ຽວ;  ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ ລະຫວ່າງ​ສອງ​ປະເທດ;  ມີ​ບັນດາ​ນະໂຍບາຍ​ບຸລິ​ມະ​ສິດ ເພື່ອ​ຊຸກຍູ້​ສົ່ງເສີມ​ບັນດາ​ຫົວ ໜ່ວຍ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະເທດ ລົງທຶນ​ເຂົ້າ​ໃນ​ຂົງເຂດ​ຕ່າງໆ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ອາດ​ສາມາດ ແລະ ມີ​ທ່າແຮງ​ບົ່ມ​ຊ້ອນ, ເປັນຕົ້ນ​ແມ່ນ ຂົງເຂດ​ກະ​ສິ​ກໍາ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ, ການ​ຜະລິດ​ເຄື່ອງ​ຈັກ; ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ພ້ອມພຽງ ເພື່ອ​ແນໃສ່​ເພີ່ມ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ.
ສອງ​ຝ່າຍ ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ​ການ​ແຜ່ລະ ບາດ​ຂອງ​ພະຍາດ​ໂຄ​ວິດ-19 ແລະ ຍູ້​ແຮງ​ການ​ຮ່ວມ​ມື, ສະ ໜັບສະໜູນ​ກັນ, ພ້ອມ​ກັນ​ຂ້າມ​ຜ່ານ​ຄວາມ​ຫຍຸ້ງຍາກ ເພື່ອ​ພັດທະນາ​ເສດ​ຖະ​ກິດ​-​ສັງ​ຄົມ.
ສອງ​ຝ່າຍ ເພີ່ມ​ທະວີ​ບັນ ດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະສິດທິພາບ​ຂອງ​ການ​ຮ່ວມ​ມື​ໃນ​ຂົງເຂດ​ການສຶກ ສາ, ກໍ່ສ້າງ ແລະ ການ​ພັດທະ ນາ​ຊັບພະຍາກອນ​ມະນຸດ, ໃນ​ນັ້ນ ຖື​ສໍາ​ຄັນ​ການ​ກໍ່ສ້າງ​ຊັບ ພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ;  ເລັ່ງ​ນໍາ​ເອົາ​ບັນດາ​ເນື້ອ​ໃນ​ປຶ້ມ​ປະຫວັດສາດ​ແຫ່ງ​ ການ​ພົວພັນ​ພິເສດ ລາວ​-​ຫວຽດນາມ ເຂົ້າ​ໃນ​ຫຼັກສູດການສິດສອນ​ຢູ່​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ສອງ​ປະ​ເທດ.
ສອງ​ຝ່າຍ ສືບຕໍ່​ປະຕິບັດ​ສົນທິສັນຍາ​ວ່າ​ດ້ວຍ ຄົນ​ຕ່າງ​ດ້າວ, ສົນທິສັນຍາ​ວ່າ​ດ້ວຍກົງ​ສູນ, ສົນທິສັນຍາ​ວ່າ​ດ້ວຍແຮງ​ງານ  ລະຫວ່າງ​ສອງ​ປະເທດ ໃຫ້​ເປັນ​ຢ່າງ​ດີ;  ສ້າງ​ເງື່ອນ​ໄຂ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ຊາວ​ຫວຽດນາມ ຢູ່ລາວ ແລະ ປະຊາຊົນ​ຊາວ​ລາວ ຢູ່ຫວຽດນາມ ໃນ​ການ​ດໍາ​ລົງ​ຊີວິດ, ທໍາ​ມາ​ຫາ​ກິນ, ສຶກສາ​ຮໍ່າ​ຮຽນ ໂດຍ​ສອດຄ່ອງ​ຕາມ​ລະບຽບ​ກົດໝາຍ​ຂອງ​ແຕ່​ລະ​ປະເທດ ແລະ ປະເພນີ​ສາ​ກົນ.
7. ສອງ​ຝ່າຍ ເນັ້ນ​ໜັກ​ເຖິງ​ລະດັບ​ຄວາມ​ສໍາ​ຄັນ ແລະ ເປັນ​ເອກະ​ພາບ​ກັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນເສົາ ​ຄໍ້າ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ ຄວາມ​ສະຫງົບໃຫ້​ຫຼາຍ​ກວ່າ​ເກົ່າ, ຮັບປະກັນ​ໃຫ້​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ​ໃຫ້​ກັນ  ແລະ ກັນ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຕໍ່​ກັບ​ຄວາມ​ສະຫງົບທີ່​ນັບ​ມື້​ຍິ່ງ​ຫຼາກ​ຫຼາຍ,  ສັບສົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການເມືອງ, ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມສະຫງົບ​ຢູ່ ແຕ່ລະ​ປະເທດຢ່າງ​ໜັກແໜ້ນ. ສ້າງ​ເສັ້ນ​ຊາຍ​ແດນ  ລາວ-​ຫວຽດນາມ ສັນຕິພາບ, ມິດຕະ ພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ແລະ ພັດທະນາ​ຢ່າງ​ຍືນຍົງ. ປະຕິບັດ​ອະນຸ​ສັນຍາ  ແລະ ແຜນ ການ​ຮ່ວມ​ມື ກ່ຽວກັບວຽກ​ ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ; ສັນຍາ​ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງຊາຍ ​ແດນ ແລະ  ດ່ານ​ຊາຍ​ແດນທາງ ບົກ; ອະນຸ​ສັນຍາ​ວ່າ​ດ້ວຍ​ເສັ້ນ​ຊາຍ​ແດນ ແລະ ຫຼັກໝາຍຊາຍ ​ແດນ ຢ່າງ​ມີ​ປະສິດ​ທິ​ຜົນ; ຮ່ວມ​ມື​ຢ່າງ​ແໜ້ນແຟ້ນ​ໃນການ​ຕ້ານ ແລະ ສະກັດ​ກັ້ນ “ການຫັນ ປ່ຽນ​ໂດຍ​ສັນຕິ”, “ການ​ສ້າງ​ຄວາມ​ວຸ້ນວາຍ ​ເພື່ອໂຄ່ນລົ້ມລະ ບອບ”, ຕ້ານ ແລະ  ສະກັດກັ້ນບັນດາ​ອາ​ຊະຍາກຳ​ຂ້າມ​ຊາດ, ການ​ຂົນ​ສົ່ງ​, ​ຊື້​-ຂາຍ​ສິ່ງ​ເສບຕິດ; ສືບຕໍ່​ຊອກ​ຄົ້ນ ແລະ ສົ່ງ​ອັດຖິ​ອະດີດ​ນັກຮົບ , ທະຫານ​ອາສາ​ ສະໝັກ​ຫວຽດນາມ​ທີ່​ເສຍສະ ຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ​ກັບ​ຄືນ​ປະ​ເທດ.
8. ສອງ​ຝ່າຍ ເປັນ​ເອກະ​ ພາບ​ກັນ​ເພີ່ມ​ທະວີ​ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ຢ່າງທັນ​ ການ, ປຶກສາ​ຫາລືທາງການ ເມືອງ ແລະ ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບ ສະໜູນ​ຊຶ່ງ​ກັນ ແລະ ກັນ​ຢ່າງ​ມີ​ປະສິດ​ທິ​ຜົນ​ໃນ​ເວທີ​ສາກົນ ແລະ ພາກ​ພື້ນ ໂດຍ​ສະເພາະ​ແມ່ນ ການ​ຮ່ວມ​ມື​ໃນ​ກອບ​ອາ​ຊຽນ ແລະ ບັນ ດາ​ກົນ​ໄກ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ, ອົງການ​ສະຫະ​ປະຊາຊາດ, ບັນດາ​ກົນ​ໄກ​ຂອງ​ການ​ຮ່ວມມືໃນອະ ນຸ​ພາກ​ພື້ນ​ແມ່​ນໍ້າ​ຂອງ, ອົງ ການ​ການ​ຄ້າ​ໂລກ, ເວທີ​ການ​ ຮ່ວມ​ມື​ອາ​ຊີ​-​ເອີ​ຣົບ, ປະກອບ ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກຮັກ ສາສັນຕິພາບ, ສະຖຽນ​ລະ ພາບ, ການ​ຮ່ວມ​ມື ແລະ ພັດທະ ນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ; ເພີ່ມ​ທະວີ​ການ​ປະສານສົມ ທົບ​ກັບ ກໍາ​ປູ​ເຈຍ ຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງໃນກົນໄກການ ​ຮ່ວມ​ມື​ເຂດ​ສາມຫຼ່ຽມພັດທະນາ ກໍາ​ປູ​ເຈຍ​-​ລາວ​-​ຫວຽດ ນາມ (CLV) ທີ່​ລົງ​ນາມ​ ໂດຍ​ນາ ຍົກລັດຖະມົນຕີຂອງ​ສາມ​ປະ ເທດ, ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນ​ປະຕິບັດ​ງານ ວ່າ​ດ້ວຍ ການ​ເຊື່ອມ​ຈອດ​ເສດຖະກິດ ກໍາ​ປູ​ເຈຍ​-​ລາວ​-​ຫວຽດນາມຮອດ​ປີ 2030.
ສອງ​ຝ່າຍ ເປັນ​ເອກະ​ພາບ​ກັນ​ໃນ​ການ​ສືບຕໍ່​ເພີ່ມ​ທະວີ ການຮ່ວມ​ມື, ປະສານສົມທົບ ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ປະ ສານ​ສົມທົບ​ກັບ​ບັນດາ​ປະເທດ, ບັນດາ​ອົງການ​ຈັດຕັ້ງສາກົນ​ທີ່​ ກ່ຽວຂ້ອງ ເພື່ອ​ຄຸ້ມ​ຄອງ, ພັດ ທະນາ, ນຳ​ໃຊ້​ແມ່​ນໍ້າ​ຂອງ ແລະ ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ທີ່​ກ່ຽວຂ້ອງ​ແບບ​ຍືນ​ຍົງ ແລະ ມີ​ປະສິດ​ທິ​ຜົນ ເພື່ອ​ຮັບປະກັນ​ຜົນ​ປະໂຫຍດ​ຂອງ​ບັນດາ​ປະເທດ​ທີ່​ນໍາ​ໃຊ້​ແມ່​ນໍ້າ​ຂອງຢ່າງ​ສົມ​ເຫດ​ສົມ​ຜົນ;ສອງ​ຝ່າຍ ຮ່ວມ​ກັນ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ກອບ​ຄະ​ນະ​ກໍາ​ມະ​ການ​ແມ່​ນໍ້າ​ຂອງ​ສາກົນ ແລະ ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ອື່ນໆ​ທີ່​ກ່ຽວຂ້ອງ; ຊຸກຍູ້​ເພີ່ມ​ທະວີ ການ​ຮັດ​ແໜ້ນ​ບັນດາ​ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ກັບ​ຂະບວນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ; ຊຸກຍູ້​ບັນດາ​ປະເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ຢູ່​ນອກ​ຂົງເຂດ​ຕັ້ງໜ້າ​ເຂົ້າ​ຮ່ວມ​ສະໜັບສະໜູນ ແລະ ລົງທຶນ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນໍ້າ​ຂອງ​ໃນ​ບັນດາ​ຂົງເຂດ​ທີ່​ສໍາ​ຄັນ​ເຊັ່ນ: ການ​ເຊື່ອມ​ໂຍງ​ໂຄງ​ລ່າງ, ພະລັງງານ, ກໍ່ສ້າງ​ຊັບພະຍາກອນ​ມະ​ນຸດ.
ສອງ​ຝ່າຍ ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ເສລີພາບ​ໃນ​ການ​ເດີນ​ເຮືອ ແລະ ບິນ​ຜ່ານຢູ່ ທະ​ເລ​ຈີີນ​ໃຕ້ (ຫວຽດນາມ ເອີ້ນ​ວ່າ: ທະເລ​ຕາເວັນ​ອອກ),  ແກ້​ໄຂ​ບັນດາ​ຂໍ້​ຂັດ​ແຍ່ງ​ໃນ​ທະເລ​ຈີນ​ໃຕ້ ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ລວມ​ທັງ​ສົນທິສັນຍາ​ຂອງ​ສະຫະ​ປະຊາຊາດ​ວ່າ​ດ້ວຍ​ກົດໝາຍ​ທະເລ (UNCLOS) ປີ 1982, ຮ່ວມ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຊຸກຍູ້​ປະຕິບັດ​ຖະແຫຼງການ ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ທະເລ​ຈີນ​ໃຕ້ (DOC) ຢ່າງ​ຄົບ​ຖ້ວນ, ມີ​ປະສິດທິພາບ ແລະ ບັນລຸ​ການ​ສ້າງ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະເລ​ຈີນ​ໃຕ້ (COC) ທີ່​ມີ​ປະສິດທິພາບ ແລະ ມີ​ເນື້ອ​ໃນ, ສອດຄ່ອງ​ກັບ​ກົດ ໝາຍ​ສາກົນ, ລວມ​ທັງສົນທິສັນຍາ ວ່າ​ດ້ວຍ​ກົດໝາຍ​ທະເລ (UNCLOS) ປີ 1982. ສອງ​ຝ່າຍ ຢືນຢັນ​ຄືນ ແລະ ເປັນ​ເອກະ​ພາບ​ສູງ ຕໍ່​ບັນດາ​ທັດສະນະ​ພື້ນຖານ​ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະເລ​ຈີນ​ໃຕ້ ທີ່​ໄດ້​ລະບຸ​ຢູ່​ໃນ​ຖະແຫຼງການ​ອາ​ຊຽນ, ໂດຍ​ສະເພາະ​ແມ່ນ ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ​ອາ​ຊຽນ ຄັ້ງ​ທີ 53 ແລະ ຜົນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 37.
9. ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ປະທານ​ປະ ເທດ ແລະ ສະ​ຫາຍ ຫ​ງວຽນ​ຝູ​ຈ້ອງ ເລຂາທິການ​ໃຫຍ່ ໄດ້​ເປັນ​ສັກຂີ​ພິ ຍານ​ໃນ​ພິທີ​ເຊັນ​ບັນດາ​ເອກະສານ​ການ​ຮ່ວມ​ມື ລະຫວ່າງ​ສອງ​ປະເທດ, ໃນ​ນັ້ນ​ມີ ຂໍ້​ຕົກລົງ​ວ່າ​ດ້ວຍ​ຍຸດທະສາດ​ຮ່ວມ​ມື​ສອງ​ຝ່າຍ ລາວ​-​ຫວຽດນາມ ໄລຍະ 2021-2030; ສັນຍາ​ຮ່ວມ​ມື​ສອງ​ຝ່າຍ ລາວ​-​ຫວຽດນາມ ໄລຍະ 2021-2025; ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ແລະ ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ ໄລຍະ 2021-2025; ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ​ຄະ​ນະ​ກໍາ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ ໄລຍະ 2021-2025; ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ ຫວ່າງ ກະຊວງ​ແຜນການ ແລະ ການ​ລົງທຶນ​ລາວ ແລະ ກະຊວງ​ແຜນການ ແລະ ການ​ລົງທຶນ​ຂອງ​ຫວຽດນາມ ໄລຍະ 2021-2023; ບົດ​ບັນທຶກ​ການ​ຮ່ວມ​ມື ລະຫວ່າງ ສອງ​ກະຊວງ​ຖະແຫຼງ​ຂ່າວ ລາວ ແລະ ຫວຽດນາມ ໄລຍະ 2021-2025; ແຜນການ​ຮ່ວມ​ມື​ວັດ​ທະ​ນະ​ທໍາ, ສິລະປະ ແລະ ທ່ອງ​ທ່ຽວ ລະຫວ່າງ ກະຊວງ​ຖະແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ​ລາວ ແລະ ກະຊວງ​ວັດ​ທະ​ນະ​ທໍາ, ກິລາ ແລະ ທ່ອງ​ທ່ຽວ ຫວຽດນາມ ໄລຍະ 2021-2025 ແລະ ບາງ​ສັນຍາ​ເສດຖະກິດ​ລະຫວ່າງ ວິ​ສາ​ຫະ​ກິດ ລາວ ແລະ ຫວຽດນາມ.
10. ສອງ​ຝາຍ ຕີ​ລາຄາ​ສູງ​ຜົນ​ສໍາ​ເລັດ​ອັນ​ຈົບງາມ ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ການ​ຢ້ຽມຢາມ​ສັນຖະວະໄມຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາ​ທິ ການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ​-​ຫວຽດນາມ ນັບ​ມື້​ຍິ່ງ​ຂະຫຍາຍຕົວ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດເໝາະ​ກັບ​ສະພາບ​ການ​ຕົວ​ຈິງ ແລະ ມີ​ປະສິດ​ທິ​ຜົນ, ສາມາດ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ຊາດ, ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. 
ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ ຂາທິການ​ໃຫຍ່ ປະທານ​ປະເທດ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ເຊື້ອ​ເຊີນ ສະ​ຫາຍ ຫ​ງວຽນ​ຝູ​ຈ້ອງ  ເລຂາທິ​ການ​ໃຫຍ່ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ຫ​ງວຽນ​ຊວັນ​ຟຸກ ປະທານ​ປະເທດ ພ້ອມ​ດ້ວຍ​ພັນ​ລະ​ຍາ, ເຊື້ອ​ເຊີນ​ບັນດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດນາມ ມາ​ຢ້ຽມຢາມ​ທາງ​ການ ສປປ ລາວ ຢ່າງ​ເປັນ​ທາງ​ການ. ສະ​ຫາຍ ຫ​ງວຽນ​ຝູ​ຈ້ອງ ເລຂາທິການ​ໃຫຍ່, ສະ​ຫາຍ ຫ​ງວຽນ​ຊວັນ​ຟຸກ ປະທານ​ປະເທດ ແລະ ບັນດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ ພັກ, ລັດ ຫວຽດນາມ ໄດ້​ສະແດງ​ຄວາມ​ຂອບໃຈ ແລະ ຕອບ​ຮັບ​ຄໍາ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ປິ​ຕິ​ຍິນດີ; ວັນ​ເວລາ​ລະອຽດ​ຂອງ​ການ​ຢ້ຽມຢາມ​ຈະ​ໄດ້​ກະກຽມ ແລະ ແຈ້ງ​ຜ່ານ​ທາງ​ການ​ທູດ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com