Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ສົ່ງສານຊົມເຊີຍ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນເມື່ອວັນທີ 30 ມິຖຸນາ 2021 ນີ້ ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 100 ປີ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກປະຊາຊົນປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ ມານະທີ່ນີ້.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະໜຶ່ງສັດຕະວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພັກກອມມູນິດຈີນ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກໍາປະຫວັດສາດຂອງຕົນ, ຢຶດໝັ້ນໃນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດໃນແປວໄຟປະຕິວັດ, ສ້າງວິລະກໍາອັນລໍ້າເລີດ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949, ອັນເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.
ປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ພັກກອມມູນິດຈີນ ລ້ວນແຕ່ໄດ້ຕິດພັນກັບການບຸກເບີກ ແລະ ການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາ, ພັກກອມມູນິດຈີນ ໄດ້ລິເລີ່ມ ແລະ ນໍາພາພາລະກິດປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຢ່າງກ້າຫານ ຊຶ່ງເປັນການບຸກເບີກຄັ້ງສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາທີ່ມີລັກສະນະບຸກທະລຸ, ສ້າງການຫັນປ່ຽນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ ຂອງ ສາທາລະນະລັດ ປະຊາຊົນຈີນ, ເຮັດໃຫ້ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ, ອັນໄດ້ສ້າງທ່ວງທ່າໃໝ່, ທັງເປັນພື້ນຖານໜັກແໜ້ນໃຫ້ແກ່ການສືບຕໍ່ພາລະກິດສ້າງສາພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ບົນພື້ນຖານການສືບທອດມູນເຊື້ອອັນສະຫງ່າອົງອາດຂອງພັກ ແລະ ປະຊາຊົນຈີນບັນດາເຜົ່າ, ພາຍໃຕ້ການຊີ້ນໍານໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນນໍາ ໄດ້ເຮັດໃຫ້ພາລະກິດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄື ການສ້າງສາພັດທະນາປະເທດຊາດຂອງຈີນ ສືບຕໍ່ມີຜົນສໍາເລັດໃຫຍ່ຫຼວງ, ຮອບດ້ານ, ອັນພົ້ນເດັ່ນ ແມ່ນເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີທໍາອິດ ໃນການສ້າງສໍາເລັດສັງຄົມນິຍົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ອັນໄດ້ເຮັດໃຫ້ປະຊາຊົນຈີນ 800 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ. ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ” ທີ່ສະເໜີໂດຍ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກວົງຄະນາຍາດສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການຕໍ່ສູ້ເພື່ອຄວາມກ້າວໜ້າທາງສັງຄົມ ກໍຄືພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນໂລກ, ບົດບາດອິດທິພົນຂອງ ພັກກອມມູນິດຈີນ ແລະ ສາທາລະນະລັດ ປະຊາຊົນຈີນ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
100 ປີ ແຫ່ງການກໍາເນີດ, ເຕີບໃຫຍ່ ແລະ ນໍາພາຂອງພັກກອມມູນິດຈີນ ແມ່ນໄລຍະປະຫວັດສາດແຫ່ງການບຸກເບີກອັນຍິ່ງໃຫຍ່, ການເສຍສະຫຼະອັນໃຫຍ່ຫຼວງ ແລະ ມີກຽດສະຫງ່າ, ບັນດາໄຊຊະນະອັນໃຫຍ່ຫຼວງ ແລະ ຜົນສໍາເລັດອັນມະຫັດສະຈັນ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນປັດຈຸບັນ ເປັນການພິສູດໃຫ້ເຫັນຢ່າງເດັ່ນຊັດເຖິງຄວາມປີຊາສາມາດ, ສະຫຼາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ໃນການນໍາພາຊີ້ນໍາ ຂອງ ພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງພະລັງແຮງທີ່ບໍ່ເຫືອດແຫ້ງແຫ່ງມະຫາສາມັກຄີຂອງປວງຊົນຊາວຈີນ ກໍຄືລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ສັງຄົມນິຍົມແມ່ນເສັ້ນທາງແຫ່ງການປົດປ່ອຍ ແລະ ນໍາເອົາຄວາມສົມບູນພູນສຸກມາໃຫ້ແກ່ມວນມະນຸດ, ທັງແກ້ໄຂບັນຫາທີ່ມວນມະນຸດປະເຊີນຢູ່ຢ່າງມີປະສິດທິພາບ ຊຶ່ງສັດຈະທໍາດັ່ງກ່າວ ນັບມື້ນັບປະກົດອອກຢ່າງມີຊີວິດຊີວາ ຢູ່ ສາທາລະນະລັດ ປະຊາຊົນຈີນ.
ໃນຖານະເພື່ອນສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ແລະ ມີຊາຕາກໍາທີ່ກ່ຽວພັນກັນ ຄື ອຸດົມການສັງຄົມນິຍົມ, ພັກປະຊາຊົນປະຕິວັດລາວ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້. ຜົນສໍາເລັດດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກໍາລັງໃຈອັນແຮງກ້າໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າ ໃນການສືບຕໍ່ດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ ໃນໄລຍະໃໝ່.
ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າແກ່ ພວກຂ້າພະເຈົ້າ ຕະຫຼອດມາ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ບົນເສັ້ນທາງສັງຄົມນິຍົມທັນສະໄໝທີ່ມີສີສັນພິເສດຂອງຈີນ ຕາມຈຸດໝາຍທີ່ວາງໄວ້.
ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com